ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງກົມໄປສະນີ ສະບັບເລກທີ 187/ກຕສ ລົງວັນທີ 02 ກຸມພາ 2022
| ໄຟລ໌ແນບ (s): | |
|---|---|
| ຫົວຂໍ້ | ດາວໂຫຼດ |
| 17-4 ຂໍ້ຕົກລົງການຈັດຕັ້ງເຄື່ອນໄຫວ ຂອງ ກົມໄປສະນີ 2022 | ![]() |
ທີ່ຕັ້ງ ແລະພາລະບົດບາດ
ກົມໄປສະນີ ຕົວອັກສອນຫຍໍ້ "ກປນ" ເປັນພາສາສາກົນ Department of Post ຂຽນຫຍໍ້ "DOP" ແມ່ນໂຄງປະກອບກົງຈັກຂອງກະຊວງເຕັກໂນໂລຊີ ແລະການສື່ສານ, ມີະາລະບົດບາດ ເປັນເສນາທິການໃຫ້ແກ່ກະຊວງໃນການຄຸ້ມຄອງ ແລະພັດທະນາວຽກງານການຮັບຝາກ, ການຈັດສົ່ງ, ການແຈກຢາຍເຄື່ອງຝາກດ້ານໄປສະນີ ແລະວຽກງານໂລຊີດສະຕິກດ້ານການຄ້າເອເລັກໂຕຼນິກໃນຂອບເຂດທົ່ວປະເທດ.
ໜ້າທີ່
- ປະຕິບັດກົດໝາຍ, ດຳລັດ, ນິຕິກຳອື່ນຂອງຂັ້ນເທິງ ແລະນິຕິກຳຕ່າງໆຂອງກະຊວງເຕັກໂນໂລຊີ ແລະການສື່ສານ;
- ຄົ້ນຄວ້າ, ເຊື່ອມຊືມແນວທາງນະໂຍບາຍຂອງພັກ ແລະລັດຖະບານກ່ຽວກັບວຽກງານໄປສະນີ ແລະວຽກງານໂລຊີດສະຕິກດ້ານການຄ້າເອເລັກໂຕຼນິກ;
- ສ້າງຮ່າງແຜນຍຸດທະສາດ ແລະນະໂຍບາຍກ່ຽວກັບວຽກງານໄປສະນີ ແລະວຽກງານໂລຊີດສະຕິກດ້ານການຄ້າເອເລັກໂຕຼນິກ; ສ້າງແຜນງານ, ແຜນການ ແລະໂຄງການກ່ຽວກັບວຽກງານໄປສະນີ ແລະວຽກງານໂລຊີດສະຕິກດ້ານການຄ້າເອເອລັກໂຕຼນິກ ເພື່ອສະເໜີລັດຖະມົນຕີກະຊວງເຕັກໂນໂລຊີ ແລະການສື່ສານ ພິຈາລະນາຮັບຮອງ ແລະອະນຸມັດ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;
- ຄົ້ນຄວ້າ, ສ້າງ ແລະ ປັບປຸງກົດໝາຍ, ນິຕິກຳຂອງຂະແໜງການໄປສະນີ ສະເໜີຕໍ່ຄະນະນຳກະຊວງເພື່ອພິຈາລະນາ;
- ຄຸ້ມຄອງ, ຕິດຕາມ ແລະ ກວດກາກິດຈະການດ້ານໄປສະນີ, ຈັດສົ່ງ, ແຈກຢາຍເຄື່ອງຝາກ ແລະ ການບໍລິການໂລຊິດສະຕິກດ້ານການຄ້າເອເລັກໂຕຣນິກ ທັງພາຍໃນ ແລະລະຫວ່າງປະເທດ;
- ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາພື້ນຖານໂຄງລ່າງໄປສະນີ, ຈັດສົ່ງ, ແຈກຢາຍເຄື່ອງຝາກ ແລະ ການບໍລິການໂລຊິດສະຕິກດ້ານການຄ້າເອເລັກໂຕຣນິກ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ;
- ຄຸ້ມຄອງ ແລະ ພັດທະນາ ຊັບພະຍາກອນໄປສະນີ;
- ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາມາດຕະຖານ ແລະ ຄຸນນະພາບການບໍລິການດ້ານໄປສະນີ, ຈັດສົ່ງ, ແຈກຢາຍເຄື່ອງຝາກ ແລະ ການບໍລິການໂລຊິດສະຕິກດ້ານການຄ້າເອເລັກໂຕຣນິກ;
- ຄົ້ນຄ້ວາ, ສ້າງກົນໄກດັດສົມຕະຫຼາດ, ລາຄາ ແລະການແຂ່ງຂັນການບໍລິການຂະແໜງການໄປສະນີ;
- ສົ່ງເສີມ, ພັດທະນາຄວາມຮູ້ ແລະຄວາມສາດໃຫ້ອົງການຄຸ້ມຄອງ ແລະຜູ້ປະກອບການໃນຂະແໜງການໄປສະນີ;
- ສົ່ງເສີມການນຳໃຊ້ພື້ນຖານໂຄງລ່າງໄປສະນີ, ຈັດສົ່ງ ແລະແຈກຢາຍເຄື່ອງຝາກ ແລະການບໍລິການໂລຊີດສະຕິກດ້ານການຄ້າເອເລັກໂຕຼນິກໃນທົ່ວສັງຄົມ;
- ຂຸດຄົ້ນຊອກຫາແຫຼ່ງລາຍຮັບ ເຂົ້າໃນການພັດທະນາຂະແໜງການໄປສະນີ ແລະວຽກງານໂລຊີດສະຕິກ ດ້ານການຄ້າເອເລັກໂຕຼນິກ;
- ຄົ້ນຄ້ວາການນຳໃຊ້ເຕັກໂນໂລຊີ ແລະສົ່ງເສີມຫົວຄິດປະດິດສ້າງ, ການສ້າງນະວັດຕະກຳໃໝ່, ການພັດທະນາວຽກງານໄປສະນີ ແລະວຽກງານໂລຊີດສະຕິກດ້ານການຄ້າເອເລັກໂຕຼນິກ;
- ຄົ້ນຄວ້າຄຳສະເໜີ ແລະ ແກ້ໄຂຂໍ້ຂັດແຍ່ງພາຍໃຕ້ຂະແໜງການໄປສະນີ;
- ຄຸ້ມຄອງ, ຕິດຕາມກວດກາ ແລະ ຊຸກຍູ້ການເຄື່ອນໄຫວ ຂອງບໍລິສັດລັດວິສາຫະກິດໄປສະນີລາວ;
- ພົວພັນ ແລະ ຮ່ວມມືທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ໃນການຍາດແຍ່ງເອົາບົດຮຽນ, ປະສົບການ, ການຊ່ວຍເຫຼືອເຕັກນິກ ແລະ ແຫຼ່ງທຶນ ເຂົ້າໃນການພັດທະນາຂະແໜງການໄປສະນີ;
- ສ້າງແຜນງົບປະມານ ແລະ ແຜນລາຍຮັບ-ລາຍຈ່າຍວິຊາການເພື່ອຮັບປະກັນບໍລິການວິຊາການຂອງກົມ;
- ສ້າງແຜນບຳລຸງ, ກໍ່ສ້າງ, ຊັບຊ້ອນ, ຄຸ້ມຄອງ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານລັດຖະກອນພາຍໃນກົມ;
- ສ້າງແຜນບຳລຸງ, ກໍ່ສ້າງດ ຊັບຊ້ອນ, ຄຸ້ມຄອງ ແລະປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນພາຍໃນກົມ;
- ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຄະນະນໍາກະຊວງ.
ຂອບເຂດສິດ
- ສປັບປຸງກົງຈັກການຈັດຕັ້ງ, ກຳນົດຕຳແໜ່ງງານ, ການບັນຈຸ, ຊັບຊ້ອນ ແລະ ຈັດວາງບຸກຄະລາກອນພາຍໃນກົມເພື່ອໃຫ້ຄະນະນຳກະຊວງພິຈາລະນາ;
- ສະເໜີຂໍແຕ່ງຕັ້ງ, ເລື່ອນຊັ້ນ-ຂັ້ນ, ຍົກຍ້າຍ, ປະຕິບັດວິໄນພະນັກງານທີ່ຂຶ້ນກັບກົມ;
- ຊີ້ນຳ ແລະ ພັດທະນາວຽກງານຂະແໜງການໄປສະນີ ແລະວຽກງານໂລຊີດສະຕິກດ້ານການຄ້າເອເລັກໂຕຼນິກ ຕໍ່ກັບອົງການຄຸ້ມຄອງການທ້ອງຖິ່ນໃນທົ່ວປະເທດ;
- ຕິດຕາມ, ກວດກາ, ປັບໃໝຜູ້ລະເມີດກົດໝາຍ ແລະ ລະບຽບທີ່ກ່ຽວຂ້ອງໃນຂະແໜງການໄປສະນີ;
- ພົວພັນ ແລະ ເຊັນສັນຍາ ຫຼື ອານຸສັນຍາກັບພາຍໃນ ແລະ ຕ່າງປະເທດທີ່ກ່ຽວຂ້ອງກັບວຽກງານໃນຂະແໜງການໄປສະນີ ຕາມການເຫັນດີ ຂອງຄະນະນໍາກະຊວງ;
- ອອກ, ຕໍ່, ໂຈະ ແລະ ຖອນໃບອະນຸຍາດທີ່ກ່ຽວຂ້ອງໃນການຄຸ້ມຄອງຂອງກົມໄປສະນີ;
- ອອກແຈ້ງການ, ຄຳສັ່ງແນະນຳໃນການປະຕິບັດຂໍ້ຕົກລົງ ແລະ ລະບຽບການອື່ນກ່ຽວກັບຂະແໜງການໄປສະນີ;
- ຕິດຕາມ, ຊຸກຍູ້, ກວດກາ ແລະ ແນະນຳການເຄື່ອນໄຫວທາງດ້ານວິຊາການຂອງບໍລິສັດລັດວິສາຫະກິດໄປສະນີລາວ;
- ເຂົ້າຮ່ວມ ແລະ ຈັດກອງປະຊຸມ, ສໍາມະນາ, ຝຶກອົບຮົມວິຊາການ ທັງພາຍໃນ ແລະ ຕ່າງປະເທດຕາມການເຫັນດີຂອງຄະນະນໍາກະຊວງ;
- ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ ຕາມການອະນຸມັດຂອງຄະນະນໍາກະຊວງ;
- ຄຸ້ມຄອງ ແລະ ນໍາໃຊ້ພາຫະນະ, ວັດຖຸອຸປະກອນ ແລະ ຊັບສົມບັດໃນຄວາມຮັບຜິດຊອບຂອງກົມ;
- ປະຕິບັດສິດອື່ນ ຕາມການມອບໝາຍຂອງຄະນະນໍາກະຊວງ.


