ສຳເລັດກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງຮາກຖານ ກົມໄປສະນີ ຄັ້ງທີ II

08/05/2024

ສຳເລັດກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງຮາກຖານ ກົມໄປສະນີ ຄັ້ງທີ II

         ສະຫະພັນແມ່ຍິງຮາກຖານ ກົມໄປສະນີ (ກປນ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂຶ້ນໃນຕອນເຊົ້າຂອງວັນທີ 03 ພຶດສະພາ 2024 ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 5 (ຕຶກສີສະເກດ), ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ ສະຫາຍ ສຸລິຍາ ຄໍາບູຣາວົງ ຄະນະພັກກະຊວງ, ເລຂາໜ່ວຍພັກກົມໄປສະນີ, ສະຫາຍ ນາງ ເກສອນ ສຸລິວົງ ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ກຕສ, ສະຫາຍ ນາງ ຄໍາບາງ ບຸນທະວົງ ປະທານສະຫະພັນແມ່ຍິງຮາກຖານ ກປນ, ມີສະຫາຍປະທານສະຫະພັນກຳມະບານຮາກຖານ ກປນ ແລະ ເລຂາຊາວໜຸ່ມ ກປນ , ມີສະຫະພັນແມ່ຍິງຮາກຖານອ້ອມຂ້າງກົມ ແລະ ສະມາຊິກສະຫະພັນແມ່ຍິງຮາກຖານ ກປນ ເຂົ້າຮ່ວມ 20 ສະຫາຍ.

         ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດລາຍງານການເມືອງຂອງສະຫະພັນແມ່ຍິງຮາກຖານ ກປນ ໃນໄລຍະ 05 ປີຜ່ານມາ ແລະ ແຜນການທິດທາງໃນຕໍ່ໜ້າ ຊຶ່ງເນື້ອໃນສະແດງອອກຄື: ໃນໄລຍະຜ່ານມາຄະນະສະຫະພັນແມ່ຍິງຮາກຖານ ກປນ ໄດ້ນໍາພາ-ຊີ້ນໍາວຽກງານຮອບດ້ານ ເຮັດໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງມີຄວາມເຂັ້ມແຂງຂຶ້ນ ແລະ ມີຄວາມກ້າວໜ້າປະກອບສ່ວນສ້າງຜົນງານລວມຂອງກົມ ເພື່ອນໍາພາຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ໂດຍສະເພາະແມ່ນການນໍາພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນທີ 8 ມີນາ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ດ້ວຍຫຼາຍຮູບການ ເປັນຕົ້ນແມ່ນການປະກອບສ່ວນເຂົ້າໃນວຽກງານຂະແໜງການໄປສະນີ ໂດຍສະເພາະແມ່ນວຽກງານສອງວາລະແຫ່ງຊາດ ໄດ້ຈັດຝຶກອົບຮົມ ວິທີການຕ້ານ ແລະ ສະກັດກັ້ນ ການຂົນສົ່ງສິ່ງເສບຕິດຜ່ານຕາຫນ່າງໄປສະນີ

         ໃນໂອກາດນີ້, ສະຫາຍ ສຸລິຍາ ຄໍາບູຣາວົງ ຄະນະພັກກະຊວງ, ເລຂາໜ່ວຍພັກ ກປນ ກໍໃຫ້ກຽດມີຄໍາເຫັນຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງຄະນະສະຫະພັນແມ່ຍິງຮາກຖານ ກປນ ຍາດມາໄດ້ໃນໄລຍະ 5 ປີຜ່ານມາ ພ້ອມທັງໄດ້ເນັ້ນໜັກໃຫ້ສະມາຊິກແມ່ຍິງ ກົມໄປສະນີ ຈົ່ງພ້ອມກັນໃຊ້ສິດປະຊາທິປະໄຕຄັດເລືອກເອົາຄະນະຊຸດໃໝ່ດ້ວຍຄວາມຮັບຜິດຊອບສູງ. ພ້ອມດຽວກັນນີ້, ບັນດາສະມາຊິກແມ່ຍິງ ກໍໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານ ສະຫະພັນແມ່ຍິງຮາກຖານ ກປນ ຊຸດໃໝ່ ຊຶ່ງມີຜູ້ລົງເລືອກຕັ້ງຈຳນວນ 05 ສະຫາຍ ແລະ ເລືອກໄດ້ 03 ສະຫາຍ, ໃນກອງປະຊຸມຄັ້ງປະຖົມມະລຶກຄົບຄະນະປະທານໄດ້ຕົກລົງເຫັນດີເລືອກເອົາ ຄະນະສະຫະພັນແມ່ຍິງຮາກຖານ ກປນ ຊຸດໃໝ່ ຄື: ສະຫາຍ ນາງ ຄໍາບາງ ບຸນທະວົງ ເປັນປະທານ, ສະຫາຍ ນາງ ໂສພາວັນ ກັນທະລາດ ເປັນຮອງປະທານ, ທັງເປັນປະທານກວດກາ, ສະຫາຍ ນາງ ພິກຸນຄໍາ ພິມອ່ອນແສງ ເປັນກໍາມະການ.

         ໃນຕອນທ້າຍ, ສະຫາຍ ນາງ ເກສອນ ສຸລິວົງ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ຄະນະສະຫະພັນແມ່ຍິງຮາກຖານ ກປນ ຊຸດໃໝ່ ພ້ອມທັງຍ້ອງຍໍຊົມເຊີຍຕໍ່ຄວາມພະຍາຍາມ ແລະ ຫຼາຍຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ໃນໄລຍະຜ່ານມາ. ສະຫາຍຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ນໍາພາ-ຊີ້ນໍາທຸກຂະບວນການ, ໃກ້ສິດຕິດແທດກັບເອື້ອຍນ້ອງແມ່ຍິງ ເພື່ອເປັນການເຕົ້າໂຮມຄວາມສາມມັກຄີໃຫ້ເອື້ອຍນ້ອງແມ່ຍິງມີຄວາມໜັກແໜ້ນເຂັ້ມແຂງ, ຊຸກຍູ້ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກຂອງຕົນຢ່າງເປັນປົກກະຕິ, ຕໍ່ເນື່ອງ ເຮັດໃຫ້ເອື້ອຍນ້ອງສະມາຊິກມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ສົ່ງເສີມຄວາມເປັນເອກະພາບໃນການເຄື່ອນໄຫວວຽກງານ, ຍຶດໝັ້ນຮັກສາຄວາມສາມັກຄີພາຍໃນເປັນອັນໜຶ່ງອັນດຽວກັນ ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ, ສຸມໃສ່ແບບແຜນວິທີການນຳພາ, ແບບແຜນວິທີເຮັດວຽກເພື່ອກໍ່ສ້າງໃຫ້ໄດ້ພະນັກງານຍິງທີມີຄຸນນະພາບ, ປະກອບສ່ວນໃນອົງການຈັດຕັ້ງພັກ-ລັດໃຫ້ມີຄວາມເຂັ້ມແຂງ, ຖືເອົາການປະຕິບັດຂໍ້ແຂ່ງຂັນ 3 ດີໂດຍຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນ, ເອົາໃຈໃສ່ສືບຕໍ່ບຸກບືນສູ້ຊົນ ແລະ ແກ້ໄຂຂໍ້ຫຍຸ້ງຍາກຢ່າງຕັ້ງໜ້າ, ສືບຕໍ່ ນໍາພາ-ຊີ້ນໍາ ສະມາຊິກພາຍໃນຮາກຖານ ເພື່ອຕອບສະໜອງໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້. ພ້ອມນັ້ນ, ກໍຕ້ອງຮ່ວມແຮງຮ່ວມໃຈກັນຢ່າງຕັ້ງໜ້າ ໃນການປະຕິບັດຕາມແນວທາງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ຢ່າງເປັນຂະບວນຝົດຟື້ນ ແລະ ມີໝາກຜົນອັນຈົບງາມຂຶ້ນເລື້ອຍໆ ເພື່ອແນໃສ່ການສົ່ງເສີມດ້ານດີ, ດ້ານຕັ້ງໜ້າປະຕິບັດວຽກງານ ແລະ ຊອກຫາວິທີທາງແກ້ໄຂຂໍ້ຄົງຄ້າງໃຫ້ທັນກັບເວລາ.

 

 

 

ຕິດຕາມສະຖານະເຄື່ອງຝາກ
ແຈ້ງການ
ແຂ່ງຂັນຂຽນຈົດໝາຍ ນານາຊາດ ລະນຶກເຖິງບົດບາດຂອງການໄປສະນີ
ເບີໂທສຸກເສີນ
facebook page
ນາງ ຟ້າໃສ ແລະ ທ້າວ ວັນໃໝ່