ຄວາມຈຳເປັນໃນການຫັນປ່ຽນໂລຊີດສະຕິກໄປສະນີ

08/08/2024

ຄວາມຈຳເປັນໃນການຫັນປ່ຽນໂລຊີດສະຕິກໄປສະນີ

ໄຟລ໌ແນບ (s):
​ຫົວ​ຂໍ້ ດາວ​ໂຫຼດ
ການວາງແຜນໂລຊີດສະຕິກ 06-08-24

ຄວາມຈຳເປັນໃນການຫັນປ່ຽນໂລຊີດສະຕິກໄປສະນີ

ປະຈຸບັນໂລກໄດ້ກ້າວເຂົ້າສູ່ຍຸກຂອງ Internet Of Things ທີ່ມີຂໍ້ມູນຂ່າວສານຂະໜາດໃຫຍ່ໄດ້ແຜ່ກະ ຈາຍໄປທົ່ວໂລກ ຊື່ງໄດ້ຮັບແຮງຈາກການປະຕິວັດອຸດສະຫະກຳໃນຍຸກ 4.0 ທີ່ສົ່ງຜົນໃຫ້ການຊື້ຂາຍອອນລາຍຂະ ຫຍາຍຕົວສູງຂື້ນ ເຮັດໃຫ້ຄວາມຕ້ອງການຈໍລະຈອນ ແລະແຈກຢາຍສິນຄ້າຈາກຈຸດໜຶ່ງໄປຍັງຈຸດອື່ນຂອງໂລກສູງຂື້ນ ສົ່ງຜົນໃຫ້ບໍລິການດ້ານໂລຊີດສະຕິກ ຈຳເປັນຕ້ອງໄດ້ປັບຕົວ ເພື່ອຕອບສະໜອງຄວາມຕ້ອງການດັ່ງກ່າວ ໄດ້ຢ່າງມີປະສິດທິພາບ ແລະຍືນຍົງ, ແຕ່ສິ່ງທ້າທາຍໜຶ່ງທີ່ສຳຄັນ ຊື່ງສົ່ງຜົນກະທົບໂດຍກົງຕໍ່ຕົ້ນທຶນໂລຊີດສະຕິກ ກໍຄືລາຄາພະລັງງານ ທີ່ນຳໃຊ້ເຂົ້າໃນການຂົນສົ່ງນັບມື້ນັບຖີບຕົວສູງຂື້ນ, ເພ່ືອຮັບມືກັບທ່າອ່ຽງທີ່ປ່ຽນແປງ ແລະຄວບຄຸມຕົ້ນທຶນໃຫ້ໄດ້ຢ່າງມີປະສິດທິພາບນັ້ນ, ການວາງແຜນພັດທະນາລະບົບໂລຊີດສະຕິກໄປສະນີຂອງປະເທດ ຈຶ່ງມີຄວາມຈຳເປັນ ໂດຍຕ້ອງດຳເນີນການເກັບກຳຂໍ້ມູນ ເພື່ອວາງແຜນຜັງໂລຊີດສະຕິກໃຫ້ເໝາະສົມ ແລະສອດຄ່ອງກັບທີ່ຕັ້ງພູມສະຖານຂອງປະເທດເຮົາ ຊື່ງລາວເປັນປະເທດທີ່ຕັ້ງຢູ່ລະຫວ່າງຕະຫຼາດອຸດສະຫະກຳຂອງຈີນ ແລະຕະຫຼາດຜູ້ບໍລິໂພກຂອງອາຊຽນຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ ຜ່ານເສັ້ນທາງລົດໄຟລາວ-ຈີນ ແລະລາວ-ໄທ ເປັນໂຕເຊື່ອມໂຍງ ແລະໃນອານາຄົດກໍຈະມີເສັ້ນທາງລົດໄຟລາວ-ຫວຽດນາມ. 

ຈາກສະພາບການປ່ຽນແປງທີ່ກ່າວມາຂ້າງເທິງ, ໃນມະຕິຂອງສູນກາງພັກ ສະບັບເລກທີ 04/ກມສພ ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່, ກໍໄດ້ຕີລາຄາຄືນໃຫ້ເຫັນການເຊີດຊູຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ມີຄວາມໜັກແໜ້ນ ເປັນແນວທາງພັດທະນາອັນເປັນພື້ນຖານຂອງພັກ ນັບທັງການພັດທະນາເສດຖະກິດ ໂດຍໄດ້ວາງແຜນນະໂຍບາຍໃນການປັບປຸງໂຄງສ້າງການຜະລິດ-ການບໍລິການ ດັ່ງນີ້:

  1. ກວດກາ ແລະ ປະເມີນຄືນການກຳນົດຍຸດທະສາດພັດທະນາຂອງບັນດາຂະແໜງການຜະລິດ ແລະການບໍລິການ ດ້ວຍການສົມທົບແໜ້ນລະຫວ່າງການສົ່ງເສີມ, ການພັດທະນາ ແລະຂະຫຍາຍທຸກທ່າແຮງບົ່ມຊ້ອນກັບການສ້າງຖານການຜະລິດ ແລະສິນຄ້າ ທີ່ເປັນປາຍແຫຼມ ແລະມີຄວາມຍືນຍົງ;
  2. ຖືເອົາກະສິກຳເປັນພື້ນຖານໃຫ້ແກ່ການຂະຫຍາຍອຸດສາຫະກຳ, ສຸມໃສ່ຍົກລະດັບຂົງເຂດກະສິກຳໃຫ້ທັນສະໄໝ, ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ທີ່ເປັນມິດກັບສິ່ງແວດລ້ອມ ເຂົ້າໃນການສົ່ງເສີມການຜະລິດກະສິກຳໃຫ້ສອດຄ່ອງກັບສະພາບດິນຟ້າອາກາດຢູ່ແຕ່ລະບ່ອນ ແນ່ໃສ່ສ້າງ ແລະຕອບສະໜອງແຫຼ່ງວັດຖຸດິບ ທີ່ມີຄຸນນະພາບ ແລະພຽງພໍຮັບໃຊ້ການປຸງແຕ່ງ ກໍ່ຄືສ້າງໃຫ້ມີຜະລິດຕະພັນກະສິກຳສົດ, ສະອາດ, ປອດສານພິດ ເພື່ອສົ່ງອອກ, ຮັບໃຊ້ການທ່ອງທ່ຽວ ແລະການຊົມໃຊ້ພາຍໃນ, ທົດແທນການນຳເຂົ້າ;
  3. ລົງທຶນໃສ່ການກໍ່ສ້າງ ແລະຂະຫຍາຍພື້ນຖານໂຄງລ່າງດ້ານກະສິກຳ-ປ່າໄມ້ ຢູ່ເຂດຊົນນະບົດໃຫ້ເຂັ້ມແຂງ;
  4. ສ້າງ ແລະຂະຫຍາຍພື້ນຖານອຸດສະຫະກຳ ຫຼື ໂຮງຈັກ-ໂຮງງານດ້ານອຸດສະຫະກຳທີ່ສຳຄັນຈຳນວນໜຶ່ງ ເປັນຕົ້ນ ໂຮງງານປຸງແຕ່ງແຮ່ທາດ, ເຄມີພັນ, ປຸ່ຍຊີວະພາບ, ຫົວອາຫານລ້ຽງສັດ, ການຜະລິດວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ-ບໍລິໂພກ...
  5. ປັບປຸງການບໍລິການໂລຈິສຕິກ, ຈຸດຄ່ຽນຖ່າຍ, ຄວາມສາມາດໃນການບໍລິການຂົນສົ່ງສິນຄ້າ, ໂດຍສານ ຜ່ານແລວເສດຖະກິດຕ່າງໆ ໂດຍສະເພາະແລວເສດຖະກິດລາວ-ຈີນ, ຕາເວັນອອກ-ຕາເວັນຕົກ, ເໜືອ-ໃຕ້ ກໍຄືການເຊື່ອມຕໍ່ ແລະເຂົ້າເຖິງຈຸດບໍລິການຂອງແລວທາງລົດໄຟລາວ-ຈີນ ເພື່ອປະຕິບັດຍຸດທະສາດເຊື່ອມຈອດດ້ານເສດຖະກິດໃຫ້ແຂງແຮງ ແລະມີລັກສະນະບຸກທະລຸສູງ.

ຈາກທິດຊີ້ນຳ ແລະຄວາມຮຽກຮ້ອງຕ້ອງການອັນຮີບດ່ວນດັ່ງກ່າວ ຂອງມະຕິ 04 ຂ້າງເທິງ ທີ່ໄດ້ວາງເປົ້າໝາຍສູ້ຊົນ ແຕ່ນີ້ຮອດປີ 2026 ທຸກພາກສ່ວນຕ້ອງສຸມທຸກກຳລັງແຮງສັງລວມ ເພື່ອຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຄັ້ງທີ 11 ຂອງພັກໄລຍະທ້າຍສະໄໝໃຫ້ປະກົດຜົນເປັນຈິງດ້ວຍຄຸນນະພາບ ແລະປະສິດທິຜົນຕົວຈິງ ຕາມຈິດໃຈສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິງ ແລະຮອບດ້ານ, ພ້ອມທັງສ້າງຖ່ວງທ່າໃໝ່ໃຫ້ແກ່ການຈັດຕັ້ງປະຕິບັດທິດທາງ, ຄາດໝາຍໃຫຍ່ຮອດປີ 2030 ທີ່ຈະຖືກກຳນົດອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ກໍຄືການບັນລຸຄາດໝາຍໃຫຍ່ວິໄສທັດຮອດປີ 2030.

ດັ່ງນັ້ນ, ຂະແໜງການໄປສະນີ ຊື່ງເຮັດໜ້າທີ່ໃນຂອດການຈໍລະຈອນ ແລະແຈກຢາຍສິນຄ້າ ຕ້ອງໄດ້ເອົາ ໃຈໃສ່ ຫັນປ່ຽນຕົນເອງໃຫ້ໄປຕາມທິດ ແລະນະໂຍບາຍຂອງພັກ ກ່ຽວກັບ “ການປັບປຸງໂຄງສ້າງການຜະລິດ-ການບໍ ລິການ” ຂ້າງເທິງທີ່ພັກໄດ້ວາງໄວ້ ດ້ວຍການປັບປຸງລະບົບໂລຈິດສະຕິກຂອງຕົນ ແລະສ້າງຈຸດຄຽນຖ່າຍ ເພື່ອສ້າງການເຊື່ອມໂຍ່ງ ແລະສົ່ງຜ່ານຖົງໄປສະນີຂອງພາກພື້ນ ຕາມແລວເສດຖະກິດທີ່ລັດຖະບານໄດ້ກຳນົດ ໂດຍສະເພາະແລວເສດຖະກິດຕາເວັນອອກ-ຕາເວັນຕົກ ໃຫ້ປະກົດຜົນເປັນຈິງ ເພື່ອສ້າງຄວາມອາດສາມາດໃນການບໍລິການຂົນ ສົ່ງສິນຄ້າໃຫ້ມີຕົ້ນທຶນທີ່ຕໍ່າ ແລະໄລຍະເວລາໃນການຂົນສົ່ງທີ່ສັ້ນທີ່ສຸດ ບົນພື້ນຖານເສີມຂະຫຍາຍທຸກທ່າແຮງດ້ານໄປສະນີ ໂດຍສະເພາະວິສະຫະກິດໄປສະນີຂອງລັດ ຊື່ງມີເຄື່ອຂ່າຍບໍລິການຂະໜາດໃຫຍ່ທີ່ເຊື່ອມໂຍງກັບ 192 ປະເທດ, ບັນດາຜູ້ປະກອບເອກະຊົນຂອງຂະແໜງການໄປສະນີທີ່ຂະຫຍາຍຕົວສູງ, ບວກກັບການໝູນໃຊ້ທ່າແຮງທາງດ້ານທີ່ຕັ້ງພູມສັນຖານລະຫວ່າງຈີນ ແລະອາຊຽນ. 

ຢາກເຮັດໄດ້ຄືແນວນັ້ນ ຕ້ອງໄດ້ມີການວາງແຜນລະບົບໂລຊີດສະຕິກໄປສະນີໃຫ້ສາມາດຮັບມືກັບສິ່ງທ້າທາຍ ແລະເສີມຂະຫຍາຍທ່າແຮງສັງລວມດັ່ງກ່າວ ເຂົ້າໃນການຈັດຕັ້ງຜັນຂະຫຍາຍເປົ້າໝາຍສູ້ຊົນຂອງພັກໃຫ້ປະກົດຜົນເປັນຈິງ ຊື່ງຂະແໜງການໄປສະນີຈະຕ້ອງໄດ້ມີການວາງແຜນຜັງໂລຊິດສະຕິກໄປສະນີຂອງຕົນ ໃຫ້ສອດຄ່ອງກັບການວາງແຜນຜັງການຄົມມະນາຄົມຂົນສົ່ງ ແລະລະບົບການຂົນສົ່ງ ໃຫ້ໄປຕາມທິດໜຶ່ງປະເທດໜຶ່ງເຄື່ອຂ່າຍ, ເນື່ອງຈາກການວາງແຜນຜັງເມືອງ ແລະລະບົບໂລຊີດສະຕິກ ແມ່ນມີຄວາມສຳຄັນ ດັ່ງນີ້:

  1. ການວາງແຜນພາກ ແລະເມືອງ ແລະ ການຄົມມະນາຄົມຂົນສົ່ງຄືການຫຼຸດຕົ້ນທຶນການຂົນສົ່ງ (Transport Costs) ດ້ວຍການປ່ຽນຮູບແບບການຂົນສົ່ງ ແລະການໃຊ້ການຂົນສົ່ງຕໍ່ເນື່ອງຫຼາຍຮູບແບບ (Modal Shift and Multi-Modal transport) ຕະຫຼອດຮອດເສັ້ນທາງການຂົນສົ່ງ (Transport Route) ແນວໃດກໍຕາມສູນກະຈາຍສິນຄ້າ (Distribution Center) ທີ່ເປັນຮູບແບບໜຶ່ງຂອງຄັງສິນຄ້າເປັນໜ່ວຍທີ່ເຊື່ອມໂຍງລະ ຫວ່າງຜູ້ຜະລິດ ແລະຜູ້ຄ້າຍ່ອຍ ໂດຍເຮັດໜ້າທີ່ໃນການໃຫ້ບໍລິການຂົນສົ່ງ, ຮວບຮ່ວມ, ຈັດເກັບ, ຈັດຕຽມສິນຄ້າ ແລະການກະຈາຍສິນຄ້າ ກິດຈະກຳເຫຼົ່ານີ້ລ້ວນເປັນກິດຈະກຳຫຼັກທີ່ເກີດຂື້ນໃນສູນກະຈາຍສິນຄ້າ ທັງນີ້ປັດໄຈພື້ນຖານທີ່ກິດຈະການຕ້ອງພິຈາລະນາເຖິງ ໃນການປະກອບກິດຈະການສູນກະຈາຍສິນຄ້າ ທີ່ກ່ຽວຂ້ອງກັບການວາງຜັງເມືອງ ແລະຄົມມະນາຄົມຂົນສົ່ງຄືປັດໄຈດ້ານເວລາ ທີ່ຈະພິຈາລະນາຄວາມໄກ້ໄກຈາກລູກຄ້າ ການເຂົ້າເຖິງການບໍລິການຂົນສົ່ງ ສາທາລະນະພື້ນຖານດ້ານການຂົນສົ່ງ ທັງທາງບົກ ທາງນໍ້າ ແລະທາງອາກາດ ແລະເປັນສູນກາງດ້ານການຂົນສົ່ງ (Delivery Hub) ແລະປັດໄຈແຫ່ງຄວາມສຳເລັດຂອງສູນກະຈາຍສິນຄ້າທີ່ສຳຄັນຄືປັດໄຈດ້ານທີ່ຕັ້ງ (Strategy Location).
  2. ການແຂ່ງຂັນລະຫວ່າງປະເທດທີ່ສ້າງຜົນປະໂຫຍດມະຫາສານໃຫ້ກັບປະເທດທີ່ເປັນຜູ້ນໍາໃນພາກພື້ນນັ້ນເໜືອ ກວ່າປະເທດອື່ນໆ ກໍຄືການມີໂຄງຂ່າຍການຄົມມະນາຄົມຂົນສົ່ງສິນຄ້າລະຫວ່າງປະເທດທີ່ສົມບູນນັ້ນ ສິນຄ້າຈະກະຈາຍໄປໃນແຕ່ລະພາກທັງໃນປະເທດ ແລະປະເທດໄກ້ຄຽງໄດ້
  3.  ຍຸດທະສາດໃນການວາງແຜນພາກ ແລະເມືອງ ຈະມີສ່ວນສະໜັບສະໜູນໃຫ້ກິດຈະກຳການຄົມມະນາຄົມຂົນສົ່ງດຳເນີນໄປຢ່າງມີປະສິດທິພາບ ແລະກຳໄລສູງສຸດ ຫຼຸດບັນຫາຜົນກະທົບ ແລະເຮັດໃຫ້ມີຕົ້ນທຶນຕໍ່າສຸດ ຍາດແຍ່ງຂໍ້ໄດ້ປຽບ ແລະປິດຈຸດອ່ອນທາງເສດຖະກິດການຄົມມະນາຄົມຂົນສົ່ງຂອງປະເທດ ລວມທັງຕອບສະໜອງກັບການວາງແຜນໂລຊີດສະຕິກຂອງຊາດຢ່າງໝັ້ນຄົງ.
  4. ສູນກາງການຄົມມະນາຄົມຂົນສົ່ງ ສົ່ງຜົນຕໍ່ເມືອງ ທັງທາງດ້ານສ້າງລາຍໄດ້ທາງເສດຖະກິດ ໃນຂະນະດຽວກັນກໍເກີດຜົນກະທົບຕໍ່ການຈາລະຈອນ ມົນລະພິດ ສະພາບແວດລ້ອມ ສັງຄົມ ແລະຄຸນນະພາບຊີວິດຂອງປະຊາ ຊົນ ຈຶ່ງຈຳເປັນຕ້ອງມີການວາງຜັງເມືອງໃນໄລຍະເລີ່ມຕົ້ນກິດຈະການຂົນສົ່ງສິນຄ້າ ໂດຍປັບປຸງລະບົບໂຄງສ້າງຂອງເມືອງ ແລະຄວາມສຳພັນລະຫວ່າງສູນກາງການຄົມມະນາຄົມຂົນສົ່ງ ແລະເມືອງເປົ້າໝາຍຂອງເມືອງສູນກາງການຄົມມະນາຄົມຂົນສົ່ງອາດຈະປ່ຽນແປງໄປຈາກການແກ້ບັນຫາສະເພາະການຂົນສົ່ງສິນຄ້າ ກາຍເປັນການປັບປຸງຄວາມອາດສາມາດຂອງການຂົນສົ່ງສິນຄ້າຄວບຄູ່ໄປກັບການປັບປຸງຄຸນນະພາບຊີວິດຂອງຊາວເມືອງ ແລະການພັດທະນາເມືອງສູນກາງການຄົມມະນາຄົມຂົນສົ່ງດ້ວຍ. 

ການປັບປຸງປ່ຽນແປງລະບົບໂລຊີດສະຕິກໄປສະນີ ຈະສ້າງຜົນປະໂຫຍດຫຍັງແດ່ໃຫ້ກັບແຕ່ລະພາກສ່ວນ

  1. ການດຳເນີນການຈໍລະຈອນ ແລະແຈກຢາຍທີ່ມີປະສິດທິພາບ ຈະອຳນວຍຄວາມສະດວກໃຫ້ການຜະລິດສິນ ຄ້າພາຍໃນໄດ້ສູງຂື້ນ; 
  2. ການບໍລິການທາງຜ່ານທີ່ມີປະສິດທິພາບຂອງພາກພື້ນ ຈະເຮັດໃຫ້ການເຊື່ອມໂຍງຜູ້ບໍລິໂພກ ແລະຜູ້ຜະລິດໃນທົ່ວທຸກພາກຂອງປະເທດ ເຊື່ອມຈອດເຂົ້າກັບ Supply Chain ຂອງໂລກໄດ້ກວ້າງຂວາງຫຼາຍຂື້ນ;
  3. ລະບົບໂລຊີດສະຕິກທີ່ດີ ຈະຊ່ວຍໃຫ້ການເຊື່ອມໂຍ່ງຂໍ້ມູນບັນດາແພລດຟອມຕ່າງໆດ້ານດີຊີຕອນໄດ້ຢ່າງຫຼາກຫຼາຍ ແລະມີປະສິດທິພາບສູງ;
  4. ການໝູນໃຊ້ແພດຟອມຕ່າງໆດ້ານການຄ້າເອເລັກໂຕຼນິກຂອງຕ່າງປະເທດໃຫ້ເຊື່ອມຈອດເຂົ້າກັບລະບົບໂລຊີດສະຕິກໄປສະນີ ແລະລະບົບພາສີອາກອນ NSWA+ ທີ່ມີຢູ່ແຕ່ລະດ່ານການຄ້າຊາຍແດນ  ຈະເປັນແຫຼ່ງສ້າງລາຍຮັບໃໝ່ໃຫ້ແກ່ລັດໄດ້ຫຼາຍຂື້ນ.

ສະພາບລວມພື້ນຖານໂຄງລ່າງໂລຊີດສະຕິກຂອງ ສປປ ລາວ

ການຂົນສົ່ງທາງຖະໜົນຍັງຄົງເປັນຮູບແບບການຂົນສົ່ງທີ່ຕ້ອງການ ແລະເຊື່ອວ່າໃນອານາຄົດ ການຂົນສົ່ງທາງຖະໜົນ ກໍຈະຍັງຄົງຄອງອັນດັບໜຶ່ງ ໃນການຂົນສົ່ງສິນຄ້າ ແລະຜູ້ໂດຍສານຕໍ່ໄປ, ເສັ້ນທາງຄົມມະນາຄົມຫຼັກເປັນໄປຕາມຮູບແບບຂອງແລວທາງເໜືອ-ໃຕ້ ຕາມການກະຈາຍຕົວຂອງປະຊາກອນ ແລະມີການເຊື່ອມໂຍງຫຼັກກັບແລວທາງຕາເວັນອອກ-ຕາເວັນຕົກ ໄປຫາປະເທດເພື່ອນບ້ານ ເຊັ່ນ ຈີນ, ຫວຽດນາມ, ໄທ, ກຳປູເຈຍ ແລະ ພະມ້າ.

         ໃນປີ 2015 ລາວ, ກຳປູເຈຍ, ຈີນ, ພະມ້າ, ໄທ ແລະ ຫວຽດນາມ ຕ່າງກໍໃຫ້ການອະນຸມັດ ແລະ ດຳເນີນການຕາມຂໍ້ຕົກລົງໃນການອຳນວຍຄວາມສະດວກດ້ານການຂົນສົ່ງຂ້າມແດນ (Cross-Border Transport Facilitation Agreement: CBTA) ຢ່າງເປັນທາງການໃນບົດບັນທຶກຄວາມເຂົ້າໃຈ (MoU) ທີ່ລົງນາມຮ່ວມກັນຂອງອານຸພາກພື້ນລຸ່ມແມ່ນໍ້າຂອງ (Greater Mekong Subregion: GMS) ໂດຍມີກຳນົດເວລາເຖິງ ເດືອນ ມີນາ ປີ 2018 ທີ່ນຳໃຊ້ເປັນເອກະສານຊົ່ວຄາວ (Temporary Admission Documents: TADs) ໃນການອະ ນຸຍາດໃຫ້ເຈົ້າຂອງຍານພາຫະນະທີ່ຂື້ນທະບຽນ ສາມາດຂົນສົ່ງສິນຄ້າ ແລະໂດຍສານ ຈາກປະເທດໜຶ່ງສາມາດເດີນ ທາງໄດ້ຢ່າງອິສະລະ ບົນເສັ້ນທາງໃດກໍໄດ້ ແລະຂ້າມຊາຍແດນໃດໆທີ່ໄດ້ລະບຸໄວ້ໃນລະບຽບການຂອງ CBTA ໂດຍໃນເບື້ອງຕົ້ນ ສປປ ລາວ ໄດ້ຈຳກັດການຂົນສົ່ງເຂົ້າ ແລະອອກປະເທດໄປຍັງດ່ານຊາຍແດນບໍ່ເຕັນ, ຫ້ວຍຊາຍ, ແດນສະຫວັນ ແລະດ່ານສະຫວັນນະເຂດ ທີ່ຕັ້ງຢູ່ຕາມເສັ້ນທາງຫຼວງໝາຍເລກ 3,ເລກ 9 ແລະ ເລກທີ 13.

         ການຂົນສົ່ງທາງຖະໜົນໃນປະຈຸບັນຮອງຮັບຜູ້ໂດຍສານໄດ້ 78% (ຜູ້ໂດຍສານ/ກິໂລແມັດ) ແລະ 96% ຂອງການຂົນສົ່ງສິນຄ້າ (ໂຕນ/ກິໂລແມັດ) ຈາກສະຖິຕິຂອງກະຊວງແຜນການ ແລະການລົງທຶນ (Statistics YearBook 2022, ສປປ ລາວ). ແມ່ນໍ້າຂອງ ແລະແມ່ນໍ້າສາຂາມີສ່ວນແບ່ງການຂົນສົ່ງສິນຄ້າພຽງແຕ່ 3.73% ພ້ອມດ້ວຍສ່ວນແບ່ງການຈໍລະຈອນຜູ້ໂດຍສານພຽງ 1.62% ປະລິມານການຂົນສົ່ງສິນຄ້າທາງອາກາດຢູ່ທີ່ 0.01% ແລະການຂົນສົ່ງໂດຍສານທາງອາກາດພາຍໃນປະເທດ 1.54% ຂອງຄວາມຕ້ອງການ ແລະມີບົດບາດສຳຄັນໃນການເຊື່ອມໂຍງເຂດຕົວເມືອງ ແລະສ່ວນອື່ນໆ ທີ່ບໍ່ສາມາດເຂົ້າເຖິງໄດ້ຂອງປະເທດ. 

ເສັ້ນທາງລົດໄຟ ໃນສ່ວນຂະຫຍາຍ 3.5 ກມ ເພື່ອເຊື່ອມໂຍງລະຫວ່າງທ່ານາແລ້ງ-ໜອງຄາຍ ຊື່ງໄດ້ເປີດສັນຈອນໃນ ເດືອນ ມີນາ ປີ 2009 ເຖິງຈະເປັນເສັ້ນທາງລົດໄຟຂະນາດນ້ອຍ ແຕ່ກໍເຊື່ອມຕໍ່ກັບເຄື່ອຂ່າຍລົດໄຟໄທໄດ້ ເຮັດໃຫ້ການຂົນສົ່ງທາງລາງຂອງລາວໄດ້ກວ້າງອອກໄປສູ່ທ່າເຮືອໃນປະເທດໄທ ແລະທີ່ອື່ນໆ ຜ່ານຂົວມິດຕະ ພາບລາວ-ໄທ ທີ່ຖືກສ້າງຂື້ນເພື່ອການເຊື່ອມໂຍງການຄົມມະນາຄົມລະຫວ່າງລາວ-ໄທ ກັບເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ ໄລຍະທາງ 422 ກມ ຈາກນະຄອນຫຼວງວຽງຈັນໄປຍັງບໍ່ເຕ່ນຊາຍແດນຈີນ ໂດຍມີສະຖານີຫຼາຍແຫ່ງຕະຫຼອດເສັ້ນທາງ ທີ່ເປີດໃຫ້ບໍລິການໃນເດືອນ ທັນວາ ປີ 2021. ໃນຊ່ວງ 3 ເດືອນເລີ່ມຕົ້ນ ລົດໄຟລາວ-ຈີນໄດ້ໃຫ້ບໍລິການຜູ້ໂດຍສານຫຼາຍກວ່າ 1.7 ລ້ານຄົນ ແລະສິນຄ້າ 1.1 ລ້ານໂຕນ ອັດຕາສ່ວນແບ່ງການຂົນສົ່ງຜູ້ໂດຍສານ 1.64%.

ການດຳເນີນການທາງລົດໄຟລາວ-ຈີນ ຊື່ງຕັດກັບທາງລົດໄຟລາວ-ໄທ ທີ່ Dry Port  ທ່ານາແລ້ງ ຊື່ງເປັນໂຄງການຄອບຄຸມລະບົບໂລຊີດສະຕິກຂອງປະເທດ ໄດ້ປ່ຽນລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ເປັນປະເທດທີ່ເຊື່ອມຕໍ່ກັນດ້ວຍເສັ້ນທາງບົກ ຫາ ທາງດ່ວນວຽງຈັນ-ວັງວຽງ ໃນໄລຍະທາງ 109 ກມ ໄດ້ຫຼຸດເວລາການເດີນທາງເຫຼືອ 1 ຊມ (ຄິດຄ່າຜ່ານທາງຕະຫຼອດເສັ້ນທາງ) ທຽບກັບເມື່ອກ່ອນທີ່ໃຊ້ເວລາເຖິງ 3 ຊມ ຕາມເສັ້ນທາງເລກທີ 13 ແລະກຳລັງດຳເນີນການຂະຫຍາຍຈາກວັງວຽງໄປຫາຫຼວງພະບາງ.

ການຄ້າຊາຍແດນ

ມາຮອດປະຈຸບັນການຄ້າຊາຍແດນທົ່ວປະເທດຂອງ ສປປ ລາວ ປະກອບມີດ່ານສາກົນທັງໝົດ 27 ດ່ານ, ດ່ານທ້ອງຖິ່ນ 32 ດ່ານ ແລະ ດ່ານປະເພນີ ທັງໝົດ 48 ດ່ານ. ນັບແຕ່ປີ 1990 ເປັນຕົ້ນມາ ລາວ ໄດ້ລົງນາມເຊັນ ສັນຍາການຄ້າສອງຝ່າຍກັບ 15 ປະເທດໃນໂລກ ຄື ລັດເຊຍ,ມົງໂກນ, ໄທ, ມຽນມາ, ເກົາຫຼີ, ຈີນ, ຫວຽດນາມກໍາປູເຈຍ, ມາເລເຊຍ, ອິນເດຍ, ເບລາຣຸດ, ອາກຊັງຕິນ, ອາເມລິກາ, ຕວກກີ ແລະ ກູເວດ.

ການເຊັນສັນຍາການຄ້າສອງຝ່າຍ ແນໃສ່ເພື່ອສົ່ງເສີມການຮ່ວມມືດ້ານການຄ້າລະຫວ່າງຄູ່ສັນຍາ ແລະ ຍົກສູງມິດຕະພາບແບບພິເສດ ແລະການຮ່ວມມືຢ່າງຮອບດ້ານ; ບາງສັນຍາ, ກໍສົ່ງເສີມການເຂົ້າເຖິງຕະຫຼາດການຄ້າດ້ານສິນຄ້າ ແລະ ການບໍລິການລະຫວ່າງສອງຝ່າຍໃຫ້ມີຄວາມໝັ້ນຄົງ ແລະ ຍາວນານ. ດ້ານໜຶ່ງ, ແມ່ນແນໃສ່ສ້າງຂອບວຽກໃນການຮ່ວມມື ເພື່ອປັບປຸງສະພາບແວດລ້ອມທີ່ອຳນວຍຄວາມສະດວກໃຫ້ແກ່ການພົວພັນການຄ້າ ລະຫວ່າງກັນພາຍໃຕ້ລະບຽບກົດໝາຍ ແລະ ຂອດການບໍລິຫານ ທີ່ມີຄວາມໂປ່ງໃສ ແລະ ເຮັດໃຫ້ສິນຄ້າຂອງປະເທດຄູ່ຄ້າ ສາ ມາດເຂົ້າເຖິງຕະຫຼາດຂອງກັນ ແລະ ກັນ ໄດ້ສະດວກ ແລະ ໄວຂຶ້ນກວ່າເກົ່າ. ນອກຈາກນີ້, ກໍຍັງເປັນການດຶງດູດການລົງທຶນຈາກຕ່າງປະເທດໃຫ້ນັບມື້ນັບຫຼາຍຂຶ້ນ.

ນອກຈາກນີ້, ກໍຍັງມີຂອບການຮ່ວມມືແບບຮອບດ້ານໃນຮູບແບບຂອງຄະນະກຳມະທິການ ວ່າດ້ວຍການຮ່ວມມືລະຫວ່າງ ລາວ ແລະ ປະເທດຄູ່ຄ້າ (Joint Commission-JC) ເພື່ອເປັນການເພີ່ມທະວີສາຍພົວພັນລະຫວ່າງສອງຝ່າຍ. ການຮ່ວມມືດັ່ງກ່າວ ເປັນການຮ່ວມມືໃນແບບສອງຝ່າຍຂັ້ນລັດຖະບານ ທີ່ກວມເອົາຫຼາຍຂະແໜງການປິ່ນອ້ອມຂະແໜງເສດຖະກິດ ທີ່ມີການກຳນົດທິດທາງແຜນການຮ່ວມມື ແລະ ວາງຄາດໝາຍສູ້ຊົນຮ່ວມກັນ, ເປັນອີກເວທີໜຶ່ງທີ່ບັນດາປະເທດຄູ່ຮ່ວມມືສະເໜີໃຫ້ມີການເຈລະຈາສັນຍາຕ່າງໆລວມເຖິງການເຈລະຈາ ແລະ ການແກ້ໄຂບັນຫາທາງດ້ານການຄ້າ. ປະຈຸບັນ ລາວ ໄດ້ມີຂໍ້ຕົກລົງຢູ່ໃນຂອບການຮ່ວມມື JC ກັບ 16 ປະເທດ ຄື ຫວຽດ ນາມ, ໄທ, ກູບາ, ກຳປູເຈຍ, ມຽນມາ, ລັດເຊຍ, ມົງໂກນ, ອິນເດຍ, ອີຢູ, ຈີນ, ອິນໂດເນເຊຍ, ອາເມລິກາ, ມາເລເຊຍ, ສປປ ເກົາຫຼີ, ບຣູໄນ ແລະ ສ.ເກົາຫຼີ. 

 

ແຫຼ່ງຂໍ້ມູນອ້າງອີງ:

1. ມະຕິ 04/ກມສພ ລົງວັນທີ 11 ເມສາ 2024, ຂໍ້ 3.2 ເປົ້າໝາຍສູ້ຊົນ, ໜ້າ 5

2. https://jclao.com/infrastructure-in-laos-one-night-to-bangkok/

3. https://dlca.logcluster.org/

4. www.lsb.gov.la  (ສູນສະຖິຕິແຫ່ງຊາດ).

5. https://www.mpwt.gov.la/download_statistics?name=%E0%BA%97%E0%BA%B2%E0%BA%87%20GMS

6. https://www.mpwt.gov.la/statistics/roads

7. https://www.laotradeportal.gov.la/lo-la/site/display/790

8. https://www.facebook.com/photo.php?fbid=687765483379922&id=100064394304145&set=a.482253447264461

9. http://www.dftp.moic.gov.la/la/bilateral-trade/

 

ຕິດຕາມສະຖານະເຄື່ອງຝາກ
ແຈ້ງການ
ແຂ່ງຂັນຂຽນຈົດໝາຍ ນານາຊາດ ລະນຶກເຖິງບົດບາດຂອງການໄປສະນີ
ເບີໂທສຸກເສີນ
facebook page
ນາງ ຟ້າໃສ ແລະ ທ້າວ ວັນໃໝ່