ລະບົບນິເວດທາງທຸລະກິດ (Ecosystem Businesses)

ລະບົບນິເວດທາງທຸລະກິດ (Ecosystem Businesses)

ໄຟລ໌ແນບ (s):
​ຫົວ​ຂໍ້ ດາວ​ໂຫຼດ
ລະບົບນິເວດທາງທຸລະກິດ

ລະບົບນິເວດທາງທຸລະກິດ (Ecosystem Businesses)

ລະບົບນິເວດ (ecosystem) ໝາຍເຖິງ ຄວາມສຳພັນຂອງສິ່ງມີຊີວິດໃນແຫຼ່ງທີ່ຢູ່ອາໃສ ໃນສະຖານທີ່ໃດໜຶ່ງ ໂດຍມີຄວາມສຳພັນ ຢູ່ 2ລັກສະນະ ຄື ຄວາມສຳພັນລະຫວ່າງສິ່ງມີຊີວິດກັບສິ່ງບໍ່ມີຊີວິດ ແລະລະຫວ່າງສິ່ງມີຊີວິດກັບສິ່ງກັບສິ່ງມີຊີວິດດ້ວຍກັນ ໂດຍມີການຖ່າຍຖອດພະລັງງານ ແລະສານອາຫານໃນບໍລິເວນນັ້ນໆ ສູ່ສິ່ງແວດລ້ອມ ຊື່ງເປັນຄວາມໝາຍທີ່ເຮົາຮູ້ຈັກກັນໃນການສຶກສານິເວດວິທະຍາ (Ecology) ຊື່ງເປັນສາດຂະແໜງໜຶ່ງວ່າດ້ວຍການສຶກສາສິ່ງທີ່ມີຊີວິດໃນແຫຼ່ງທີ່ຢູ່ອາໃສ ລວມເຖິງ ການສຶກສາດ້ານຄວາມສຳພັນລະຫວ່າງສິ່ງມີຊີວິດກັບສິ່ງແວດລ້ອມທີ່ມີຊີວິດອາໃສຢູ່ ຄວາມສຳພັນທັງສອງລັກສະນະນີ້ ເຊື່ອມໂຍງກ່ຽວຂ້ອງກັນ ແລະເກີດຂື້ນພ້ອມໆກັນຕ້ອງເພິ່ງພາອາໃສຊື່ງກັນແລະກັນ ບໍ່ສາມາດຢູ່ໄດ້ພຽງລຳພັງໂດຍບໍ່ກ່ຽວຂ້ອງກັບອົງປະກອບຕ່າງໆ ຄວາມສຳພັນພາຍໃນລະບົບນິເວດນັ້ນ ມີຄວາມສົມດຸນຢູ່ແລ້ວ ໂດຍທຳມະຊາດ ຍົກເວັ້ນວ່າຈະມີສິ່ງໃດມາລົບກວນລະບົບ ເຮັດໃຫ້ເກີດການປ່ຽນແປງຂື້ນ ແຕ່ກໍມີການປັບຕົວມາເໝືອນເດີມໄດ້ ຍົກເວັ້ນກໍລະນີທີ່ມີສິ່ງມາລົບກວນນັ້ນ ສ້າງໃຫ້ເກີດການປ່ຽນແປງຢ່າງຮຸນແຮງ ລະບົບນັ້ນກໍຈະຖືກທຳລາຍລົງໄດ້.

ປະຈຸບັນ ໃນທາງທຸລະກິດກໍມີການນຳ ecosystem ມາໃຊ້ເຊັ່ນດຽວກັນ ນັ້ນກໍຄືລະບົບນິເວດທາງທຸລະກິດນັ້ນເອງ ທີ່ມີຄວາມໝາຍເຊື່ອມໂຍງກັນເໝືອນລະບົບນິເວດຂອງສັດປ່າ ຊື່ງຕ້ອງອາໃສປະໂຫຍດຂອງກັນແລະກັນໃນການດຳລົງຢູ່ ໂດຍລະບົບນິເວດທຸລະກິດກໍເປັນສ່ວນໜຶ່ງຂອງລະບົບນິເວດທາງເສດຖະກິດ ຊື່ງລະບົບນິເວດເສດຖະກິດຈະປະກອບໄປດ້ວຍລະບົບນິເວດທຸລະກິດ, ລະບົບນິເວດທາງພຶດຕິກຳຂອງຜູ້ບໍລິໂພກ ແລະລະບົບນິເວດຂອງໜ່ວຍງານລັດທີ່ອຳນວຍຄວາມສະດວກໃຫ້ກັບລະບົບນິເວດຂອງທຸລະກິດຂອງເຮົາໃຫ້ດຳເນີນໄປດ້ວຍດີ.

ການດຳເນີນທຸລະກິດໃນອາດີດ ສ່ວນໃຫຍ່ຈະເນີນທຸລະກິດໃນຮູບແບບຂອງ One-Sided Business ໂດຍເລີ່ມຕັ້ງແຕ່ຈັດການເລື່ອງເງິນທຶນດ້ວຍຕົນເອງ ຈັດຫາວັດຖຸດິບດ້ວຍຕົນເອງ ຕັ້ງໂຮງງານດ້ວຍຕົນເອງ ໄປຈົນເຖິງການຫາທາງເຂົ້າເຖິງລູກຄ້າດ້ວຍຕົນເອງ ແບບນີ້ເອີ້ນວ່າການດຳເນີນທຸລະກິດແບບທິດທາງດຽວ. ປະຈຸບັນຫາກເຮົາຕ້ອງການທີ່ຈະແຂ່ງຂັນກັບທຸລະກິດທີ່ຢູ່ໃນອຸດສະຫະກຳດຽວກັນໄດ້ ໂດຍສະເພາະໃນຊ່ວງທີ່ເສດຖະກິດຢູ່ໃນຍາມວິກິດຄືກັບປະຈຸບັນນີ້ ເຮົາຕ້ອງຫັນໄປເພິ່ງພາຄູ່ຮ່ວມທຸລະກິດ (Partner) ທີ່ມີຄວາມອາດສາມາດຫຼາຍພໍທີ່ຈະຊ່ວຍເຮົາຜ່ານຜ່າວິກິດຕ່າງໆໄປໄດ້ ເຊັ່ນ ການເຮັດທຸລະກິດແບບນິເວດ (ເພິ່ງພາເຊິ່ງກັນແລະກັນ) ເປັນຕົ້ນ.

ດັ່ງນັ້ນ ການອອກແບບລະບົບນິເວດທາງທຸລະກິດ ຈຶ່ງມີຄວາມສຳຄັນ ສະເໝືອນການສ້າງໂຄງສ້າງຂະນາດໃຫຍ່ທີ່ອັດແໜ້ນໄປດ້ວຍບໍລິການທີ່ຫຼາກຫຼາຍ ແລະການສ້າງປະສົບການໃໝ່ໃຫ້ກັບລູກຄ້າ (User Experience) ທີ່ມີກົນໄກກະຕຸ້ນ (Trigger) ທີ່ເຮັດໃຫ້ລູກຄ້າ ຫຼືກຸ່ມເປົ້າໝາຍຕ້ອງເກີດການໃຊ້ງານຢ່າງຕໍ່ເນື່ອງ ແລະຢູ່ໃນວົງວຽນຂອງທຸລະກິດ ຊື່ງຫາກເຮົາຄົ້ນໄປເລິກໆແລ້ວທຸລະກິດເຫຼົ່ານັ້ນກໍຄືເຈົ້າຂອງຫຼືເຄື່ອຂ່າຍດຽວກັນ.

ທຸລະກິດປະເພດ Ecosystem Businesses ຈະເກີດການໄດ້ປຽບໃນການແຂ່ງຂັນ ຖ້າເປີດທຸລະກິດຕ້ອນຮັບຄູ່ຄ້າ ຫຼື ຄູ່ຮ່ວມລາຍອື່ນ ທີ່ມີຄວາມອາດສາມາດທີ່ດີພໍທີ່ຈະສົ່ງເສີມໃຫ້ທຸລະກິດຂອງເຮົາເຕີບໂຕຂື້ນໄດ້.

Ecosystem Businesses ແບ່ງໄດ້ເປັນ 2 ແບບ ດັ່ງນີ້ 1. Ecosystem Partnerships ຄື ການຫາຄູ່ຮ່ວມທຸລະກິດທີ່ຕອບຄຳຖາມການດຳເນີນງານຂອງເຮົາໄດ້ ເຊັ່ນ ທຸລະກິດ E-Commerce ທີ່ມີຄູ່ຮ່ວມເປັນທຸລະກິດໂລຊີດສະຕິກ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ຫຼືການເປັນຄູ່ຮ່ວມກັບທະນາຄານໃນການອຳນວຍຄວາມສະດວກໃຫ້ແກ່ການສຳລະຄ່າສິນຄ້າ ດັ່ງນີ້ເປັນຕົ້ນ, 2. Ecosystem Corporate Sustainability ຄື ການສ້າງຊັບພະຍາກອນທາງທຸລະກິດຂື້ນມາເອງ ໂດຍໃຫ້ລູກຄ້າເຂົ້າມາໃຊ້ເຄື່ອຂ່າຍບໍລິການທີ່ເຮົາສ້າງຂື້ນມາທັງໝົດ ເຊັ່ນ Facebook ທີ່ມີທັງ live streaming, messenger, marketplace ຫຼື Facebook page ເປັນຕົ້ນ.

ສະຫລຸບແລ້ວ ຫາກເຮົາຕ້ອງການເຮັດໃຫ້ທຸລະກິດເຕີບໂຕໃນອຸດສະຫະກຳ ແລະປະຢັດຕົ້ນທຶນດ້ານຊັບພະຍາກອນ ການເຮັດທຸລະກິດແບບ Ecosystem Businesses ຄືອີກໜຶ່ງແນວທາງໃນການເຮັດໃຫ້ທຸລະກິດ ເປັນທາງລອດຂອງອົງກອນໃນຍຸກໃໝ່.

 

 

ຂໍ້ມູນອ້າງອີງ: https://www.bangkokbiznews.com/business/952903#

 

ຕິດຕາມສະຖານະເຄື່ອງຝາກ
ແຈ້ງການ
ແຂ່ງຂັນຂຽນຈົດໝາຍ ນານາຊາດ ລະນຶກເຖິງບົດບາດຂອງການໄປສະນີ
ເບີໂທສຸກເສີນ
facebook page
ນາງ ຟ້າໃສ ແລະ ທ້າວ ວັນໃໝ່