19/08/2024
| ໄຟລ໌ແນບ (s): | |
|---|---|
| ຫົວຂໍ້ | ດາວໂຫຼດ |
| SDG | ![]() |
ເປົ້າໝາຍການພັດທະນາທີ່ຍືນຍົງແມ່ນຫຍັງ!
ເປົ້າໝາຍການພັດທະນາທີ່ຍືນຍົງ (SDGs) ຫຼື ທີ່ຮູ້ຈັກກັນໃນຊື່ Global Goals ໄດ້ຮັບການຮັບຮອງໂດຍສະຫະປະຊາຊາດໃນປີ 2015 ເປັນການຮຽກຮ້ອງສາກົນໃຫ້ດຳເນີນການ ເພື່ອຢຸດຕິຄວາມທຸກຍາກ, ປົກປ້ອງໂລກ ແລະຮັບປະກັນວ່າພາຍໃນປີ 2030 ປະຊາກອນທຸກຄົນທົ່ວໂລກ ຈະໄດ້ຮັບຄວາມສະຫງົບສຸກ ແລະຄວາມຈະເລີນຮຸ່ງເຮືອງ. ເປົ້າໝາຍ SDGs ມີທັງໆໝົດ 17 ເປົ້າໝາຍ ຊື່ງຮັບູ້ກັນວ່າການດຳເນີນການໃນຂົງເຂດໃດໜຶ່ງ ກໍຈະສົ່ງຜົນກະທົບຕໍ່ຜົນໄດ້ຮັບໃນດ້ານອື່ນໆ ແລະການພັດທະນານັ້ນ ຈະຕ້ອງສົມດຸນກັນລະຫວ່າງຄວາມຍືນຍົງທາງດ້ານສັງຄົມ, ເສດຖະກິດ ແລະສິ່ງແວດລ້ອມ. ປະເທດຕ່າງໆ ໄດ້ໃຫ້ຄຳໝັ້ນສັນຍາ ແລະໃຫ້ຄວາມສຳຄັນຕໍ່ຄວາມກ້າວໜ້າຂອງຜູ້ທີ່ຢູ່ຫ່າງໄກສອກຫຼີກ ທີ່ສຸດ, ດັ່ງນັ້ນ SDGs ຈຶ່ງຖືກອອກແບບມາ ເພື່ອຢຸດຕິຄວາມທຸກຍາກ, ຄວາມອຶດຫີວ, ໂລກເອສ ແລະການເລືອກປະຕິບັດຕໍ່ແມ່ຍິງ ແລະເດັກຍິງ. ຄວາມຄິດສ້າງສັນ, ຄວາມຮູ້, ເຕັກໂນໂລຊີ ແລະຊັບພະຍາກອນທາງການເງິນ ຈາກທຸກສັງຄົມຈຶ່ງມີຄວາມຈຳເປັນຕໍ່ການບັນລຸເປົ້າໝາຍ SDGs ໃນທຸກບໍລິບົດຂອງແຕ່ລະປະເທດ.
ພາກໄປສະນີສາມາດມີບົດບາດສຳຄັນ ໃນການບັນລຸ SDGs ໃນລະດັບປະເທດ, ລະດັບພາກພື້ນ ແລະ ລະດັບສາກົນ ເຄື່ອຂ່າຍທີ່ຫຼາກຫຼາຍ ແລະ ການຄົງຕົວຂອງພາກໄປສະນີ ຈະເປັນແຮງຊຸກຍູ້ໃນການຂັບເຄື່ອນດ້ານຍຸດທະສາດ ທີ່ເປັນໄປໄດ້ສຳລັບວາລະ SDGs. ການພັດທະນາຢ່າງຍືນຍົງເປັນອົງປະກອບທີ່ສຳຄັນຂອງການດຳເນີນງານດ້ານໄປສະນີ, ມີສ່ວນຊ່ວຍໃນການປັບປຸງປະສິດທິພາບ ແລະ ຄວາມຍືດຍຸ່ນທາງທຸລະກິດກັບທຸລະກິດ ຄວາມສຳພັນທີ່ແໜ້ນແຟ້ນກັບລູກຄ້າ ແລະ ການພັດທະນາຕະຫຼາດໃໝ່. ນອກຈາກນີ້, ການດຳເນີນການຢ່າງມີຮັບຜິດຊອບ ຍັງຊ່ວຍໃຫ້ຜູ້ປະກອບການໄປສະນີ ສາມາດສ້າງສະຖານທີ່ເຮັດວຽກທີ່ປະທັບໃຈ ແລະ ປອດໄພ, ສ້າງຄວາມໄວ້ວາງໃຈກັບຊຸມຊົນ ທີ່ພວກເຂົາໃຫ້ບໍລິການ ແລະ ໃຊ້ປະໂຫຍດຈາກເຄື່ອຂ່າຍຂອງຕົນ ເພື່ອການມີສ່ວນຮ່ວມ ແລະ ຜົນປະໂຫຍດຂອງປະຊາຊົນທົ່ວໄປ.
UPU ສະໜັບສະໜູນຜູ້ປະກອບການໄປສະນີ ໃນຄວາມພະຍາຍາມທີ່ຈະຮ່ວມກັນພັດທະນາທີ່ຍືນຍົງເຂົ້າກັບກິດຈະກຳຂອງພວກເຂົາ ໂດຍເຮັດວຽກໃນສາມເສົາຄໍ້າຫຼັກຂອງຄວາມຍືນຍົງ:
ເສົາຄ້ໍາເສດຖະກິດ:
ສະໜັບສະໜູນຜູ້ປະກອບການໄປສະນີດ້ວຍເຄື່ອງມື ແລະ ຄວາມຮູ້ ເພື່ອເພີ່ມຄຸນນະພາບການບໍລິການ ແລະ ໃຊ້ວິທີທາງທຸລະກິດທີ່ປະຢັດຕົ້ນທຶນ ແລະ ຂະບວນການຈັດຊື້ທີ່ຮັບຜິດຊອບ, ໂຄງການການເງິນແບບ Financial inclusion (ການຫຼຸດຊ່ອງວ່າງທາງດ້ານການເງິນ) ໄດ້ຊ່ວຍໃຫ້ຜູ້ປະກອບການໄປສະນີຂະຫຍາຍຄວາມສາມາດໃນການສະໜອງການເຂົ້າເຖິງການບໍລິການທາງດ້ານການເງິນ ໂດຍສະເພາະກຸ່ມດ້ອຍໂອກາດ.
ຜູ້ໃຫ້ບໍລິການດ້ານໄປສະນີ ມີເຄື່ອງມື ແລະ ບຸກຄະລາກອນທີ່ມີຄວາມຮູ້ ໃນການໃຫ້ຄຳແນະນຳທີ່ມີປະສິດທິພາບດ້ານຄ່າໃຊ້ຈ່າຍ ແລະ ກະຕຸ້ນໃຫ້ຊຸມຊົນມີຄວາມຮັບຜິດຊອບໃນການນຳໃຊ້ຊັບພະຍາກອນທຳມະຊາດ, ຊັບພະຍາກອນກອນມະນຸດ ແລະ ການເງິນ ໃຫ້ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ເສດຖະກິດ ໂດຍມີບົດບາດໃນການສະໜອງການເຂົ້າເຖິງການບໍລິການດ້ານການເງິນທີ່ມີລາຄາບໍ່ແພງໃຫ້ແກ່ປະຊາຊົນທົ່ວໄປ ແລະ ກຸ່ມທີ່ດ້ອຍໂອກາດ.
ເສົາຄໍ້າສິ່ງແວດລ້ອມ:
ຕິດຕາມກວດກາການປ່ອຍອາຍພິດເຮືອນແກ້ວຈາກການດຳເນີນງານດ້ານໄປສະນີ ແລະ ຊ່ວຍໃຫ້ຜູ້ປະຕິບັດງານໄປສະນີສາມາດວິເຄາະ ແລະ ແກ້ໄຂການປ່ອຍອາຍພິດທີ່ຕິດພັນກັບກິດຈະກຳຂອງພວກເຂົາ ແບ່ງປັນການປະຕິບັດງານທີ່ດີທີ່ສຸດ ແລະ ຄວາມຮູ້ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ການນຳໃຊ້ຊັບພະຍາກອນທຳມະຊາດ ແລະ ພະລັງງານທົດແທນ ປະກອບສ່ວນເຂົ້າໃນວາລະຄວາມຍືນຍົງຂອງໂລກ.
ຂະແໜງການໄປສະນີແມ່ນຂະແໜງການທີ່ມີພື້ນຖານໂຄງລ່າງຂະໜາດໃຫຍ່ ເຊັ່ນ ການນຳໃຊ້ລົດ, ເຮືອ ແລະ ຍົນ ຕະ ຫຼອດຮອດອາຄານ ຊື່ງເປັນສິ່ງທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ດັ່ງນັ້ນ ທາງເລືອກໃນການນຳໃຊ້ພະລັງງານທົດແທນຈຶ່ງ ເປັນວິທີໃນການຫຼຸດຜ່ອນ ແລະ ຮັກສາສະພາບແວດໄດ້ອີກທາງໜຶ່ງ.
ເສົາຄໍ້າສັງຄົມ ແລະຊຸມຊົນ:
ປູກຈິດສຳນຶກກ່ຽວກັບບັນຫາສັງຄົມ ແລະ ສຸຂະພາບ ຜ່ານເຄື່ອຂ່າຍໄປສະນີ, ປະກອບສ່ວນຕ້ານການຍົກເວັ້ນ ແລະ ການຈຳແນກ, ສົ່ງເສີມຄວາມຫຼາກຫຼາຍ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສະໜັບສະໜູນຂະແໜງໄປສະນີໃນບົດບາດເປັນນາຍຈ້າງຫຼັກ.
ຂະແໜງການໄປສະນີ ເປັນຂະແໜງການທີ່ມີເຄື່ອຂ່າຍບໍລິການທີ່ກວ້າງຂວາງ ເຂົ້າເຖິງຜູ້ຊົມໃຊ້ຈຳນວນຫຼວງຫຼາຍໃນແຕ່ລະວັນ ຊື່ງຜູ້ໃຫ້ບໍລິການໄປສະນີຈຳນວນຫຼາຍມີການເຄື່ອນໄຫວຢູ່ໃນຊຸມຊົນທີ່ເຂົາເຈົ້າໃຫ້ບໍລິການ ແລະ ພົວພັນກັບຜູ້ຄົນໃນຊຸມຊົນ ຊື່ງເປັນຊ່ອງທາງທີ່ດີໃນການຍົກລະດັບ ແລະ ຂັບເຄື່ອນເສດຖະກິດພາຍໃນຊຸມຊົນໃຫ້ຂະຫຍາຍຕົວ ຢ່າງຍືນຍົງ.


