ການປະຊຸມຄະນະກຳມະການບໍລິຫານສະຫະພາບໄປສະນີອາຊີປາຊີຟິກ ປະຈຳປີ 2024

19/08/2024

ການປະຊຸມຄະນະກຳມະການບໍລິຫານສະຫະພາບໄປສະນີອາຊີປາຊີຟິກ ປະຈຳປີ 2024

ການປະຊຸມຄະນະກຳມະການບໍລິຫານສະຫະພາບໄປສະນີອາຊີປາຊີຟິກ ປະຈຳປີ 2024

“ຮ່ວມພັດທະນາບໍລິການໄປສະນີທັນຕໍ່ການປ່ຽນແປງໃນພາກພື້ນອາຊີແລະປາຊີຟິກ”

ການປະຊຸມຄັ້ງນີ້ ຈັດຂື້ນລະຫວ່າງວັນທີ 12-16 ສິງຫາ 2024 ໂດຍມີປະເທດສະມາຊິກເຂົ້າຮ່ວມໃນການປະຊຸມ ຄັ້ງນີ້ 24 ປະເທດຈາກປະເທດສະມາຊິກທັງໝົດ 32 ປະເທດ ທີ່ເມືອງ ສຽມລຽບ ລາຊະອາຈັກກຳປູເຈຍ. ສຳຫຼັບຄະນະຜູ້ແທນຂອງ ສປປ ລາວ ທີ່ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ ນຳພາຄະນະໂດຍ ທ່ານ ສຸລິຍາ ຄຳບູຣາວົງ ຫົວໜ້າກົມໄປສະນີ ແລະທ່ານ ວຽງທອນ ຫຼວງໄຊ ຮອງຜູ້ອຳນວຍການບໍລິສັດໄປສະນີລາວຈຳກັດ ພ້ອມດ້ວຍວິຊາການນຶ່ງທ່ານຈາກບໍລິສັດໄປສະນີລາວ ເຂົ້າຮ່ວມທັງໝົດ 3 ທ່ານ.

ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ ທ່ານ ສຸລິຍາ ຄຳບູຣາວົງ ໄດ້ມີໂອກາດເຂົ້າພົບພະນະທ່ານ Masahiko METOKI ເລຂາທິການໃຫຍ່ UPU ເພື່ອສືບຕໍ່ການຮ່ວມມື ລະຫວ່າງ ໄປສະນີລາວ ແລະ ສະຫະພາບໄປສະນີສາກົນ ແລະເຂົ້າພົບກັບພະນະທ່ານເລຂາທິການໃຫຍ່ APPU, Dr. Vinaya Prakash Singh ແລະໄດ້ສະເໜີຂໍເພີ່ມທຶນຝຶກອົບຮົມປະຈຳປີ ຊຶ່ງທ່ານກໍ່ໄດ້ຮັບປາກວ່າ ຈະພະຍາຍາມເພີ່ມໃຫ້ຕາມຄວາມເໝາະສົມ.

ປະເດັນສຳຄັນສຳຫຼັບການປະຊຸມສະພາບໍລິຫານໃນຄັ້ງນີ້ ຄື ການພິຈາລະນາ ແລະໃຫ້ຄວາມເຫັນດີກັບແຜນດຳເນີນງານປະຈຳປີ 2024, ການອະນຸມັດງົບປະມານປະຈຳປີ 2025 ແລະການກຳນົດນະໂຍບາຍຂອງ APPU ໃນການນຳໄປສູ່ການປັບປຸງແກ້ໄຂນິຕິກຳ ທີ່ເປັນປະໂຫຍດໃນການບໍລິຫານກິດຈະການໄປສະນີ ຕະຫຼອດຮອດການພິຈາລະນາຂອງຄະນະຮັບຜິດຊອບແຕ່ລະໜ້າວຽກ ເພື່ອສຶກສາບັນຫາຕ່າງໆທີ່ຢູ່ໃນຄວາມສົນໃຈຮ່ວມກັນຂອງປະເທດສະມາຊິກ ສົ່ງຜົນໃຫ້ມີການແລກປ່ຽນບໍລິການໄປສະນີລະຫວ່າງປະເທດ ລະຫວ່າງກັນ ເພື່ອໃຫ້ທັນໃນການປັບຕົວຕໍ່ສະພາບການໃນການດຳເນີນກິດຈະການໄປສະນີ ທີ່ປ່ຽນແປງໃນພາກພື້ນອາຊີປາຊີຟິກ.

ການປະຊຸມຂອງຄະນະກຳມະການບໍລິຫານວິທະຍາໄລການໄປສະນີແຫ່ງອາຊີປາຊີຟິກ (APPC GB) ໃນລະຫວ່າງການປະຊຸມສະພາບໍລິຫານ ເພື່ອພິຈາລະນາຜົນການດຳເນີນງານຂອງວິທະຍາໄລການໄປສະນີແຫ່ງອາຊີປາຊີຟິກ (Asian-Pacific Postal College: APPC) ຂອງປີ 2024 ລວມທັງການອະນຸມັດແຜນງານຈັດຝືກອົບຮົມ ແລະງົບປະມານຂອງປີ 2025 ການບໍລິຫານຈັດການກອງທຶນສຳຮອງໃນສ່ວນຂອງການຝືກອົບຮົມ ລວມທັງການແຕ່ງຕັ້ງຜູ້ກວດສອບບັນຊີ.

 

ຕິດຕາມສະຖານະເຄື່ອງຝາກ
ແຈ້ງການ
ແຂ່ງຂັນຂຽນຈົດໝາຍ ນານາຊາດ ລະນຶກເຖິງບົດບາດຂອງການໄປສະນີ
ເບີໂທສຸກເສີນ
facebook page
ນາງ ຟ້າໃສ ແລະ ທ້າວ ວັນໃໝ່