ປະຫວັດຄວາມເປັນມາຂອງກົມໄປສະນີ

ປະຫວັດຄວາມເປັນມາຂອງກົມໄປສະນີ

ປະຫວັດຄວາມເປັນມາຂອງກົມໄປສະນີ

ປະຈຸບັນໂລກກຳລັງຢູ່ໃນຍຸກຂອງ “ອຸດສະຫະກຳ 4.0” ເຊິ່ງແມ່ນລະບົບອຸດສະຫະກຳທີ່ນໍາໃຊ້ເຕັກໂນໂລຊີການສື່ສານ ແລະຂໍ້ມູນ-ຂ່າວສານ ໃນການເຊື່ອມໂຍງຜູ້ບໍລິໂພກໃຫ້ເຂົ້າເຖິງຂະບວນການຜະລິດສິນຄ້າ ແລະບໍລິການຂອງໂຮງງານຜ່ານເຂື່ອຂ່າຍອິນເຕີແນັດໄດ້ໂດຍກົງ  ເຮັດໃຫ້ການຊື້-ຂາຍສິນຄ້າໃນທົ່ວໂລກມີຄວາມວ່ອງໄວ ແລະສະດວກຫຼາຍຂື້ນ ສົ່ງຜົນໃຫ້ປະລິມານການຜະລິດເພີ່ມຂື້ນຢ່າງມະຫາສານ, ແຕ່ສິນຄ້າຕ່າງໆທີ່ສັ່ງຜະລິດຈາກຄຳສັ່ງຊື້ຂອງຜູ້ບໍລິໂພກທົ່ວທຸກມູມໂລກ ຈະໄດ້ຮັບການຈັດສົ່ງຈາກໂຮງງານໄປເຖິງມືຜູ້ຊື້ໄດ້ນັ້ນ ກໍຕ້ອງອາໄສຂອດການຈໍລະຈອນ ແລະແຈກຢາຍສິນຄ້າຜ່ານຜູ້ໃຫ້ບໍລິການໂລຊິດສະຕິກ ແລະໄປສະນີ ເພື່ອຂົນສົ່ງສິນຄ້າຈາກໂຮງງານໄປຫາຜູ້ສັ່ງຊື້ປາຍທາງ, ຈາກສະພາບແວດລ້ອມດັ່ງກ່າວນີ້ ເຫັນໄດ້ວ່າລະບົບໄປສະນີເປັນປັດໄຈໜຶ່ງທີ່ສຳຄັນໃນວົງຈອນສະໜອງຄວາມຕ້ອງການທັງໝົດຂອງໂລກ ທີ່ມີບົດບາດໜ້າທີ່ໃນການກະຈາຍສິນຄ້າ.

ສຳຫຼັບ ສປປ ລາວ ລັດ ໄດ້ເອົາໃຈໃສ່ໃນການພັດທະນາວຽກງານໄປສະນີມາຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ຂອດ ການຈໍລະຈອນ ແລະແຈກຢາຍ ເປັນເຄື່ອງມືຊຸກຍູ້ການຜະລິດສິນຄ້າພາຍໃນປະເທດໃຫ້ນັບມື້ຂະຫຍາຍຕົວສູງຂື້ນ ຕາມທິດຫັນເປັນອຸດສະຫະກຳ ແລະທັນສະໄໝ ທີ່ມີການເຊື່ອມໂຍງກັບສາກົນ ດ້ວຍການເປີດກວ້າງໃຫ້ມີຫົວໜ່ວຍທຸລະກິດຂອງພາກລັດ ແລະເອກະຊົນ ເພື່ອດໍາເນີນການບໍລິການຮັບຝາກ, ຈັດສົ່ງແລະແຈກຢາຍສິນຄ້າທັງພາຍໃນແຂວງ, ລະຫວ່າງແຂວງກັບແຂວງ ແລະພາຍໃນກັບຕ່າງປະເທດ, ເຮັດໃຫ້ວຽກງານໄປສະນີເຕີບໃຫຍ່ ແລະຂະຫຍາຍຕົວອອກຢ່າງກວ້າງຂວາງ ຊື່ງໄດ້ສ້າງວຽກເຮັດງານທຳໃຫ້ຊາວໜຸ່ມລາວເປັນຈຳນວນຫຼາຍ, ຊຸກຍູ້ໃຫ້ການຜະລິດພາຍໃນປະເທດຂະຫຍາຍຕົວສູງຂື້ນ, ການຊື້-ຂາຍສິນຄ້າມີຄວາມສະດວກໂລ່ງລຽນ.

ຄ່ຽງຄູ່ກັບການຂະຫຍາຍຕົວຂອງພາກທຸລະກິດ ອົງການຄຸ້ມຄອງໄປສະນີ ກໍໄດ້ປັບປຸງໜ້າທີ່ ແລະພາລະບົດບາດຂອງຕົນເລື້ອຍມາ ເພື່ອໃຫ້ການຄຸ້ມຄອງ ແລະພັດທະນາວຽກງານໄປສະນີ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ດັ່ງນີ້:

1. 1982-1989 (ກະຊວງຂົນສົ່ງ ແລະໄປສະນີ)

ກົມໄປສະນີ ເບື້ອງຕົ້ນແມ່ນກົມໜຶ່ງ ຢູ່ໃນໂຄງປະກອບການຈັດຕັ້ງ ຂອງກະຊວງຂົນສົ່ງ ແລະໄປສະນີ, ໂດຍມີ ທ່ານ ເພົ້າ ບຸນນະຜົນ ເປັນລັດຖະມົນຕີວ່າການ, ມີຮອງລັດຖະມົນ ເປັນຄະນະລັດຖະມົນຕີ ຄື ທ່ານ ບົວສີ ລໍວັນໄຊ, ທ່ານ ຄຳລວດ ສິດລາກອນ, ທ່ານ ອຸ້ຍ ສຸມົນທາ, ທ່ານ ໄຊ ພະກະຊຸມ ແລະ ທ່ານ ຄຳເຫຼືອງ ໄຊຍະລາດ.

ກະຊວງຂົນສົ່ງ ແລະໄປສະນີ ມີທີ່ຕັ້ງຂອງສຳນັກງານຢູ່ບໍລິເວນຕໍ່ໜ້າຕະຫຼາດເຊົ້າ, ນະຄອນຫຼວງວຽງຈັນ (ຕິດກັບສຳນັກງານໃຫຍ່ບໍລິສັດໄປສະນີລາວຈຳກັດໃນປະຈຸບັນ).

ກົມໄປສະນີ ໃນຕອນນັ້ນ ແມ່ນ ທ່ານ ດົມ ວົງສາລີ ເປັນຫົວໜ້າກົມໄປສະນີ ຄົນທຳອິດ, ເຮັດໜ້າທີ່ເປີດກວ້າງບໍລິການທາງໄປສະນີ, ໂທລະສັບ ແລະ ໂທລະຄົມມະນາຄົມ ໄປພ້ອມກັບການຍົກສູງຄຸນນະພາບໃນການຮັບໃຊ້ການຜະລິດ ແລະປະຊາຊົນ, ເປີດກວ້າງລະບົບວິທະຍຸກະຈາຍສຽງ ແລະເພີ່ມທະວີສະຖານີຕິດຕໍ່ທາງໂທລະສັບ ແລະປັບປຸງວຽກງານຈັດສົ່ງໜັງສືພີມ ແລະເອກະສານອື່ນໆ.

2. 1989-2006 (ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະກໍ່ສ້າງ)

ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງປະເທດໃນໄລຍະໃໝ່ ພາຍຫຼັງທີ່ໄດ້ເຕົ້າໂຮມກະຊວງຂົນສົ່ງ ແລະໄປສະນີ, ກະຊວງຄົມມະນາຄົມ ແລະກະຊວງກໍ່ສ້າງ ເຂົ້າເປັນກະຊວງດຽວ ເອີ້ນວ່າ ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະກໍ່ສ້າງ, ຕາມດຳລັດເລກທີ 66/ນຍ ລົງວັນທີ 20 ພຶດສະພາ 1989.  ໃນໄລຍະນີ້ ທ່ານ ບົວທອງ ວົງລໍຄຳ ເປັນລັດຖະມົນຕີ ກໍໄດ້ເປີດກອງປະຊຸມວຽກງານ ຄຂປກ ທົ່ວປະເທດຄັ້ງທີ່ 1 ໃນວັນທີ 11-15 ກຸມພາ 1991 ຊື່ງເປັນກອງປະຊຸມຄັ້ງປະຫວັດສາດຂອງຂະແໜງ ຄຂປກ. 

ກົມໄປສະນີ ແລະ ໂທລະຄົມມະນາຄົມ ແມ່ນກົມໜຶ່ງທີ່ຢູ່ໃນໂຄງປະກອບຂອງກະຊວງດັ່ງກ່າວ ຊື່ງມີໜ້າທີ່ໃນການຊີ້ນຳ 2 ວຽກງານທີ່ສຳຄັນ ຄື ວຽກງານໄປສະນີ ແລະວຽກງານໂທລະຄົມມະນາຄົມ ໂດຍມີຄະນະກົມແຕ່ລະໄລຍະ ດັ່ງນີ້:

1993 - 1998   ທ່ານ ກ້າຢາ ປາລີ                ເປັນຫົວໜ້າກົມ

1998 - 2001  ທ່ານ ສຸລິຂັນ ຫຼວງເສນາ         ເປັນຫົວໜ້າກົມ

2001 - 2007 ທ່ານ ປາລະມີ ພົມມະທັນສີ      ເປັນຫົວໜ້າກົມ

ກົມໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ຮັບການຟື້ນຟູ ແລະການຂະຫຍາຍຕົວ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານການສື່ສານຂອງລັດ ແລະປະຊາຊົນ ດັ່ງນີ້:

- ທົ່ວປະເທດມີຫ້ອງການໄປສະນີທັງໝົດ 121 ແຫ່ງ, ໜ່ວຍໂທລະເລກ 110 ແຫ່ງ, ສູນໂທລະສັບ 68 ແຫ່ງ ແລະຈ່າມໄປສະນີ 90 ແຫ່ງ ຊື່ງໄດ້ເຮັດໃຫ້ໄປສະນີພັນພາຍໃນ ເພີ່ມຂື້ນ 2.1 ເທື່ອ, ໄປຕ່າງປະເທດ 5.53 ເທື່ອ.

- ນອກຈາກນີ້ກໍໄດ້ປັບປຸງການບໍລິການ, ການສົ່ງໃຫ້ວ່ອງໄວ ແລະ ຮັບປະກັນຂື້ນຕື່ມ ເປີດບໍລິການເມດ່ວນ (EMS) ໄປຫາບັນດາແຂວງໃຫຍ່ ແລະຫຼາຍປະເທດໃນໂລກ ທີ່ມີການພົວພັນກັບ ສປປ ລາວ.

ຕໍ່ມາ ເພື່ອເຮັດໃຫ້ການຄຸ້ມຄອງ ແລະພັດທະນາວຽກງານໄປສະນີ ມີຄວາມເຂັ້ມແຂງຫຼາຍຂື້ນ, ຈຶ່ງໄດ້ອອກກົດໝາຍ ວ່າດ້ວຍການໄປສະນີ ເປັນສະບັບທຳອິດ ຊື່ງປະກາດໃຊ້ຢ່າງເປັນທາງການໃນ ວັນທີ 17 ພຶດສະພາ ປີ 2004 ໂດຍສະພາແຫ່ງຊາດ ເພື່ອຫັນວຽກງານໄປສະນີໃຫ້ເຂົ້າສູ່ລະບຽບການຫຼາຍຂື້ນ.

3. 2007-2011 (ອົງການໄປສະນີ ແລະໂທລະຄົມມະນາຄົມ ແຫ່ງຊາດ)

ກົມໄປສະນີ ແລະໂທລະຄົມມະນາຄົມ ຊື່ງເຮັດໜ້າທີ່ຄຸ້ມຄອງກິດຈະການໄປສະນີ ແລະ ໂທລະຄົມມະນາຄົມແບບທົ່ວປວງຊົນ ໄດ້ແຍກອອກຈາກກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ແລ້ວສ້າງຕັ້ງເປັນອົງການໄປສະນີ ແລະໂທລະຄົມມະນາຄົມແຫ່ງຊາດ ຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງອົງການໄປສະນີ ແລະ ໂທລະຄົມມະນາຄົມແຫ່ງຊາດ ສະບັບເລກທີ 375/ນຍ ລົງວັນທີ 22 ຕຸລາ 2007 ຂອງທ່ານນາຍົກລັດຖະມົນຕີ, ໂດຍມີ ທ່ານ ຄຳລວດ ສິດລາກອນ ເປັນລັດຖະມົນຕີ. 

ໃນຊ່ວງນີ້ຂະແໜງການໄປສະນີ ກໍໄດ້ຖືກສ້າງຕັ້ງຂື້ນເປັນກົມໄປສະນີສະເພາະ ເພື່ອນຳພາ-ຊີ້ນຳການຄຸ້ມຄອງ ແລະພັດທະນາວຽກງານໄປສະນີ ໃຫ້ມີປະສິດທິພາບຫຼາຍຂື້ນ, ໂດຍມີ ກົມໄປສະນີ ຄຸ້ມຄອງຂັ້ນສູນກາງ ແລະ ມີບັນດາພະແນກໄປສະນີ ແລະໂທລະຄົມມະນາຄົມ ປະຈຳແຂວງ/ນະຄອນຫຼວງ ຄຸ້ມຄອງວຽກງານໄປສະນີຢູ່ຂັ້ນທ້ອງຖິ່ນ ແລະມີພຽງແຕ່ບໍລິສັດລັດວິສະຫະກິດໄປສະນີລາວເທົ່ານັ້ນ ທີ່ເຮັດໜ້າທີ່ບໍລິການໄປສະນີທົ່ວປວງຊົນໃນໄລຍະດັ່ງກ່າວ.

ຫົວໜ້າກົມໄປສະນີ ໃນໄລຍະນັ້ນແມ່ນ:

2007 - 2011    ທ່ານ ສົມລິດ ພູທອນສີ    ເປັນຫົວໜ້າກົມ

4. 2011-2017 (ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ)

ແມ່ນໄລຍະທີ່ ອົງການໄປສະນີ ແລະໂທລະຄົມມະນາຄົມແຫ່ງຊາດ ໄດ້ຍົກລະດັບເປັນກະຊວງໄປສະນີ ໂທລະຄົມມະນາຄົມ ແລະການສື່ສານ ຕາມດຳລັດວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ, ສະບັບເລກທີ 303/ນຍ ລົງວັນທີ 26 ກັນຍາ 2011, ໂດຍແມ່ນ ທ່ານ ຫຽມ ພົມມະຈັນ ເປັນລັດຖະມົນຕີ. 

ກົມໄປສະນີ ມີຫົວໜ້າກົມ ດັ່ງນີ້:

2011 - 2014 ທ່ານ ພູວົງ ຄຳຟອງ ເປັນຫົວໜ້າກົມ 

2014– 2016 ທ່ານ ສົມນຶກ ໂພທິລາດ ເປັນຫົວໜ້າກົມ 

ໃນໄລຍະນີ້ ກົມໄປສະນີ ໄດ້ມີການປັບປຸງກົດໝາຍວ່າດ້ວຍການໄປສະນີຄືນໃໝ່ ແລະ ໄດ້ປະກາດໃຊ້ໃນວັນທີ 25 ທັນວາ ປີ 2013 ໂດຍສະພາແຫ່ງຊາດ ຊື່ງໃນກົດໝາຍສະບັບປັບປຸງນີ້ກໍໄດ້ກຳນົດເອົາທຸກໆ ວັນທີ 13 ມີນາ ຂອງແຕ່ລະປີເປັນວັນໄປສະນີແຫ່ງຊາດໄປພ້ອມກັບການປັບປຸງກົດໝາຍໄປສະນີ ລັດກໍໄດ້ເປີດກວ້າງໃຫ້ເອກະຊົນຕ່າງປະເທດເຂົ້າມາເຄື່ອນໄຫວບໍລິການໃນຂະແໜງການໄປສະນີ ຕື່ມອີກ ເຊັ່ນ DHL, TNT, PT Air Cargo, OCS ຊື່ງໄດ້ປະກອບສ່ວນເຂົ້າໃນການມອບພັນທະອາກອນຂອງຂະແໜງການໄປສະນີ ເພີ່ມຫຼາຍຂື້ນ.

5. 2017-2021 (ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ)

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ ໄດ້ປັບປຸງພາລະບົດບາດຂອງຕົນຄືນໃໝ່ ຕາມດຳລັດວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ, ສະບັບເລກທີ 22/ນຍ ລົງວັນທີ 16 ມັງກອນ 2017 ຂອງທ່ານນາຍົກລັດຖະມົນຕີ. ໂດຍແມ່ນ ທ່ານ ທັນສະໄໝ ກົມມະສິດ ເປັນລັດຖະມົນຕີ, ຮອງລັດຖະມົນຕີ ມີທ່ານ ບຸນສະເຫຼີມໄຊ ເຄນນາວົງ ແລະທ່ານ ທອງໃສ ຊານໄຊຍະ.

ກົມໄປສະນີ ມີຫົວໜ້າກົມແຕ່ລະໄລຍະ ດັ່ງນີ້:

2016 – 2018    ທ່ານ ສຸລິຍາ ຄຳບູຣາວົງ             ເປັນຫົວໜ້າກົມ

2018 - 2019    ທ່ານ ວາລະໄຊ ດາລາລອຍ          ຮັກສາການຫົວໜ້າກົມ

2019 - 2021     ທ່ານ ພົນປະສິດ ພິດສະໄໝ         ເປັນຫົວໜ້າກົມ

ມາໃນໄລຍະໃໝ່ນີ້ ນອກຈາກ, ວິສະຫະກິດໄປສະນີຂອງລັດ ທີ່ເຮັດໜ້າທີ່ໃນການເຄື່ອນໄຫວບໍລິການໄປສະນີທົ່ວປວງຊົນແລ້ວ ພາກລັດ, ຍັງໄດ້ເປີດກວ້າງໃຫ້ພາກເອກະຊົນພາຍໃນເຂົ້າມາລົງທຶນຫຼາຍຂື້ນ ເພື່ອປະກອບສ່ວນເຄື່ອນໄຫວບໍລິການໄປສະນີໃຫ້ມີປະສິດທິພາບ ແລະຄຸນນະພາບດີຂື້ນ ໂດຍກິດຈະການດ້ານໄປສະນີ ຍັງຢູ່ພາຍໃຕ້ການຄຸ້ມຄອງຂອງກົມໄປສະນີຂັ້ນສູນກາງ ແລະ ມີພະແນກໄປສະນີ ໂທລະຄົມມະນາ ແລະການສື່ສານ ປະຈຳແຂວງ/ນະຄອນຫຼວງ ຄຸ້ມຄອງວຽກງານໄປສະນີ ຂັ້ນທ້ອງຖິ່ນ.

ຜູ້ປະກອບທີ່ໃຫ້ບໍລິການພາຍໃນ ແລະລະຫວ່າງປະເທດ ໄດ້ຂະຫຍາຍຕົວອອກຢ່າງກວ້າງ ຊື່ງມີຈຳນວນ 4 ລາຍ, ຂົນສົ່ງລະຫວ່າງປະເທດ 4 ບໍລິສັດ (ນາຍທຶນຕ່າງປະເທດ) ແລະພາຍໃນປະເທດມີ 18 ບໍລິສັດ.

6. 2021 - ປະຈຸບັນ (ກະຊວງເຕັກໂນໂລຊີ ແລະການສື່ສານ)

ກະຊວງໄປສະນີ ໂທລະຄົມມະນາຄົມ ໄດ້ລວມເອົາວຽກງານເຕັກໂນໂລຊີ ຈາກກະຊວງວິທະສາດ ແລະ ເຕັກໂນໂລຊີ ເຂົ້າດ້ວຍກັນ ແລ້ວປ່ຽນຊື່ເປັນກະຊວງເຕັກໂນໂລຊີ ແລະການສື່ສານ, ຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງເຕັກໂນໂລຊີ ແລະການສື່ສານ ສະບັບເລກທີ 625/ນຍ ລົງວັນທີ 22 ຕຸລາ 2021, ໂດຍແມ່ນ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ເປັນລັດຖະມົນຕີ, ມີຮອງລັດຖະມົນຕີ ຄື ທ່ານ ບຸນສະເຫຼີມໄຊ ເຄນນາວົງ, ທ່ານ ແກ້ວວິສຸກ ໂສລະພົມ, ທ່ານ ໄຊລືສາ ອິນສີຊຽງໃໝ່.

ກົມໄປສະນີ ກໍແມ່ນໜຶ່ງໃນໂຄງປະກອບກົງຈັກຂອງກະຊວງດັ່ງກ່າວ ເຮັດໜ້າທີ່ຄຸ້ມຄອງວຽກງານໄປສະນີຂັ້ນສູນກາງ ແລະມີພະແນກເຕັກໂນໂລຊີ ແລະການສື່ສານປະຈຳແຂວງ ແລະນະຄອນຫຼວງ ເຮັດໜ້າທີ່ຄຸ້ມຄອງວຽກງານໄປສະນີຂັ້ນທ້ອງຖິ່ນ. 

ກົມໄປສະນີ ມີຫົວໜ້າກົມ ແຕ່ລະໄລຍະ ດັ່ງນີ້:

2021 – 2022             ທ່ານ ພົນປະສິດ ພິດສະໄໝ ເປັນຫົວໜ້າກົມ 

2022 – ເຖິງປະຈຸບັນ      ທ່ານ ສຸລິຍາ ຄຳບູຣາວົງ ເປັນຫົວໜ້າກົມ

ປະຈຸບັນ, ນອກຈາກຈຳນວນຜູ້ປະກອບການທັງພາຍໃນ ແລະຕ່າງປະເທດ ທີ່ຂະຫຍາຍຕົວອອກຢ່າງກວ້າງຂວາງແລ້ວ ກົມໄປສະນີເອງ ກໍໄດ້ຍົກລະດັບການຄຸ້ມຄອງ ແລະພັດທະນາຂະແໜງການໄປສະນີໃຫ້ດີຂື້ນ ດ້ວຍການສ້າງສະພາບແວດລ້ອມດ້ານໄປສະນີຫັນເປັນດີຊີຕອນຫຼາຍຂື້ນ ໂດຍການສ້າງລະບົບ Ltracking ທີ່ເປັນຂອງພາກລັດ ແລະມີບັນດາ Applications ຕ່າງໆ ຂອງບັນດາຜູ້ປະກອບການເອງ ທີ່ໃຫ້ບໍລິການແກ່ສັງຄົມ ໃນການກຽມພ້ອມຮັບໃຊ້ເສດຖະກິດດີຊີຕອນ ແລະໄດ້ຂະຫຍາຍກົງຈັກໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໄປສະນີໃນໄລຍະໃໝ່ ມາຮອດປະຈຸບັນກົມໄປສະນີ ມີ 4 ພະແນກການ ທີ່ເຮັດວຽກຊ່ວຍຄະນະກົມ ຄື:

  1. ພະແນກສັງລວມ

  2. ພະແນກນະໂຍບາຍ ແລະຄຸ້ມຄອງໄປສະນີ

  3. ພະແນກພັດທະນາ ແລະສົ່ງເສີມໄປສະນີ

  4. ພະແນກມາດຕະຖານ ແລະເຕັກໂນໂລຊີໄປສະນີ

 

 

 

ຕິດຕາມສະຖານະເຄື່ອງຝາກ
ແຈ້ງການ
ແຂ່ງຂັນຂຽນຈົດໝາຍ ນານາຊາດ ລະນຶກເຖິງບົດບາດຂອງການໄປສະນີ
ເບີໂທສຸກເສີນ
facebook page
ນາງ ຟ້າໃສ ແລະ ທ້າວ ວັນໃໝ່