08/08/2024
| ໄຟລ໌ແນບ (s): | |
|---|---|
| ຫົວຂໍ້ | ດາວໂຫຼດ |
| ທັສະນະຂອງພັກ ແລະນະໂຍບາຍກ່ຽວກັບວຽກງານໄປສະນີ 8-8-24 | ![]() |
ທັສະນະຂອງພັກ ແລະນະໂຍບາຍຂອງລັດ
ຕໍ່ກັບວຽກງານການຈໍລະຈອນ ແລະແຈກຢາຍ
ພັກປະຊາຊົນປະຕິວັດລາວ ແມ່ນພັກທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ, ມີນໍ້າໃຈປະຕິວັດອັນເດັດດ່ຽວໜຽວແໜ້ນ, ສຸດກົກສຸດປາຍ. ຕະຫຼອດໄລຍະໃນການນໍາພາ ທັງໄລຍະຕໍ່ ສູ້ກູ້ຊາດ ແລະ ໄລຍະປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ພັກປະຊາຊົນປະຕິວັດລາວ ສາມາດຍາດໄດ້ຜົນງານອັນຍິ່ງໃຫຍ່ ຫຼາຍດ້ານ ເຊັ່ນ:
1). ຜົນສຳເລັດໃນການນຳພາປົດປ່ອຍປະເທດຊາດ ສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ;
2). ຜົນສຳເລັດໃນການເຕົ້າໂຮມຄວາມສາມັກຄີປອງດອງຊາດຂອງປະຊາຊົນບັນດາເຜົ່າ;
3). ຜົນສຳເລັດໃນການນຳພາປ່ຽນແປງໃໝ່ທາງດ້ານເສດຖະກິດຂອງປະເທດ ແລະ
4). ຜົນສຳເລັດໃນການເປີດກວ້າງການຮ່ວມມືກັບສາກົນ.
ສຳລັບຜົນສຳເລັດໃນການນຳພາ “ປ່ຽນແປງໃໝ່ທາງດ້ານເສດຖະກິດ” ແມ່ນໄລຍະທີ່ປະເທດຊາດໄດ້ກ້າວເຂົ້າສູ່ໄລຍະໃໝ່ຂອງການປະຕິວັດ ທີ່ມີການເຊື່ອມໂຍງກັບສາກົນ, ຕາມທັດສະນະຂອງພັກການປ່ຽນແປງໃໝ່ທາງດ້ານເສດຖະກິດ ແມ່ນການຫັນປ່ຽນ ດັ່ງນີ້:
1). ການຫັນປ່ຽນໂຄງປະກອບເສດຖະກິດ;
2). ການປັບປຸງກົນໄກຄຸ້ມຄອງເສດຖະກິດ;
3). ການແບ່ງຂັ້ນຄຸ້ມຄອງ;
4). ການຫັນປ່ຽນເສດຖະກິດທຳມະຊາດໄປສູ່ເສດຖະກິດສິນຄ້າ ແລະສ້າງຊົນນະບົດໃໝ່;
5). ການຈໍລະຈອນ ແລະແຈກຢາຍ;
6). ການເອົາການຄ້າເປັນຕ່ອງໂສ້, ເອົາຄົມມະນາຄົມເປັນປາຍແຫຼມ;
7). ການປະຕິບັດວຽກງານການເງິນ, ເງິນຕາ;
8). ການພົວພັນເສດຖະກິດກັບຕ່າງປະເທດ.
ຕະຫຼອດໄລຍະຂະບວນວິວັດແຫ່ງການປ່ຽນແປງໃໝ່ທີ່ຜ່ານມາ ແມ່ນໄລຍະແຫ່ງການໝູນໃຊ້ ແລະ ຜັນຂະ ຫຍາຍທັສະນະຂອງພັກກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ ເຂົ້າໃນການກຳນົດແນວທາງ, ວາງນະໂຍ ບາຍ, ຍຸດທະສາດການພັດທະນາເສດຖະກິດສອດຄ່ອງກັບກົນໄກເສດຖະກິດຕະຫຼາດ, ກາຍເປັນພື້ນຖານທາງດ້ານແນວຄິດທິດສະດີອັນໜັກແໜ້ນ, ເປັນທິດນຳສຳຄັນ ທີ່ສອດຫ້ອຍເຂົ້າໃນແນວທາງການປ່ຽນແປງໃໝ່ທາງດ້ານເສດ ຖະກິດຂອງພັກເຮົາ, ເປັນປັດໄຈຕັດສິນຜົນສຳເລັດຂອງການປ່ຽນແປງໃໝ່ທາງດ້ານເສດຖະກິດ.
ສະນັ້ນ ຖ້າຢາກສຳເລັດການປ່ຽນແປງໃໝ່ທາງດ້ານເສດຖະກິດ ຕ້ອງຮູ້ນຳໃຊ້ທັສະນະຂອງພັກເຂົ້າໃນການກຳນົດແນວທາງ, ວາງນະໂຍບາຍ ແລະຍຸດທະສາດໃຫ້ສອດຄ່ອງຕາມກົນໄກເສດຖະກິດຕະຫລາດ ຊື່ງເຫັນໄດ້ວ່າມາໃນເງື່ອນໄຂປັດຈຸບັນ, ການຂະຫຍາຍຕົວຂອງການຄ້າເອເລັກໂຕຼນິກ, ລະບົບໂລຊີດສະຕິກພາຍໃນ, ຂອງຂົງເຂດ ແລະພາກພື້ນ ນັບມື້ນັບໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຍິ່ງເຮັດໃຫ້ຂະແໜງການໄປສະນີ ເຫັນໄດ້ຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ, ຈຳເປັນທີ່ສຸດໃນການຄົ້ນຄ້ວາ, ເຊື່ອມຊືມ ແລະ ໝູນໃຊ້ທັສະນະຂອງພັກກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ ເຂົ້າໃນການກຳນົດແນວທາງພັດທະນາຂະແໜງການໄປສະນີ ເພື່ອຫັນປ່ຽນການຈໍລະຈອນ ແລະແຈກຢາຍຂອງປະເທດ ໃຫ້ນັບມື້ເຂັ້ມແຂງຍິ່ງຂື້ນ ໂດຍເລັ່ງຂົນຂວາຍເອົາຜົນປະໂຫຍດຈາກການຂະຫຍາຍຕົວດັ່ງກ່າວ ໃຫ້ໄປຄ່ຽງຄູ່ກັບການຫັນປ່ຽນດ້ານອື່ນທີ່ພັກໄດ້ກຳນົດໄວ້ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແນໃສ່ສ້າງບັນດາປະຖົມປັດໄຈຂອງປະເທດໃຫ້ໄປຕາມທິດສັງຄົມນິຄົມ, ຊື່ງມີເນື້ອໃນທີ່ຕິດພັນກັບຂະແໜງການໄປສະນີ ດັ່ງນີ້:
- ທັສະນະຂອງພັກກ່ຽວກັບການຈໍລະຈອນ ແລະແຈກຢາຍ
ແມ່ນເນື້ອໃນສຳຄັນຂອງການປ່ຽນແປງໃໝ່ທາງດ້ານເສດຖະກິດ, ເປັນແນວຄິດຊີ້ນຳໃຫ້ແກ່ການ “ຫັນການແຈກຢາຍຈໍລະຈອນໄປສູ່ກົນໄກໃໝ່ຢ່າງຂາດຕົວ”, ແນວຄິດດັ່ງກ່າວໄດ້ສອດຫ້ອຍໃນແນວທາງການປ່ຽນແປງ ໃໝ່ດ້ານເສດຖະກິດຂອງພັກ ທີ່ເປັນທັດສະນະວິທະຍາສາດ ແລະຕົວຈິງ ເພື່ອປູພື້ນໄປສູ່ການພັດທະນາຕະຫຼາດ ຕາມທິດສັງຄົມນິຍົມຢູ່ປະເທດເຮົາ. ພັກໄດ້ຊີ້ໃຫ້ເຫັນເຖິງສາຍພົວພັນສັດຈະວິພາກລະຫວ່າງການຈໍລະຈອນ ແລະ ແຈກຢາຍກັບຂອດອື່ນໆຂອງຂະບວນການຜະລິດ ຄື ຂອດການຜະລິດ (Manufacturing), ຂອດຈໍລະຈອນ (Transportation), ຂອດແຈກຢາຍ (Distribution) ແລະ ຂອດໃຊ້ສອຍ (Customer) ທັງສີ່ຂອດນີ້ ມີສາຍພົວພັນສັດຈະວິພາກນຳກັນ, ກຳນົດເຊິ່ງກັນ ແລະ ກັນ ໂດຍທັງສີ່ຂອດນີ້ເອີ້ນວ່າການສ້າງຄຸນຄ່າເພີ່ມໃຫ້ກັບສິນຄ້າ (Supply Chain).
ຢາກສ້າງຄຸນຄ່າເພີ່ມໃຫ້ກັບສິນຄ້າ ມີແຕ່ດຳເນີນການຈໍລະຈອນ ແຈກຢາຍຢ່າງເໝາະສົມເທົ່ານັ້ນ ຈຶ່ງຂະ ຫຍາຍການຜະລິດ ແລະ ການໃຊ້ສອຍໄດ້ ແລະ ຈໍລະຈອນຍິ່ງໄວເທົ່າໃດ ກໍຍິ່ງຮັບໃຊ້ການໃຊ້ສອຍ ແລະ ການຜະລິດໄດ້ໄວເທົ່ານັ້ນ. ເພື່ອປະຕິບັດຂອດການຈໍລະຈອນ ແລະ ການແຈກຢາຍໃຫ້ໄດ້ດີ, ຕາມທັດສະນະຂອງພັກແລ້ວ ແມ່ນຕ້ອງພັດທະນາການຄ້າ ນັບທັງການຄ້າພາຍໃນ ແລະ ການຄ້າຕ່າງປະເທດ. ປັບປຸງລະບົບການຄ້າ ນັບທັງພາກສ່ວນເສດຖະກິດຕ່າງໆໂດຍຖື “ເອົາວິສະຫະກິດຂອງລັດເປັນເຈົ້າພາທາງ” ເພື່ອເປີດກວ້າງການຈໍລະຈອນສິນຄ້າເສລີຖືກກົດໝາຍບົນພື້ນຖານລາຄາເຫັນດີເຫັນພ້ອມນຳກັນ, ຮັບປະກັນການເກັບຊື້, ຈຳໜ່າຍ ແລະ ການສະໜອງ-ຄວາມຕ້ອງ ການ ສິນຄ້າສຳລັບການຜະລິດ ແລະ ສິນຄ້າສຳລັບການຊົມໃຊ້ (ພື້ນຖານການຜະລິດສຳທຶນສັງຄົມ) ທັງຢູ່ພາຍໃນ ແລະ ສົ່ງອອກຢ່າງພຽງພໍ.
- ກ່ຽວກັບການເອົາການຄ້າເປັນຕ່ອງໂສ້, ເອົາຄົມມະນາຄົມເປັນປາຍແຫຼມ
ພັກ ໄດ້ຖືສຳຄັນວຽກງານການຄ້າ ແລະຄົມມະນາຄົມໃນການຫັນເສດຖະກິດທຳມະຊາດ, ເຄິ່ງທຳມະຊາດໄປສູ່ເສດຖະກິດສິນຄ້າ, ໂດຍໄດ້ຊີ້ນຳວ່າ: “ໃນການປະຕິບັດໂຄງປະກອບອຸດສະຫະກຳຕິດພັນກັບກະສິກຳ-ປ່າໄມ້ນັ້ນຕ້ອງຕິດພັນກັບການບໍລິການແຕ່ຫົວທີໂລດ, ລະບົບການບໍລິການນັ້ນແມ່ນລະບົບຈໍລະຈອນສິນຄ້າ ແລະ ລະບົບພື້ນ ຖານໂຄງລ່າງ. ພວກເຮົາຖືເອົາການຄ້າເປັນຕ່ອງໂສ້ຕົ້ນຕໍທັງໝົດຂອງການຜະລິດສຳສັງຄົມ ບົນພື້ນຖານການສຳພັນລະຫວ່າງກະສິກຳ-ປ່າໄມ້ ກັບ ອຸດສະຫະກຳ ແລະ ບໍລິການ. ການຄ້າຕິດພັນກັບທະນາຄານ ແລະການເງິນກາຍເປັນເຄື່ອງມືອັນເຂັ້ມແຂງກວ່າໝູ່ຂອງລັດ ເພື່ອສ້າງໂຄງປະກອບເສດຖະກິດໃໝ່ ໂດຍຫັນປ່ຽນຈາກເສດຖະກິດທຳມະຊາດໄປສູ່ເສດຖະກິດສິນຄ້າຕາມທິດສັງຄົມນິຍົມ”.
ພັກໄດ້ຊີ້ໃຫ້ເຫັນສາຍພົວພັນລະຫວ່າງການຄ້າກັບການຄົມມະນາຄົມ ດັ່ງນີ້: “ມີແຕ່ຮູ້ກຳເອົາການຄ້າເປັນຕ່ອງໂສ້ຕົ້ນຕໍ, ການຄົມມະນາຄົມເປັນປາຍແຫຼມ ແລະຮູ້ກະທົບໃສ່ຈຸດເລີ່ມຢ່າງຖືກຕ້ອງພວກເຮົາຈຶ່ງສາມາດສ້າງກຳ ລັງແຮງສັງຄົມ ເພື່ອຫັນປ່ຽນໂຄງປະກອບເສດຖະກິດຂອງປະເທດເຮົາ. ຕ້ອງຮັບປະກັນລັກສະນະຄົບຊຸດຂອງເສັ້ນ ທາງຄົມມະນາຄົມ ຄື ຮັບປະກັນການປະສານສົມທົບທີ່ສອດຄ່ອງລະຫວ່າງຄົມມະນາຄົມທາງບົກ, ທາງນໍ້າ, ທາງອາ ກາດ (ການຂົນສົ່ງຫຼາຍຮູບແບບ) ໃຫ້ມີຄວາມເປັນເອກະພາບ ໂດຍວາງນະໂຍບາຍ, ລະບຽບການຕ່າງໆຕໍ່ກັບການພັດທະນາການຂະຫຍາຍເສັ້ນທາງຄົມມະນາຄົມຊົນນະບົດໃນຂອບເຂດທົ່ວປະເທດໃຫ້ເຊື່ອມໂຍງໂລ່ງລຽນ. ຕ້ອງເປີດກວ້າງຕາໜ່າງຄົມມະນາຄົມ, ນັບແຕ່ເສັ້ນທາງຍຸດທະສາດຮັບໃຊ້ໃຫ້ແກ່ການອອກສູ່ຕ່າງປະເທດ ເພື່ອຮັບໃຊ້ເສດຖະກິດ ແລະການປ້ອງກັນຊາດ.”
- ກ່ຽວກັບການພົວພັນເສດຖະກິດກັບຕ່າງປະເທດ
“ໃນເງື່ອນໄຂສາກົນໃນປະຈຸບັນບໍ່ວ່າປະເທດໃດ, ເຖິງຈະເປັນປະເທດໃຫຍ່ກໍຕາມ ກໍບໍ່ສາມາດຂະຫຍາຍເປັນປົກກະຕິດ້ວຍຕົນເອງໄດ້ ໂດຍປັດສະຈາກການພົວພັນ ແລະຮ່ວມມືທາງເສດຖະກິດກັບຕ່າງປະເທດ, ການພົວ ພັນ ແລະຮ່ວມມືທາງເສດຖະກິດນີ້ເປັນໄປໃນທົ່ວໂລກ ຫຼື ໃນແຕ່ລະພາກພື້ນ, ລະຫວ່າງປະເທດທີ່ມີລະບອບການສັງຄົມທີ່ແຕກຕ່າງກັນ. ປະເທດເຮົາກ້າວຂື້ນຈາກການຜະລິດນ້ອຍ, ຖ້າປັດສະຈາກການຊ່ວຍເຫຼືອ ແລະການຮ່ວມມືທາງເສດຖະກິດກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ແລະກັບປະເທດຕ່າງໆທີ່ເຄົາລົບເອກະລາດ, ອະທິປະໄຕຂອງພວກເຮົາແລ້ວກໍບໍ່ອາດກ້າວໄປໄວໄດ້”.
“ກ້າວເຂົ້າສູ່ໄລຍະໃໝ່ພວກເຮົາຈະອີງໃສ່ການຊ່ວຍເຫຼືອຂອງສາກົນແຕ່ດ້ານດຽວແມ່ນບໍ່ໄດ້, ຫາກຕ້ອງເສີມຂະຫຍາຍຈິດໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໄຂເສັ້ນທາງຮ່ວມມືກັບສາກົນ ແລະເຮັດການຂາອອກ ເພື່ອຂາເຂົ້າ; ຢາກເຮັດໄດ້ແນວນັ້ນ ແມ່ນຕ້ອງປະຢັດການໃຊ້ຈ່າຍຢູ່ພາຍໃນປະເທດຢ່າງສຸດຂີດ, ສຸມກຳລັງເຂົ້າໃສ່ການຂຸດຄົ້ນຄວາມອາດສາມາດມາດບົ່ມຊ້ອນທາງເສດຖະກິດຢູ່ພາຍໃນປະເທດ, ເຮັດໃຫ້ມີສິນຄ້າ ບາງປະ ເພດ ທີ່ເປັນກຳລັງແຮງສຳລັບຂາອອກ.”
- ນະໂຍບາຍຂອງລັດ
ເຫັນໄດ້ບົດບາດຂອງວຽກງານໄປສະນີ ລັດຈຶ່ງສົ່ງເສີມໃຫ້ມີການເປີດກວ້າງທຸລະກິດການບໍລິການໂລຊີດສະຕິກ ແລະ ໄປສະນີ ໃຫ້ມີຫຼາກຫຼາຍຜູ້ປະກອບການ ເພື່ອຊຸກຍູ້ຜູ້ປະກອບການໃຫ້ບໍລິການ ແລະ ຜະລິດຕະພັນທີ່ຫຼາກຫຼາຍ ເຊື່ອມໂຍ່ງຕາໜ່າງການບໍລິການໂລຊີດສະຕິກ ແລະ ໄປສະນີ ເຂົ້າກັບການຄ້າແບບດີຊີຕອນ, ຊຸກຍູ້ການດຳເນີນທຸລະກິດທັງພາກລັດ ແລະ ເອກະຊົນໃຫ້ຂະຫຍາຍຕົວຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ ແລະ ຮັບປະກັນການເຊື່ອມໂຍ່ງກັບພາກພື້ນ ແລະ ສາກົນ.
ກະຊວງເຕັກໂນໂລຊີ ແລະການສື່ສານ ກຳລັງຢູ່ໃນໄລຍະດຳເນີນການຈັດຕັ້ງປະຕິບັດແຜນພັດທະນາເຕັກໂນໂລຊີ ແລະການສື່ສານ 5 ປີ ຄັ້ງທີ III, ຍຸດທະສາດການພັດທະນາເສດຖະກິດດີຊີຕອນແຫ່ງຊາດ (2021-2025) ຊື່ງໄດ້ກາຍມາເປັນພື້ນຖານທິດສະດີທີ່ພາວະວິໄສທີສຸດ ເພື່ອຂຸດຄົ້ນຄວາມອາດສາມາດ ຫຼື ທ່າແຮງບົ່ມຊ້ອນຂອງຊາດ ຕິດພັນກັບການຫັນເປັນອຸດສະຫະກຳ ແລະທັນສະໄໝ ທັງຮັບປະກັນຕາມທິດສີຂຽວຍືນຍົງ ບົນພື້ນຖານການນຳໃຊ້ຜົນສຳເລັດທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີຢ່າງເປັນລະບົບເຂົ້າໃນໂຄງການພັດທະນາຕົວຈິງຂອງຂະແໜງ ການໄປສະນີ.
ບົນພື້ນຖານທັດສະນະຂອງພັກ ແລະນະໂຍບາຍຂອງລັດ ທີ່ຍົກມານີ້ ມີບາງຂໍ້ສັງເກດ ທີ່ຂະແໜງການໄປສະນີຕ້ອງໄດ້ເອົາໃຈໃສ່ ດັ່ງນີ້:
- ຈຸດພິເສດຂອງຂະແໜງການໄປສະນີ
ການພັດທະນາອຸດສາຫະກຳໄປສະນີຢູ່ປະເທດເຮົາ ເປົ້າໝາຍຫຼັກ ຄືການຫັນເອົາວຽກງານໄປສະນີ ໃຫ້ກາຍເປັນ ອຸດສາຫະກຳ ແລະທັນສະໄໝ ບົນພື້ນຖານການພັດທະນາຕ້ອງໃຫ້ເປັນເອເລັກໂຕຣນິກ ແລະ ທັນສະໄໝຫຼາຍຂຶ້ນ ເພື່ອເຮັດໃຫ້ການບໍລິການໄປສະນີແບບທົ່ວເຖິງໄດ້ຢ່າງກວ້າງຂວາງ ແລະ ວ່ອງໄວຫຼາຍຂື້ນ ໄປຄ່ຽງຄູ່ກັບຄຸນນະພາບ ແລະ ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ດ້ວຍການນຳໃຊ້ບັນດາທ່າແຮງຂອງຊາດທີ່ເຮົາມີ ເປັນຕົ້ນແມ່ນໂຄງລ່າງການສຳຊະສະສາງແບບດີຊີຕອນຂອງບັນດາທະນາຄານທີ່ມີການເຊື່ອມໂຍງກັບສາກົນ, ໂຄງລ່າງການສື່ສານ ທີ່ຂະຫຍາຍຕົວໃນທົ່ວສັງຄົມ, ໂຄງລ່າງດ້ານໂລຊີດສະຕິກຂອງປະເທດ ທີ່ໄດ້ຮັບການພັດທະນາໃຫ້ດີຂື້ນເລື້ອຍໆ ທີ່ສາມາດເຊື່ອມຈອດກັບລະບົບໂລຊີດຂອງໂລກ ຊື່ງໄດ້ກາຍມາເປັນທ່າແຮງພື້ນຖານໃຫ້ແກ່ຂະແໜງການໄປສະນີໃນການຍົກລະດັບບໍລິການຂອງຕົນ ເຂົ້າໃນການຈໍລະຈອນ ແລະແຈກຢາຍ ຂອງປະເທດ ຊື່ງມີບັນດາລະບົບໂລຊີດສະ ຕິກຂອງປະເທດທີ່ສຳຄັນ ດັ່ງລຸ່ມນີ້:
- ເສັ້ນທາງຄົມມະນາຄົມທາງບົກ ໂດຍສະເພາະແລວທາງເໜືອ-ໃຕ້ (ທາງເລກທີ 13, ຂົວມິດຕະພາບລາວ-ພະ ມ້າ ແລະ ລາວ-ກຳປູເຈຍ), ຕາເວັນອອກ-ຕາເວັນຕົກ (ຂົວມິດຕະພາບລາວ-ໄທ, ເສັ້ນທາງລາວ-ຫວຽດ ນາມ, ລົດໄຟລາວ-ຈີນ)
- ເສັ້ນທາງຄົມມະນາຄົມທາງອາກາດ ທີ່ມີການຂະຫຍາຍຕົວຢ່າງກວ້າງຂວາງ ຊື່ງມີເສັ້ນທາງການບິນກັບບັນດາປະເທດຂອງພາກພື້ນ ເຊັ່ນ ໄທ, ຫວຽດນາມ, ຈີນ, ເກົາຫຼີໃຕ້.
- ສູນກາງຄ່ຽນຖ່າຍສິນຄ້າ (Dry Port ທີ່ມີຕາມຈຸດຜ່ານແດນ ເຊັ່ນ ທ່ານາແລງ, ບໍ່ແຕນ)
- ຕາໜ່າງຜູ້ໃຫ້ບໍລິການ ດ້ານຈໍລະຈອນ ແລະແຈກຢາຍ ພາຍໃນປະເທດ ຄື ຜູ້ໃຫ້ບໍລິການຂົນສົ່ງ (ຂອດຈໍລະຈອນ) ແລະ ຜູ້ບໍລິການໄປສະນີ (ຈອດແຈກຢາຍ)
- ສະພາບລວມທັງພາຍໃນ ແລະພາຍນອກທີ່ມີສາຍກ່ຽວພັນກັບຂະແໜງການໄປສະນີ
ກ. ສະພາບພາຍໃນ
ໄລຍະຜ່ານມາຂະແໜງການໄປສະນີ ຍັງມີຄວາມຫຍຸ້ງຍາກ ແລະ ບໍ່ໄດ້ຮັບການພັດທະນາເທົ່າທີ່ຄວນ ເມື່ອທຽບກັບການບໍລິການໃນພາກພື້ນແລ້ວ ເຫັນວ່າຍັງມີປະລິມານໜ້ອຍ ແລະ ຄຸນນະພາບຕໍ່າ, ຄວາມຕ້ອງການຂອງສັງຄົມເພີ່ມຫຼາຍຂື້ນບໍ່ສາມາດຕອບສະໜອງກັບຄວາມຕ້ອງການຂອງການຂະຫຍາຍຕົວທາງດ້ານເສດຖະກິດ ແລະສັງຄົມ ໂດຍສະເພາະການຄ້າເອເລັກໂຕຼນິກພາຍໃນປະເທດ ທີ່ກຳລັງຂະຫຍາຍ ຊື່ງມັນຮຽກຮ້ອງໃຫ້ຕ້ອງມີ ການຈໍລະຈອນ ແລະແຈກຢາຍທີ່ໄວຂື້ນ ໄປກັບການບໍລິການທີ່ມີຄຸນນະພາບ.
ຂ. ສະພາບພາຍນອກທີ່ເປັນເງື່ອນຊຸກຍູ້
- ຮູບຖານເສດຖະກິດແບບໃໝ່ຂອງໂລກ ໄດ້ຫັນໄປເປັນເສດຖະກິດດີຊີຕອນ
- ອຸດສະຫະກຳ 4.0 ໄດ້ປ່ຽນແປງຮູບແບບການຜະລິດທີ່ມີການເຊື່ອມໂຍງລະຫວ່າງຜູ້ສະໜອງ ແລະບໍລິໂພກຜ່ານລະບົບອິນເຕີເນັດ
- ການຄ້າເອເລັກໂຕຼນິກຂະຫຍາຍຕົວ ຊື່ງເປັນໃຈກາງຂອງເສດຖະກິດດີຊີຕອນ ໄດ້ປ່ຽນແປງຮູບແບບການແລກປ່ຽນຊື້ຂາຍ ທີ່ເຊື່ອມໂຍງກັນທົ່ວໂລກ
ດັ່ງນັ້ນ, ອົງການຄຸ້ມຄອງ ແລະ ຜູ້ປະກອບການໃນພາກໄປສະນີ ຕ້ອງໄດ້ເອົາໃຈໃສ່ ເບິ່ງບັນຫາທັງລະບົບຂອງ Supply Chain ແລະ logistics ຂອງປະເທດ, ຊື່ງການໄປສະນີຈະເຮັດໜ້າທີ່ພຽງການແຈກຢາຍຢ່າງດຽວບໍ່ໄດ້ແລ້ວ ຕ້ອງເອົາໃຈໃສ່ພັດທະນາລະບົບໂລຊີດສະຕິກໄປສະນີຂອງຕົນ ໃຫ້ສອດຄ່ອງຕາມການຂະຫຍາຍຕົວຂອງເສດຖະກິດ-ສັງຄົມຂອງປະເທດ ແລະ ສາກົນ ເພື່ອໃຫ້ຂະແໜງການໄປສະນີສາມາດຮັບມືກັບສິ່ງທ້າທາຍໃໝ່ ຈາກສະພາບເສດຖະກິດທີ່ບອບບາງ ມີການປ່ຽນແປງໄວ ແລະ ບໍ່ສາມາດຄາດການໄດ້ ຈາກວິກິດລາຄານໍ້າມັນທີ່ສູງຂື້ນ, ສະພາບອັດຕາການປ່ຽນແປງໄວຂອງຄ່າເງິນກີບທີ່ອ່ອນຄ່າ, ການໃຊ້ຈ່າຍພາຍໃນປະເທດທີ່ຝືດເຂືອງ, ການຜະລິດພາຍໃນທີ່ມີຢ່າງຈຳກັດ ໂດຍໝູນໃຊ້ບັນດາທ່າແຮງພາຍໃນຂອງປະເທດ ແລະ ເງື່ອນໄຂທີ່ເຂັ້ມແຂງໃນທົ່ວຂະແໜງການໄປສະນີ ນັບທັງວິສະຫະກິດໄປສະນີຂອງລັດ ແລະຜູ້ປະກອບຂົນສົ່ງເອກະຊົນຕ້ອງຈັບມືກັນຫຼາຍຂື້ນ ໃນການຂຸດຄົ້ນແຫຼ່ງລາຍຮັບໃໝ່ຂອງຕົນ ເພື່ອທົດແທນລາຍຮັບຈາກບໍລິການຫຼັກທີ່ທົດຖອຍ ໂດຍການນຳເອົາເຕັກນິກ ແລະເຕັກໂນໂລຊີດ້ານຕ່າງໆ ເປັນຕົ້ນ ເຕັກໂນໂລຊີດີຊີຕອນ ເຂົ້າມາສ້າງຄຸນຄ່າ ແລະ ນະວັດຕະກຳທີ່ຫຼາກຫຼາຍ ໃນການສ້າງສັນຜະລິດຕະພັນໃໝ່ ເພື່ອເປັນທາງເລືອກໃຫ້ແກ່ສັງຄົມ.
ເອກະສານອ້າງອີງ:
- ວາລະສານຄົ້ນຄ້ວາຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ປີທີ 24 ສະບັບທີ 186 ປະຈຳເດືອນ ທັນວາ ປີ 2020, ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ຂອງຂົງເຂດເສດຖະກິດ ຂຽນໂດຍ: ຮສ. ປອ. ທອງສະລິດ ມັງໜໍ່ເມກ (ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ).
- ວິໄສທັດການພັດທະນາເສດຖະກິດດິຊີຕອນແຫ່ງຊາດໄລຍະ 20 ປີ (2021-2040).
- ແຜນພັດທະນາເຕັກໂນໂລຊີ ແລະ ການສື່ສານ 5 ປີ ຄັ້ງທີ່ 3 (2021-2025) ຂອງກະຊວງເຕັກໂນໂລຊີ ແລະການສື່ສານ.


