| ໄຟລ໌ແນບ (s): | |
|---|---|
| ຫົວຂໍ້ | ດາວໂຫຼດ |
| Last mile Logistics | ![]() |
Last-Mile Logistics ໄມສຸດທ້າຍຂອງການຈັດສົ່ງ
Last-Mile Logistics ແມ່ນການບໍລິການກະຈາຍສິນຄ້າ ຊື່ງມີຄວາມສຳຄັນໃນການຈັດການ Supply Chain ຂອງທຸລະກິດອີຄອມເມີສ ເຮົາຈະມາເບິ່ງຄວາມໝາຍ ຂະບວນການ ແລະຄວາມສຳຄັນຂອງແນວຄິດດັ່ງກ່າວ.
Last-Mile Logistics ຄືການຂົນສົ່ງສິນຄ້າຈາກສູນກະຈາຍສິນຄ້າເຖິງມືຜູ້ຮັບ ໃນຂອດຂອງກິໂລແມັດສຸດທ້າຍຂອງການຂົນສົ່ງ ຊື່ງຂະບວນການນີ້ຖືວ່າເປັນຮາກຖານສຳຄັນໃນການສ້າງກຳໄລ ແລະຕໍ່ຍອດທຸລະກິດນັ້ນເອງ.
Last-Mile Logistics ສຳຄັນຕໍ່ອີຄອມເມີສສະໄໝໃໝ່ ຫຼື ການຄ້າຂາຍຫຼາຍຊ່ອງທາງແນວໃດ?
Last-Mile Logistics ມີຄວາມສຳຄັນຕໍ່ລະບົບການຂາຍຫຼາຍຊ່ອງທາງ ຫຼື ເອີ້ນກັນວ່າ Omnichannel ເພາະການຈັດສົ່ງຮູບແບບນີ້ຈະຊ່ວຍໃຫ້ລູກຄ້າປາຍທາງໄດ້ຮັບສິນຄ້າໄວຂື້ນ ແລະຍັງຊ່ວຍປະຍັດງົບປະມານຂອງທຸລະກິດໄດ້ອີກດ້ວຍ.
ນັບແຕ່ມີແນວຄິດດັ່ງກ່າວ ການຈັດສົ່ງສິນຄ້າແບບ Last-Mile Logistics ບໍລິສັດຂົນສົ່ງທັງຂະໜາດນ້ອຍ ແລະໃຫຍ່ກໍຂະຫຍາຍຕົວຫຼາຍຂື້ນ ຊື່ງຫຼາຍໆຊ່ອງທາງອີຄອມເມີສ ກໍໄດ້ພັດທະນາລະບົບຈັດສົ່ງສິນຄ້າເປັນຮູບແບບດັ່ງກ່າວແລ້ວ ຕົວຢ່າງ Amazon ເປັນຕົ້ນ.
ເຕັກໂນໂລຊີໃໝ່ໆຊ່ວຍພັດທະນາການຈັດສົ່ງແບບ Last-Mile Logistics ໄດ້ແນວໃດ?
ຕະຫຼອດໄລຍະຫຼາຍປີຜ່ານມາ ລະບົບໂລຊິດສະຕິກໄດ້ຂະຫຍາຍຕົວຂື້ນແບບທະວີຄູນ ທຸລະກິດອີຄອມເມີສຫຼາຍໆແຫ່ງມີລາຍໄດ້ເພີ່ມຂື້ນ ແລະຊ່ຽວຊານໃນເລື່ອງການຈັດສົ່ງ ການສົ່ງສິ່ງຂອງ ໃຫ້ລູກຄ້າໄດ້ວ່ອງໄວຂື້ນ ແລະກົງຕາມເວລາ. ປະຈຸບັນທີ່ກຳລັງມາແຮງຂອງລະບົບການຂົນສົ່ງແບບ Last-Mile ມີດັ່ງລຸ່ມນີ້:
- ຕູ້ເກັບພັດສະດຸອັດຕະໂນມັດ (Automated Parcel Lockers)
ວິທີນີ້ເປັນທີ່ນິຍົມກັນຫຼາຍ ມັນກໍຄືຕູ້ລ໋ອກເກີ ທີ່ເຮົາເຫັນກັນຕາມຮ້ານຊັບພະສິນຄ້າ ແລະຄອນໂດ ຫຼືໂຮງແຮມ ທົ່ວໄປ.
ຕູ້ເກັບພັດສະດຸອັດຕະໂນມັດໃຊ້ເຕັກໂນໂລຊີໃນການຄວບຄຸມ ມີໜ້າຈໍສຳຜັດ ຂໍ້ດີຄືລູກຄ້າສາມາດຮັບພັດສະດຸໄດ້ຕະຫຼອດ 24 ຊົ່ວໂມງ, ງ່າຍ ແລະປອດໄພ ເຈົ້າໜ້າທີ່ຈັດສົ່ງພັດສະດຸກໍຈະປ່ອນພັດສະດຸທີ່ລ໋ອກເກີໄດ້ເລີຍ ຈາກນັ້ນຜູ້ຮັບຈະໄດ້ຮັບຂໍ້ຄວາມ SMS ທາງໂທລະສັບມືຖື ແລະໄປຮັບພັດສະດຸທີ່ຕູ້ໄດ້ເລີຍ ໂດຍບໍ່ຕ້ອງກັງວົນວ່າຂອງຈະເສຍ.
- ສະກຸດເຕີໄຟຟ້າ (Electic twowheeler deliveries)
ສະກຸດເຕີໄຟຟ້າ ຊ່ວຍໃຫ້ການຈັດສົ່ງສິນຄ້າໄດ້ໄວຂື້ນ ມີປະໂຫຍດຫຼາຍໃນເມືອງທີ່ມີການສັນຈອນແອອັດ ອີກທັງຍັງຊ່ວຍສົ່ງສິນຄ້າໃນຮູບແບບນີ້ຍັງເປັນມິດກັບສິ່ງແວດລ້ອມອີກດ້ວຍ ເນື່ອງຈາກບໍ່ມີການປ່ອຍອາຍກາກໂບນິກ ທີ່ເຮັດໃຫ້ເກີດມົນລະພິດທາງອາກາດ ຊື່ງຫຼາຍທຸລະກິດນິຍົມໃຊ້ວິທີການນີ້ ເພື່ອສົ່ງສິນຄ້າ.
- Drone ແລະ Droid ສົ່ງສິນຄ້າ
ເປັນຍານພາຫະນະທາງອາກາດອັດຕະໂນມັດທີ່ຕິດຕັ້ງໂປຼແກຼມສົ່ງພັດສະດຸໄປຫາຈຸດໝາຍປາຍທາງໂດຍທີ່ບໍ່ຕ້ອງໃຊ້ແຮງງານຄົນ ຊ່ວຍຫຼຸດເວລາໃນການສົ່ງພັດສະດຸ ເປັນມິດກັບສິ່ງແວດລ້ອມ.
ແມ່ນຫຍັງຄືອຸປະສັກທີ່ Last-Mile Logistics ທີ່ຈະພົບພໍ້?
Last-Mile Logistics ມີຈຸດປະສົງ ເພື່ອຈັດສົ່ງສິນຄ້າໄປຫາລູກຄ້າປາຍທາງໄດ້ຢ່າງວ່ອງໄວ ແລະມີປະສິດ ທິພາບ, ແນວໃດກໍ່ຕາມລະບົບນີ້ບໍ່ມີພຽງແຕ່ຂໍ້ດີຢ່າງດຽວ ແຕ່ກໍມີຂໍ້ເສຍທີ່ເຮົາຕ້ອງພິຈາລະນາ ດັ່ງນີ້:
- ລະບົບການນຳທາງມີລາຄາສູງ
ເຖິງວ່າການໃຊ້ Last-Mile Logistics ຈະຊ່ວຍຫຼີກລ້ຽງການຈາລະຈອນທີ່ຕິດຂັດ ແຕ່ສິ່ງໜຶ່ງທີ່ຕ້ອງຄຳ ນຶງກໍຄືງົບປະມານໃນການຕິດຕັ້ງມີລາຄາສູງ ໂດຍກັບໄປເບິ່ງຄືນທີ່ຂະໜາດຂອງທຸລະກິດ ແລະກຳລັງຊື້ວ່າສາມາດນຳມາໃຊ້ໄດ້ຄຸ້ມຄ່າຫຼື້ບໍ່.
- ຄວາມຊັບຊ້ອນທີ່ຈະເກີດຂື້ນ
ຄວາມຊັບຊ້ອນຂອງຜະລິດຕະພັນ ເປັນສິ່ງທີ່ຜູ້ໃຫ້ບໍລິການຂົນສົ່ງແບບ Last-Mile Logistics ຕ້ອງພົບ ຄື ສິນຄ້າບາງໂຕມີຂະໜາດໃຫຍ່ ຊື່ງມັກຈະຕ້ອງບັນຈຸໃສ່ກ່ອງທີ່ເໝາະສົມ ໃນຖານະເຈົ້າຂອງທຸລະກິດຈະຕ້ອງພິຈາ ລະນາເລືອກຜູ້ຊ່ຽວຊານດ້ານການຈັດສົ່ງໃນຮູບແບບນີ້ຢ່າງຮອບຄອບ ແຕ່ຕ້ອງໝັ້ນໃຈວ່າລູກຄ້າຈະໄດ້ຮັບສິນຄ້າໃນສະພາບທີ່ດີ.
ແນະນຳໃຫ້ເລືອກບໍລິການຂົນສົ່ງທີ່ມີລະບົບຕິດຕາມສິນຄ້າ ຈະໄດ້ຮູ້ວ່າຕອນນີ້ສິນຄ້າຢູ່ບ່ອນໃດ ຫາກມີບັນຫາເກີດຂື້ນຈະໄດ້ຮິບແກ້ໄຂໄດ້ທັນທີ່.
- ປະສິດທິພາບໃນການຈັດສົ່ງສິນຄ້າ
ພື້ນທີ່ຂອງຍານພາຫະນະທີ່ຈຳກັດ ແລະການຂາດແຄນຄົນຂັບເປັນອີກບັນຫາໜຶ່ງໃນການຂົນສົ່ງແບບ Last-Mile Logistics ຊື່ງເປັນສິ່ງທີ່ຫຼີກລ້ຽງໄດ້ຍາກ ແລະຜູ້ຂົນສົ່ງຈຳເປັນຕ້ອງມີຍຸດທະສາດເອົາຊະນະຄວາມທ້າທາຍດັ່ງກ່າວໃນການຈັດສົ່ງ ເພື່ອເປັນຜູ້ນຳໃນຕະຫຼາດທີ່ມີການແຂ່ງຂັນສູງນັ້ນເອງ.
ວິທີການແກ້ໄຂ:
- ຕູ້ເກັບພັດສະດຸອັດຕະໂນມັດ: ລ໋ອກເກີອັດສະລິຍະສາມາດເກັບພັດສະດຸໄວ້ຊົ່ວຄາວ ໝົດຄວາມເປັນຫ່ວງຫາກຜູ້ຮັບບໍ່ຢູ່.
- ໂດຼນສຳຫຼັບຂົນສົ່ງສິນຄ້າ: ການຈັດສົ່ງສິນຄ້າວ່ອງໄວຂື້ນ ແລະຫຼີກລ້ຽງການຈາລະຈອນແອອັດໃນຕົວເມືອງໄດ້ດ້ວຍລະບົບການຂົນສົ່ງອັດຕະໂນມັດ.
- ລະບົບຈັດການເສັ້ນທາງທີ່ມີປະສິດທິພາບ: ຊ່ວຍຫຼຸດບັນຫາຫຼົງທາງ ຫຼືສົ່ງພັດສະດຸຜິດເຮືອນ ແລະຫຼຸດຄ່າໃຊ້ຈ່າຍໃນການເດີນທາງ.
- Last-Mile Logistics ດີຕໍ່ໃຈພະນັກງານ: ບໍລິສັດຂົນສົ່ງແບບນີ້ ຈະໃຫ້ປະສົບການການເຮັດວຽກທີ່ທັນສະໄໝ ແລະນ່າສົນໃຈໃຫ້ກັບພະນັກງານສົ່ງສິນຄ້າ.
ຈະເພີ່ມປະສິດທິພາບໃຫ້ກັບການຂົນສົ່ງແບບ Last-Mile Logistics ໄດ້ແນວໃດ!
- ຍຸດທະສາດການປັບຄວາມໄວໃນການຈັດສົ່ງ: ຍິ່ງສິນຄ້າເຖິງມືລູກຄ້າໄວເທົ່າໃດ ຄວາມເພິ່ງພໍໃຈກໍຈະມີຫຼາຍຂື້ນເທົ່ານັ້ນ.
- ຕິດຕັ້ງລະບົບຕິດຕາມສະຖານະສິນຄ້າ: ການມີລະບົບຕິດຕາມສະຖານະສິນຄ້ານັ້ນສຳຄັນຫຼາຍ ລູກຄ້າຈະຮູ້ວ່າຕອນນີ້ພັດສະດຸຢູ່ໃສ ແລະຈະສົ່ງເຖິງຕອນໃດ.
- ສະໜອງທາງເລືອກໃນການຈັດສົ່ງທີ່ຍືນຫຍຸ່ນ: ການສະເໜີທາງເລືອກໃນການຈັດສົ່ງຂື້ນວິທີການຈັດສົ່ງ, ສະຖານທີ່ ແລະເວລາ ຍັງເປັນວິທີການຮັກສາລູກຄ້າອີກທາງເລືອກໜຶ່ງ.
- ພາຄູ່ຮ່ວມໃນການຈັດສົ່ງສິນຄ້າທີ່ດີ: ໃຫ້ລວບລວມຊ່ອງທາງການຕິດຕໍ່ຄູ່ຮ່ວມມືສຳຫຼັບການຂົນສົ່ງສິນຄ້າເອົາໄວ້ ເພາະຖ້າຫາກມີເຫດສຸກເສີນເກີດຂື້ນ ເຊັ່ນ ລົດແອອັດ ເພື່ອເປັນຊ່ອງສຳຮອງໃນການຈັດສົ່ງສິນຄ້າຮູບແບບອື່ນໆມາແກ້ໄຂບັນຫາສະເພາະໜ້ານັ້ນເອງ.
- ຕິດສາຍພານເຂົ້າກັບລົດບັນທຸກຕອນນຳສິນຄ້າອອກຈາກສາງ: ສານພານລຳລຽງຊ່ວຍເພີ່ມຄວາມໄວໃນການບັນທຸກຂອງລົດບັນທຸກ ຊື່ງຈະຊ່ວຍໃຫ້ການຈັດສົ່ງສິນຄ້າໄດ້ໄວຂື້ນ.
- ໃຊ້ບໍລິການຄົບວົງຈອນ: ໂຕຊ່ວຍເກັບ-ແພັກ-ສົ່ງສິນຄ້າແບບຄອບວົງຈອນຊ່ວຍຫຼຸດເວລາ ແລະຕົ້ນທຶນໃນການຈັດການຄຳສັ່ງຊື້ ແລະຈັດສົ່ງສິນຄ້າ.
- ໝົດບັນຫາການຈັບ ແລະແພັກສິນຄ້າຜິດ: ລະບົບການຫຍິບຈັບສິນຄ້າຕາມຄຳສັ່ງຊື້ອັດຕະໂນມັດເຮັດໃຫ້ພະນັກງານໃນສາງສິນຄ້າສາມາດຈັດການຄຳສັ່ງຊື້ໃຫ້ລູກຄ້າໄດ້ຢ່າງແນ່ນອນ ບໍ່ມີຂໍ້ຜິດພາດ.
- ຝືກອົບຮົມພະນັກງານຝ່າຍບໍລິການລູກຄ້າ: ສ້າງຄວາມຮູ້ຄວາມເຂົ້າໃຈໃນການເບິ່ງແຍງລູກຄ້າຢ່າງມືອາຊີບ ເພື່ອໃຫ້ລູກຄ້າໄດ້ຮັບປະສົບການທີ່ໜ້າເພິ່ງພໍໃຈ.
Last-Mile Logistics ເຮັດໃຫ້ບໍລິການ Fulfillment ໄວຂື້ນຫຼືບໍ່?
ຕົວຢ່າງແພລດຟອມອີຄອມເມີສຊື່ດັ່ງ Amazon ໄດ້ມີການຂົນສົ່ງແບບ Last-Mile Logistics ເນື່ອງຈາກຜູ້ບໍລິໂພກຕ້ອງການສິນຄ້າພາຍໃນສອງວັນ ລະບົບການຈັດສົ່ງຮູບແບບນີ້ຈຶ່ງເຂົ້າມາມີບົດບາດໃນການຈັດການຄຳສັ່ງຊື້ຈຳນວນຫຼາຍ ຊື່ງກ່ອນໜ້ານີ້ ກວ່າສິນຄ້າຈະສົ່ງເຖິງມີລູກຄ້າໃຊ້ເວລາຫຼາຍວັນ.
ການລົງທຶນກັບຂະບວນການຈັດສົ່ງແບບ Last-Mile Logistics ຊ່ວຍໃຫ້ການຈັດສົ່ງສິນຄ້າໃຫ້ລູກຄ້າໄດ້ໄວຂື້ນ ແລະຫຼຸດຂໍ້ຜິດພາດ.
ຜູ້ໃຫ້ບໍລິການຂົນສົ່ງ ແລະຜູ້ໃຫ້ບໍລິການ 3PL ໄດ້ຮ່ວມມືກັນແບ່ງເບົາພາລະດ້ານສາງສິນຄ້າ ແລະໂລຊີດສະຕິກໃຫ້ກັບຜູ້ປະກອບການອີຄອມເມີສຫຼາຍໆແຫ່ງ.
ຈັບຕາທ່າອ່ຽງໃໝ່ມາແຮງທີ່ກະທົບກັບການຂົນສົ່ງແບບ Last-Mile Logistics
ຄວາມຕ້ອງການອີຄອມເມີສທີ່ເພີ່ມຂື້ນຢ່າງຕໍ່ເນື່ອງ ສ້າງແຮງກົດດັນໃຫ້ກັບຜູ້ຄ້າຂາຍຍ່ອຍ ເພື່ອໃຫ້ໝັ້ນໃຈວ່າມີການຈັດສົ່ງມີ່ວ່ອງໄວຂື້ນ ແລະຫຼຸດຕົ້ນທຶນ ທ່າອ່ຽງລ່າສຸດທີ່ປະຕິວັດບໍລິການຂົນສົ່ງແບບ Last-Mile Logistics ມີດັ່ງນີ້:
- ລະບົບຕິດຕາມສະຖານະສິນຄ້າ: ແນ່ນອນວ່າລູກຄ້າຕ້ອງການຄວາມໂປ່ງໃສ ແລະຢາກກວດສອບຄຳສັ່ງຊື້ທີ່ໂຕເອງສັ່ງຊື້ໄປ ດັ່ງນັ້ນການມີລະບົບຕິດຕາມສະຖານະສິນຄ້າ ເພື່ອເບິ່ງພັດສະດຸຢູ່ໃນເສັ້ນທາງ ຫຼືລະຫວ່າງການຈັດສົ່ງ ສາມາດຕິດຕັ້ງເຕັກໂນໂລຊີອັດສະລິຍະ ເຊັ່ນ GPS ແລະ RFID ເພື່ອຕິດຕາມການເຄື່ອນໄຫວຂອງການຂົນສົ່ງແບບຕະຫຼອດເວລາ.
- Gig Economy ແລະ Crowdsourcing: ບໍລິສັດຕ່າງໆ ທີ່ນຳຮູບແບບການຈັດສົ່ງແບບ Crowd source ມາໃຊ້ ເພື່ອຫຼຸດຄ່າໃຊ້ຈ່າຍໃນການຈັດສົ່ງໄດ້ແບບທະວີຄູນ ແລະຊ່ວຍໃຫ້ລູກຄ້າສາມາດກຳໜົດເວລາໃນການຈັດສົ່ງໄດ້ອີກດ້ວຍ.
- ຫຸ່ນຍົນສົ່ງພັດສະດຸ: ບໍລິສັດຂົນສົ່ງສ່ວນໃຫຍ່ໝົດເງິນ (ເກືອບ 60% ຂອງຕົ້ນທຶນ) ໄປກັບການຈ້າງແຮງງານຄົນ ຄ່າແຮງລາຍເດືອນ ແຕ່ຖ້າຫາກເຮົາຫຸ່ນຍົນສົ່ງເຄື່ອງ ລົງທຶນຕອນຕົ້ນອາດຈະແພງ ແຕ່ປະຫຍັດງົບໃນໄລຍະຍາວ.
- ຈັດການຄຳສັ່ງຊື້ໄດ້ໄວ: ທຸລະກິດອີຄອມເມີສສ່ວນໃຫຍ່ຄາດຫວັງວ່າຈະຕ້ອງຈັດການຄຳສັ່ງຊື້ໄດ້ຢ່າງວ່ອງໄວ ແຕ່ພໍລອງຈັດການເອງແລ້ວທັງສະຕ໋ອກສິນຄ້າ ການແພັກ ແລະຈັດສົ່ງເອງ ຊັບຊ້ອນກວ່າທີ່ຄິດ ດັ່ງນັ້ນບໍລິສັດ Fulfillent ຈະຊ່ວຍແບ່ງເບົາພາລະໃນສ່ວນນີ້ໄດ້.
ແນວໃດກໍຕາມ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ທີ່ຢາກໄດ້ສິນຄ້າພາຍໃນ 1-2 ວັນ ການມີຜູ້ຊ່ວຍດ້ານຄັງສິນຄ້າ ແລະໂລຊີກສະຕິກ (3PL) ຈຶ່ງເປັນວິທີການໜຶ່ງທີ່ເຮັດໃຫ້ການຈັດສົ່ງສິນຄ້າໄດ້ໄວ ແລະແນ່ນອນຂື້ນ.
- ຄັງສິນຄ້າໃນເມືອງ: ການຈັດສົ່ງຄຳສັ່ງຊື້ຢ່າງວ່ອງໄວເປັນຄວາມຕ້ອງການທີ່ເພີ່ມຂື້ນເລື້ອຍໆ ຫາກທຸລະກິດມີສູນຈັດການຄຳສັ່ງຊື້ ແພັກ ແລະຈັດສົ່ງທີ່ໃກ້ກັບລູກຄ້າ ປາຍທາງພວກເຂົາກໍຈະໄດ້ສິນຄ້າໃນໄວໆ.
- ຫາຄູ່ຮ່ວມຂົນສົ່ງ: ໃນການດຳເນີນທຸລະກິດ ເຮັດເອງທຸກຢ່າງກໍບໍ່ໄຫວ ແນະນຳໃຫ້ຊອກຫາຄູ່ຮ່ວມມືບໍລິສັດຂົນສົ່ງສິນຄ້າທີ່ໜ້າເຊື່ອຖື ເພື່ອຫຼຸດຕົ້ນທຶນໃນການຂົນສົ່ງ.
- Hybrid fleet management: ທຸລະກິດຈຳນວນຫຼາຍກວ່າມີຄູ່ຮ່ວມມືດ້ານສາງສິນຄ້າ ແລະໂລຊີດສະຕິກແບບຄົບວົງຈອນ ທັງສູນບໍລິການ Fulfillment ບໍລິສັດຂົນສົ່ງ ເບີໂທລະສັບ ຄົນຂັບລົດ ຫຼື ແມ່ນແຕ່ຄົນຂັບລົດຈັກ ເພື່ອເອົາໄວ້ໃຊ້ໃນຍາມສຸກເສີນ.
ກຽມຕົວຮັບມືກັບການປ່ຽນແປງຂອງ Last-Mile Logistics ແບບໃດ!
ອີຄອມເມີສມີການເຕີບໂຕຢ່າງຕໍ່ເນື່ອງ ຍິ່ງຢູ່ໃນຍຸກນີ້ທີ່ທຸກຢ່າງຂັບເຄື່ອນດ້ວຍເຕັກໂນໂລຊີ ຄວາມຕ້ອງການດ້ານໂລຊີດສະຕິກກໍ່ປ່ຽນແປງໄປເລື້ອຍໆ ເພື່ອຕຽມພ້ອມສຳຫຼັບການປະຕິວັດດ້ານໂລຊີດສະຕິກ ຜູ້ຂາຍ ແລະຜູ້ໃຫ້ບໍລິການຂົນສົ່ງຄວາມຊອກຫາແນວທາງ ຫຼືກົນໄກທີ່ມີປະສິດທິພາບຫຼາຍຂື້ນ ເພື່ອປັບປຸງປະສົບການການຈັດສົ່ງສິນຄ້າໃຫ້ກັບລູກຄ້າ.
ບໍ່ເທົ່າປີທີ່ຜ່ານມາ ເຫັນໄດ້ຈະແຈ້ງວ່າການຂົນສົ່ງສິນຄ້າແບບ Last-Mile Logistics ນີ້ຈະສາມາດເຮັດໄດ້ງ່າຍໆ ແລະມີປະສິດທິພາບຍິ່ງຂື້ນ ໂດຍນຳເອົາເຕັກໂນໂລຊີມາໃຊ້ໃນທຸກໆຂັ້ນຕອນຂອງຂະບວນການຈັດສົ່ງ
ສະຫລຸບ
Last-Mile Logistics ເປັນສ່ວນສຳຄັນໃນການຈັດການ Supply Chain ຂອງທຸລະກິດ ມຸ້ງເນັ້ນທີ່ຈະສົ່ງພັດສະດຸພາຍໃນເວລາທີ່ສັ້ນທີ່ສຸດ ແລະຖືກຕ້ອງຕາມຄຳສັ່ງຊື້ຂອງລູກຄ້າ ເພື່ອຮັກສາຖານລູກຄ້າທຸລະກິດຕ່າງໆ ຈຶ່ງຈຳເປັນມີວິທີເພີ່ມປະສິດທິພາບການຂົນສົ່ງສິນຄ້າໃນຮູບແບບນີ້ດ້ວຍ ຫຼາຍໆບໍລິສັດໄດ້ນຳການຈັດການສົ່ງຮູບແບບນີ້ໄປປັບໃຊ້ເປັນທີ່ຮຽບຮ້ອຍແລ້ວ ເພື່ອຄວາມຢູ່ລອດໃນຕະຫຼາດທີ່ມີການແຂ່ງຂັນສູງ.


