ພິທິສະເຫຼີມສະຫຼອງວັນໄປສະນີ ແຫ່ງຊາດ ຄົບຮອບ 59 ປີ (13 ມີນາ 1965 - 13 ມີນາ 2024) ແລະ ເປີດນໍາໃຊ້ສື່ໂຄສະນາ-ປະຊາສຳພັນຂອງຂະແໜງການໄປສະນີ ແລະ ແອັບພິເຄເຊິນສະບົບລວມສູນ ການກວດກາ ແລະ ຕິດຕາມເຄື່ອງຝາກໄປສະນີພາຍໃນປະເທດ L-Tracking

15/03/2024

ພິທິສະເຫຼີມສະຫຼອງວັນໄປສະນີ ແຫ່ງຊາດ ຄົບຮອບ 59 ປີ (13 ມີນາ 1965 - 13 ມີນາ 2024) ແລະ ເປີດນໍາໃຊ້ສື່ໂຄສະນາ-ປະຊາສຳພັນຂອງຂະແໜງການໄປສະນີ ແລະ ແອັບພິເຄເຊິນສະບົບລວມສູນ ການກວດກາ ແລະ ຕິດຕາມເຄື່ອງຝາກໄປສະນີພາຍໃນປະເທດ L-Tracking

          ໃນຕອນເຊົ້າຂອງວັນທີ 15 ມີນາ 2024, ກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ພິທີສະເຫຼີມສະຫຼອງວັນໄປສະນີ ແຫ່ງຊາດ ຄົບຮອບ 59 ປີ (13 ມີນາ 1965 - 13 ມີນາ 2024) ແລະ ເປີດນໍາໃຊ້ສື່ໂຄສະນາ-ປະຊາສຳພັນຂອງຂະແໜງການໄປສະນີ ແລະ ແອັບພິເຄເຊິນສະບົບລວມສູນການກວດກາ ແລະ ຕິດຕາມເຄື່ອງຝາກໄປສະນີພາຍໃນປະເທດ L-Tracking ຂຶ້ນທີ່ຫ້ອງປະຊຸມຊັ້ນ 4 ຂອງ ກຕສ (ເຂດ ສນຍ), ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກຕສ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າ/ຮອງຫົວໜ້າຫ້ອງການ, ກົມ, ສູນ, ອົງການ, ສະຖາບັນ, ຄະນະອຳນວຍການ ບໍລິສັດຜູ້ປະກອບການໄປສະນີ, ບໍລິສັດ ລາວໄອທີພັດທະນາ ແລະ ພະນັກງານພາຍໃນກົມໄປສະນີ ເຂົ້າຮ່ວມທັງໝົດຈຳນວນ 100 ກວ່າທ່ານ.

-----------------------------------------------------------------------------------

         ພາຍໃນພິທີ ທ່ານ ສຸລິຍາ ຄຳບູຣາວົງ ຫົວໜ້າກົມໄປສະນີ ໄດ້ຂຶ້ນກ່າວຈຸດປະສົງໃນການເປີດພິທີຄັ້ງນີ້ເຊີ່ງປະກອບມີ ການສະເຫຼີມສະຫຼອງວັນໄປສະນີ ແຫ່ງຊາດ ຄົບຮອບ 59 ປີ,  ເປີດນໍາໃຊ້ສື່ໂຄສະນາ-ປະຊາສຳພັນຂອງຂະແໜງການໄປສະນີ ແລະ ແອັບພິເຄເຊິນສະບົບລວມສູນ ການກວດກາ ແລະ ຕິດຕາມເຄື່ອງຝາກໄປສະນີພາຍໃນປະເທດ L-Tracking ຢ່າງເປັນທາງການ. ເຊີ່ງວັນໄປສະນີແຫ່ງຊາດ 13 ມິນາ ເປັນວັນໜຶ່ງທີ່ມີຄວາມໝາຍສຳຄັນ ສຳລັບຂະແໜງການໄປສະນີ ຊຶ່ງໄດ້ຖືກກຳນົດຢູ່ໃນກົດໝາຍວ່າດ້ວຍການໄປສະນີ ສະບັບເລກທີ 45/ສພຊ, ລົງວັນທີ 25 ທັນວາ 2013, ມາດຕາ 63 ໄດ້ກໍານົດໄວ້ວ່າ: ສປປ ລາວ ກຳນົດເອົາວັນທີ 13 ມິນາ ເປັນວັນໄປສະນີແຫ່ງຊາດ.

         ໃນພິທີສະເຫຼີມສະຫຼອງວັນໄປສະນີແຫ່ງຊາດຄັ້ງນີ້ ຍັງໄດ້ມີການເປີດນໍາໃຊ້ຕົວກາຕູນໄປສະນີ ທ້າວ ວັນໃໝ່ ແລະ ນາງ ຟ້າໃສ ຊຶ່ງເປັນຕົວແທນໃຫ້ແກ່ຂະແໜງໄປສະນີໃນການເຜີຍແຜ່ພາລະບົດບາດ ແລະ ນິຕິກໍາ ຂອງອົງການຄຸ້ມຄອງໄປສະນີ, ຕະຫອດຮອດການໂຄສະນາຜະລິດຕະພັນ ແລະ ການບໍລິການຂອງບັນດາຜູ້ປະກອບການໄປສະນີ, ຊຶ່ງຕົວກາຕູນຊາຍ ຊື່ ວັນໃໝ່ ໝາຍເຖິງ ການໄປສະນີໃນຍຸກໃໝ່ ທີ່ນໍາໃຊ້ເຕັກໂນໂລຊີ ແລະ ເຄື່ອງມືທີ່ທັນສະໄໝ ເຂົ້າໃນການບໍລິການ ແລະ ຜະລິດຕະພັນ ຕາມຍຸກສະໄໝ. ການແຕ່ງກາຍຊຸດສາກົນ ໂດຍເສື້ອສີຟ້າ ເຊິ່ງໃນຄວາມໝາຍທາງການສື່ສານແມ່ນມີຄວາມປອດໄພ, ຄວາມໝັ້ນຄົງ ແລະ ມີຄວາມໜ້າເຊື່ອຖື ຊຶ່ງກົງກັບຍຸກດິຈິຕອນ, ເສື້ອສີຂາວດ້ານໃນໜາຍເຖິງຄວາມປອດໃສຂາວສະອາດ, ສຸພາບຮຽບຮ້ອຍຂອງພະນັກງານໄປສະນີ ແລະ ຕົວກາຕູນຍິງ ຊື່ ຟ້າໃສ ໝາຍເຖິງ ການມີອະນາຄົດທີ່ສົດໃສຂອງການໄປສະນີ ປຽບເໜືອນທ້ອງຟ້າທີ່ສົດໃສ່ ທີ່ບໍ່ມີພົມແດນຂອງການບໍລິການໄປສະນີ, ການແຕ່ງກາຍມີຄວາມເປັນລາວປະສົມປະສານກັບຄວາມເປັນສາກົນ ໃນມືຂອງຕົວກາຕູນ ຖືແທັບເລັດ (Tablet) ສະແດງໃຫ້ເຫັນຄວາມເປັນແມ່ຍິງດິຈິຕອນ ທີ່ນໍາໃຊ້ເຄື່ອງມີທີ່ທັນສະໄໝ ເຂົ້າໃນການພັດທະນາຂະແໜງໄປສະນີ.

 

-----------------------------------------------------------------------------------

         ໃນໂອກາດນີ້ກົມໄປສະນີຍັງໄດ້ເປີດນໍາໃຊ້ແອັບພລິເຄເຊິນລະບົບສູນລວມການກວດກາ ແລະ ຕິດຕາມ ເຄື່ອງຝາກໄປສະນີ ພາຍໃນປະເທດ L- tracking ພາຍໃຕ້ໂຄງການລົງທຶນຂອງລັດຖະບານ ສປປ ລາວຢ່າງເປັນທາງການ ແລະ ໃນຕອນທ້າຍຂອງພິທີຍັງໄດ້ຮັບຊົມວີດີໂອສັ້ນ ທີ່ສະແດງເຖິງຄຸນສົມບັດຂອງຕົວກະຕູນໄປສະນີ ແລະ ການນຳໃຊ້ແອັບພຼີເຄຊັນ L-Tracking ເພື່ອກວດກາ ແລະ ຕິດຕາມເຄື່ອງຝາກໄປສະນີ ອີກດ້ວຍ ແລະ ໃນຕອນແລງຂອງວັນດຽວກັນບໍ່ໄດ້ມີການຈັດງານກິດຈະກຳເຕະບານຮ່ວມກັນລະຫວ່າງກົມໄປສະນີ ແລະ ບັນດາບໍລິສັດຜູ້ປະກອບການ ແລະ ໃນໂອກາດນີ້ທາງກົມໄປສະນີຍັງໄດ້ມອບໃບກຽດຕິຄຸນໃຫ້ແກ່ຜູ້ປະກອບການອີກດ້ວຍ.

https://drive.google.com/file/d/1oLgxZ3E8sV3Kumk2hXNYUHzSQuzJoEa3/view?usp=sharing

 

 

 

 

ຕິດຕາມສະຖານະເຄື່ອງຝາກ
ແຈ້ງການ
ແຂ່ງຂັນຂຽນຈົດໝາຍ ນານາຊາດ ລະນຶກເຖິງບົດບາດຂອງການໄປສະນີ
ເບີໂທສຸກເສີນ
facebook page
ນາງ ຟ້າໃສ ແລະ ທ້າວ ວັນໃໝ່