ກົດໝາຍວ່າດ້ວຍການໄປສະນີ (ສະບັບປັບປຸງ) ເລກທີ 45/ສພຊ, ລົງວັນທີ 25 ທັນວາ 2013

ກົດໝາຍວ່າດ້ວຍການໄປສະນີ (ສະບັບປັບປຸງ) ເລກທີ 45/ສພຊ, ລົງວັນທີ 25 ທັນວາ 2013

ໄຟລ໌ແນບ (s):
​ຫົວ​ຂໍ້ ດາວ​ໂຫຼດ
ກົດໝາຍ ວ່າດ້ວຍ ການໄປສະນີ

ກົດໝາຍໄປສະນີ (ສະບັບປັບປຸງ) ເລກທີ 45/ສພຊ ລົງວັນທີ 25 ທັນວາ 2013

ເປັນກົດໝາຍສະບັບກົດໝາຍສະປັບປຸງ ເພື່ອເຮັດໃຫ້ການຄຸ້ມຄອງລັດ ແລະ ຄຸ້ມຄອງສັງຄົມ ຂອງຂະແໜງໄປສະນີ ດ້ວຍກົດໝາຍສອດຄ່ອງຕາມການຂະຫຍາຍຕົວຂອງວຽກງານດັ່ງກ່າວຫຼາຍຂື້ນ, ຊື່ງໄດ້ນິຍາມຄວາມໝາຍຂອງການໄປສະນີ ເອົາໄວ້ດັ່ງນີ້:

ການໄປສະນີແມ່ນຫຍັງ?

ການໄປສະນີ ແມ່ນການບໍລິການຮັບຝາກ, ຈັດສົ່ງ, ແຈກຢາຍເຄື່ອງຝາກທາງໄປສະນີ, ການຈັດພີມ ແລະຈໍ່າໜ່າຍສະແຕັມໄປສະນີ, ການບໍລິການຕູ້ໄປສະນີ, ຫີບປ່ອນຈົດໝາຍ, ການຂາຍຜະລິດຕະພັນໄປສະນີ, ການບໍລິການຮັບ ແລະສົ່ງຂໍ້ມູນຂ່າວສານທາງເອເລັກໂຕຼນິກ ແລະການບໍລິການການເງິນທາງໄປສະນີ.

ໃນກົດໝາຍສະບັບປັບປຸງນີ້ ໄດ້ກຳນົດຜະລິດຕະພັນໄປສະນີເປັນ 3 ປະເພດ ຄື:

1. ໄປສະນີພັນ ຄື ເຄື່ອງຝາກປະເພດຈົດໝາຍ, ເອກະສານ ແລະສິ່ງຂອງຫໍ່ນ້ອຍປະເພດຕ່າງໆ ໂດຍເຄື່ອງຝາກປະເພດນີ້ມີນໍ້າໜັກບໍ່ເກີນ 2 ກິໂລ/ຫໍ່ (ຊອງ).

2. ພັດສະດຸໄປສະນີ ຄື ເຄື່ອງຝາກປະເພດພັດສະດຸທົ່ວໄປ ເຊັ່ນ ສິນຄ້າ ແລະວັດຖຸສິ່ງຂອງຕ່າງໆ ໂດຍເຄື່ອງຝາກປະເພດນີ້ມີນໍ້າໜັກ ແຕ່ 2.1 ກິໂລ - 50 ກິໂລ/ຫໍ່ (ຊອງ, ແກັດ,  ກ່ອງ...)

3. ໂລຊີດສະຕິກໄປສະນີ ຄື ເຄື່ອງຝາກປະເພດທີ່ມີຂະໜາດ ແລະຮູບຮ່າງຂະໜາດໃຫຍ່ ຫຼື ພັດສະດຸ ແລະສິ່ງຂອງປະເພດຕ່າງທີ່ບັນຈຸໃນແກັດ ຫຼື ກ່ອງທີ່ມີນໍ້າໜັກແຕ່ 50.1 ກິໂລຂື້ນໄປ ແຕ່ບໍ່ເກີນ 200 ກິໂລ

ການເພີ່ມຜະລິດຕະພັນດ້ານໂລຊີດສະຕິກເຂົ້າມາ ກໍເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ທີ່ໄດ້ຮັບຜົນມາຈາກການຂະຫຍາຍຕົວຂອງການຄ້າເອເລັກໂຕຼນິກນັ້ນເອງ, ສະແດງໃຫ້ເຫັນວິວັດທະນາການບໍລິການໄປສະນີ ກໍໄດ້ມີການປັບປຸງຜະລິດຕະພັນຂອງຕົນ ໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນແຕ່ລະໄລຍະນັ້ນເອງ.

ນອກຈາກນີ້, ໃນກົດໝາຍສະປັບປຸງນີ້ ໄດ້ກຳນົດເອົາວັນໄປສະນີ ຄື:

ວັນທີ 13 ມີນາ ເປັນວັນໄປສະນີແຫ່ງຊາດ

ໂດຍແຕ່ລະປິຢູ່ສູນກາງ ແລະທ້ອງຖິ່ນ ໃຫ້ຖືເອົາວັນດັ່ງກ່າວຈັດຕັ້ງການສະເຫຼີມສະຫຼອງດ້ວຍຮູບການທີ່ເໝາະສົມ.

 

ຕິດຕາມສະຖານະເຄື່ອງຝາກ
ແຈ້ງການ
ແຂ່ງຂັນຂຽນຈົດໝາຍ ນານາຊາດ ລະນຶກເຖິງບົດບາດຂອງການໄປສະນີ
ເບີໂທສຸກເສີນ
facebook page
ນາງ ຟ້າໃສ ແລະ ທ້າວ ວັນໃໝ່