11/08/2024
| ໄຟລ໌ແນບ (s): | |
|---|---|
| ຫົວຂໍ້ | ດາວໂຫຼດ |
| RMIG | ![]() |
ອານາຄົດຂອງການໄປສະນີ ໃນການເຮັດວຽກກັບຜູ້ມີສ່ວນຮ່ວມໃນຂົງເຂດໄປສະນີ
ສະຫະພາບໄປສະນີສາກົນ ໄດ້ເປີດໂຕໂຄງການລິເລີ່ມທີ່ກ້າວລໍ້າ ຊື່ງເອີ້ນວ່າ: “ກຽມພ້ອມເຂົ້າສູ່ກຸ່ມຕະຫຼາດທີ່ສາມາດເຮັດວຽກຮ່ວມກັນໄດ້ (Ready to Market Interoperability Group: RMIG)”, ຊື່ງແມ່ນການເສີມສ້າງຄວາມຮ່ວມມືລະຫວ່າງຜູ້ປະກອບການໄປສະນີ (Designated Operators: DOs) ແລະ ຜູ້ມີສ່ວນຮ່ວມໃນພາກໄປສະນີ (wider postal sector players: WPSPs) ເພື່ອສະໜັບສະໜູນການເຕີບໂຕ ນະວັດຕະກຳ ແລະຄວາມຍືນຍົງ ໃນລະບົບນິເວດໄປສະນີ ພ້ອມທັງຕອບສະໜອງຄວາມຕ້ອງການໂດຍກົງຂອງລູກຄ້າ.
ສະຫະພາບໄປສະນີສາກົນ ຈະບຸກເບີກແນວທາງໃໝ່ ໃນການໃຫ້ທຶນ ແລະຄວາມຮ່ວມມືໃນການປະຕິບັດງານຜ່ານໜ່ວຍງານຕ່າງໆທີ່ໄດ້ຮັບທຶນສະໜັບສະໜູນຈາກ WPSPs ເພື່ອໃຫ້ແນ່ໃຈວ່າບໍລິການທີ່ຈຳເປັນຈະປະສົບຜົນ ສຳເລັດໄປພ້ອມໆກັນກັບການເພີ່ມຄວາມເປັນອິດສະລະທາງການເງິນ, ໂດຍລວມແລ້ວ RMIG ຈະກຳນົດອານາຄົດຂອງການເຮັດວຽກຮ່ວມກັນທາງໄປສະນີ ແລະເປີດໂອກາດໃຫ້ (WPSPs) ຜູ້ມີສ່ວນໄດ້ເສຍຂະຫຍາຍກວ້າງຫຼາຍຂື້ນ.
“ຈຸດປະສົງຫຼັກຂອງ RMIG ຄືການພັດທະນາໂປຼແກຼມທີ່ກ້າວໜ້າ ທີ່ຈະສ້າງໂອກາດທາງທຸລະກິດ ທີ່ຫຼາຍຂື້ນໃນກຸ່ມຕ່າງໆ ທີ່ເຂົ້າຮ່ວມ ແລະເອົາໃຈໃສ່ຕໍ່ຄວາມຕ້ອງການຂອງລູກຄ້າ” ຊື່ງ RMIG ຈະຊ່ວຍໃຫ້ຜູ້ມີສ່ວນກ່ຽວຂ້ອງ ພັດທະນາ ແລະຈັດຕັ້ງປະຕິບັດຮູບແບບການເຮັດວຽກຮ່ວມກັນຢ່າງມີປະສິດທິພາບ, ການເຊື່ອມໂຍ່ງໂປຼແກຼມຕ່າງໆ (APIs), ໂຄງສ້າງພື້ນຖານທີ່ສະໜັບສະໜູນການເຕີບໂຕ.
ເພື່ອໃຫ້ມີສິດເຂົ້າຮ່ວມ RMIG ຜູ້ທີ່ໄດ້ຮັບຜົນປະໂຫຍດທຸກຝ່າຍ (WPSPs) ຈະຕ້ອງໄດ້ຮັບອະນຸຍາດດຳເນີນທຸລະກິດດ້ານໄປສະນີຢ່າງຖືກຕ້ອງ ຫຼື ເປັນສະມາຊິກສະພາທີ່ປືກສາ (CC ) ຂອງສະຫະພາບໄປສະນີສາກົນ ຊື່ງເປັນຕົວແທນຜົນປະໂຫຍດຂອງພາກໄປສະນີ ແລະສະໜອງການໃຫ້ຄຳປືກສາຫາລື ທີ່ມີປະສິດທິພາບລະຫວ່າງຜູ້ມີສ່ວນໄດ້ເສຍ.
ປະຈຸບັນສະຫະພາບໄປສະນີສາກົນໄດ້ດຳເນີນການສະໜັບສະໜູນໂຄງການເພື່ອດືງດູດ “ກຸ່ມສະມາຊິກ” ຕ່າງໆ ກ່ອນການປະຊຸມສະພາປະຕິບັດການ (POC) ແລະສະພາບໍລິຫານ (CA) ໃນເດືອນ ຕຸລາ 2024 ນີ້ ເພື່ອເລີ່ມຕົ້ນພັດທະ ນາຂໍ້ລິເລີ່ມຂອງກຸ່ມ.
ການເຂົ້າຮ່ວມກຸ່ມ RMIG ມີປະໂຫຍດຫຼາຍປະການ ຄື ການເຂົ້າເຖິງເຄື່ອງມືສະເພາະທາງ ແລະເຂົ້າຮ່ວມພັດທະນາເຄື່ອງມືຕ່າງໆຂອງກຸ່ມ.RMIG ເປັນອົງກອນທີ່ຂັບເຄື່ອນໃນການແບ່ງປັນຄວາມຮູ້, ສະໜອງແພລດຟອມໃນການແບ່ງປັນປະສົບການ ແລະແນວທາງປະຕິບັດທີ່ດີທີ່ສຸດ ເພື່ອສ້າງການນຳສະເໜີຄຸນຄ່າທີ່ບໍ່ຄືໃຜ.
ໃນອີກ 2 ປີຂ້າງໜ້າເປັນທີ່ຄາດການວ່າຄວາມຮ່ວມມືຂອງ RMIG ລະຫວ່າງຜູ້ປະກອບການໄປສະນີ (Dos) ແລະສະມາຊິກຂອງສະພາທີ່ປືກສາ (CC) ຈະນຳໄປສູ່ການເພີ່ມບໍລິມາດບໍລິການຂອງສະຫະພາບໄປສະນີສາກົນ ໃນທຸກຂົງເຂດ ແລະທົ່ວໂລກ ເພື່ອສະໜອງຄວາມຕ້ອງການຂອງລູກຄ້າໃໝ່, ຊື່ງນີ້ຈະເປັນການເປີດທ່າແຮງໃໝ່ໃຫ້ແກ່ບັນດາສະມາຊິກ ໂດຍສະເພາະແມ່ນບັນດາປະເທດພວມພັດທະນາ, ເປີດກວ້າງການຮ່ວມມືລະຫວ່າງພາກສ່ວນຕ່າງໆທີ່ກ່ຽວຂ້ອງ, ເປີດກວ້າງທ່າແຮງຂອງຕະຫຼາດ ແລະຊຸກຍູ້ການພັດທະນາເຄື່ອຂ່າຍໄປສະນີ.
ຂຽນໂດຍ: ປະສິດ ສີສົມບູນ, ຮອງຫົວໜ້າກົມໄປສະນີ
ຂໍ້ມູນຈາກ: https://www.upu.int/


