ຕ້ອນຮັບຄະນະຜູ້ແທນຈາກສະຫະພາບໄປສະນີ ອາຊີ-ປາຊີຟິກ ເນື່ອງໃນໂອກາດ ທີ່ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

02/07/2024

ຕ້ອນຮັບຄະນະຜູ້ແທນຈາກສະຫະພາບໄປສະນີ ອາຊີ-ປາຊີຟິກ  ເນື່ອງໃນໂອກາດ ທີ່ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

       ໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2024 ທີ່ຜ່ານມາ, ຢູ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສຸລິຍາ ຄຳບູຣາວົງ ຫົວໜ້າກົມໄປສະນີ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນຈາກສະຫະພາບໄປສະນີ ອາຊີ-ປາຊີຟິກ ນຳໂດຍ ທ່ານ Vinaya Prakash Singh, ເລຂາທິການໃຫຍ່ ສະຫະພາບໄປສະນີ ອາຊີ-ປາຊີຟິກ ພ້ອມດ້ວຍຄະນະ ເນື່ອງໃນໂອກາດ ທີ່ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 25-27 ມິຖຸນາ 2024.

        ໃນໂອກາດດັ່ງກ່າວ, ທ່ານ ສຸລິຍາ ຄຳບູຣາວົງ ຫົວໜ້າກົມໄປສະນີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບການມາຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຊຶ່ງເປັນນິມິດໝາຍອັນສຳຄັນ ທີ່ສະແດງເຖິງຄວາມເອົາໃຈໃສ່, ຄວາມເປັນຫ່ວງເປັນໃຍຂອງທ່ານ ຕໍ່ວຽກງານໄປສະນີຂອງ ສປປ ລາວ ແລະ ທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານ Vinaya Prakash Singh ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ສະຫະພາບໄປສະນີ ອາຊີ-ປາຊີຟິກ ໃນກອງປະຊຸມໃຫຍ່ຄັ້ງທີ 13 ທີ່ຜ່ານມາ.ພ້ອມນັ້ນ ກໍ່ໄດ້ສະແດງຄວາມເຊື່ອໝັ້ນ ຕໍ່ການຊີ້ນຳຂອງທ່ານເລຂາທິການໃຫຍ່ ຈະຊ່ວຍໃຫ້ຂະແໜງການໄປສະນີ ບັນດາປະເທດໃນຂົງເຂດອາຊີ-ປາຊີຟິກ ໂດຍສະເພາະວຽກງານໄປສະນີຂອງ ສປປ ລາວ ຈະນັບມື້ນັບມີຄວາມເຂັ້ມແຂງຂຶ້ນໄປເລື່ອຍໆ. 

       ພ້ອມດຽວກັນນັ້ນ ທ່ານ ສຸລິຍາ ຄຳບູຣາວົງ, ຫົວໜ້າກົມໄປສະນີ ໄດ້ລາຍງານກ່ຽວກັບສະພາບການພັດທະນາໄປສະນີຂອງ ສປປລາວ, ການຮ່ວມມື ລະຫວ່າງ ໄປສະນີລາວ ແລະ ສະຫະພາບໄປສະນີ ອາຊີ ປາຊີຟິກ ໃນໄລຍະຜ່ານມາ ແລະ ແຜນການຮ່ວມມືໃນຕໍ່ໜ້າ ຕໍ່ທ່ານເລຂາທິການໃຫຍ່ ສະຫະພາບໄປສະນີ ອາຊີ-ປາຊິຟິກ. ຫຼັງຈາກນັ້ນ,ທ່ານເລຂາທິການໃຫຍ່ ກໍ່ໄດ້ລາຍງານກ່ຽວກັບການພັດທະນາຊັບພະຍາກອນມະນຸດດ້ານໄປສະນີ ໂດຍສະເພາະ ແມ່ນການໃຫ້ທຶກຝຶກອົບຮົມໃນຫົວຂໍຕ່າງໆ ແກ່ຂະແໜງການໄປສະນີລາວ ໃນແຕ່ລະປີ ຕໍ່ທ່ານຫົວໜ້າກົມ. ພ້ອມກັນນັ້ນ, ທັງສອງຝ່າຍກໍ່ໄດ້ແລກປ່ຽນຄໍາຄິດເຫັນຮ່ວມກັນໃນຫຼາຍບັນຫາ ແລະ ໄດ້ສະແດງເຈດຈໍານົງໃນການຂະຫຍາຍການຮ່ວມມື ເຊິ່ງກັນ ແລະ ກັນ ໃນອະນາຄົດໃຫ້ຫຼາຍຂຶ້ນຕື່ມ.

       ໃນຕອນທ້າຍ, ທ່ານ Vinaya Prakash Singh ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານຫົວໜ້າກົມໄປສະນີ ພ້ອມທັງຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນການພັດທະນາວຽກງານໄປສະນີໃຫ້ນັ້ບມື້ນັບມີຄວາມເຂັ້ມແຂງ ແລະ ສືບຕໍ່ຊ່ວຍເຫຼືອໃຫ້ທຶນຝຶກອົບຮົມໃຫ້ແກ່ພະນັກງານກົມໄປສະນີ ແລະ ບໍລິສັດໄປສະນີລາວ ໃນນັ້ນ, ຈະພິຈາລະນາ ເພີ່ມທຶນຝຶກອົບຮົມ 2 ທຶນ ຕໍ່ຫຼັກສູດ ເພື່ອໃຫ້ສາມາດພັດທະນາການບໍລິການໄປສະນີລາວ ໄດ້ຢ່າງມີປະສິດທິພາບ ເພື່ອຫັນວຽກງານໄປສະນີດ້ວຍລະບົບດິຈິຕອນເທື່ອລະກ້າວ.

 

ຕິດຕາມສະຖານະເຄື່ອງຝາກ
ແຈ້ງການ
ແຂ່ງຂັນຂຽນຈົດໝາຍ ນານາຊາດ ລະນຶກເຖິງບົດບາດຂອງການໄປສະນີ
ເບີໂທສຸກເສີນ
facebook page
ນາງ ຟ້າໃສ ແລະ ທ້າວ ວັນໃໝ່