24/08/2024
| ໄຟລ໌ແນບ (s): | |
|---|---|
| ຫົວຂໍ້ | ດາວໂຫຼດ |
| ການພັດທະນາຜະລິດຕະພັນໄປສະນີ | ![]() |
ຜະລິດຕະພັນທາງໄປສະນີ
ສະຫະພາບໄປສະນີ ໄດ້ນພັດທະນາ ແລະປັບປຸງ “ຜະລິດຕະພັນໄປສະນີແບບດັ່ງເດີມ” ເພື່ອເຮັດໃຫ້ຜະລິດ ຕະພັນໄປສະນີມີຄຸນນະພາບສູງ ເຊື່ອຖືໄດ້ ແລະທັນສະໄໝ ຕອບສະໜອງກັບຄວາມຕ້ອງການຂອງລູກຄ້າທົ່ວໂລກ. ຊື່ງສະຫະພາບໄປສະນີສາກົນໄດ້ ແບ່ງຜະລິດຕະພັນ ໃຫ້ເໝາະສົມກັບເຄື່ອງຝາກປະເພດຕ່າງໆ.
ຜະລິດຕະພັນທາງໄປສະນີ[1] ຖືກກຳນົດຂື້ນໂດຍສະຫະພາບໄປສະນີສາ ກົນ ຊື່ງແມ່ນບັນດາສິ່ງຂອງຕ່າງໆທີ່ ມາຝາກໃນລະບົບໄປສະນີ ຂອງສະຫະພາບໄປສະນີສາກົນ ຊື່ງປະກອບມີ 3 ປະເພດ ດັ່ງນີ້:
1. ໄປສະນີພັນ (Letters)
ເຖິງແມ່ນວ່າປະລິມານຈົດໝາຍຈະຫຼຸດລົງໃນຊ່ວງທົດສະວັດທີ່ຜ່ານມາ ແຕ່ຜະລິດຕະພັນໄປສະນີເຫຼົ່ານີ້ ຍັງຄົງມີສ່ວນແບ່ງລາຍໄດ້ຈາກໄປສະນີພັນເປັນຈຳນວນຫຼາຍ, ຕາມຂໍ້ມູນຂອງສະຫະພາບໄປສະນີສາກົນ ໄປສະນີພັນຍັງຄົງຄິດເປັນປະມານ 40% ຂອງລາຍໄດ້ຈາກໄປສະນີທົ່ວໂລກ ໂດຍມີການແລກປ່ຽນສິ່ງຂອງໄປສະນີພັນ 313 ພັນລ້ານລາຍການໃນຊ່ວງປີ 2017 ພຽງປີດຽວ.
ໄປສະນີພັນ ກໍປ່ຽນແປງໄປຕາມການຂະຫຍາຍຕົວຂອງການຄ້າເອເລັກໂຕຼນິກ, ປະລິມານ 80% ຂອງເຄື່ອງຝາກທາງໄປສະນີ ທີ່ເກີດຈາກການຄ້າອີຄອມເມີສໃນປະຈຸບັນ ມີນໍ້າໜັກບໍ່ເກີນ 2 ກິໂລ ແລະຜ່ານການສັງລວມປະລິມານການຮັບຝາກ ແມ່ນຢູ່ໃນຮູບແບບການສົ່ງຈົດໝາຍ ການເພີ່ມມູນຄ່າຂອງບໍລິການໄປສະນີພັນ ຈະຊ່ວຍຕອບສະໜອງຄວາມຕ້ອງການຂອງລູກຄ້າທີ່ຕ້ອງການບໍລິການລະຫວ່າງປະເທດທີ່ແຂງແກ່ນ ແລະຮັກສາການເຕີບໂຕຂອງທຸລະກິດອີຄອມເມີສໄວ້ໄດ້.
ເພື່ອຊ່ວຍໃຫ້ໝັ້ນໃຈ ໃນຄຸນນະພາບການບໍລິການໃນລະດັບສູງ ທີ່ສອດຄ່ອງກັບຄວາມຕ້ອງການຂອງລູກຄ້າ, ສະຫະພາບໄປສະນີສາກົນໄດ້ສ້າງລະບຽບ ແລະຂໍ້ບັງຄັບກ່ຽວກັບການແລກປ່ຽນຈົດໝາຍ ກຳນົດມາດຕະ ຖານການຈັດສົ່ງທົ່ວໄປສຳຫຼັບໄປສະນີລະຫວ່າງປະເທດ ແລະດຳເນີນໂຄງການພັດທະນາໄປສະນີພັນ ເພື່ອຊຸກຍູ້ຕະຫຼາດ.
2. ພັດສະດຸໄປສະນີ (Parcels)
ຕະຫຼາດພັດສະດຸລະຫວ່າງປະເທດ ກຳລັງຂະຫຍາຍຕົວຢ່າງວ່ອງໄວ ທ່າແຮງທີ່ຂະຫຍາຍຕົວຢ່າງຕໍ່ເນື່ອງນີ້ມີທ່າອ່ຽງທີ່ດີ ເມື່ອພິຈາລະນາເຖິງໂອກາດທີ່ໄດ້ຮັບຈາກການພັດທະນາອີຄອມເມີສໃນປະຈຸບັນ ອຸປະສັກທາງການຄ້າທີ່ຫຼຸດລົງ ແລະກະແສໂລກາພິວັດຂອງທຸລະກິດ ແລະການຜະລິດ ຍັງຊຸກຍູ້ຄວາມຕ້ອງການ ຜະລິດຕະພັນພັດສະດຸລະຫວ່າງປະເທດ ທີ່ເພີ່ມຂື້ນອີກດ້ວຍ.
ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ປະກອບການ ແລະຄວາມຄາດຫວັງທີ່ປ່ຽນແປງຕະຫຼອດເວລາຂອງລູກຄ້າ ໄດ້ຢ່າງມີປະສິດທິພາບ ສະຫະພາບໄປສະນີສາກົນ ກໍດຳເນີນການປັບຄຸນນະພາບການບໍລິການທົ່ວໂລກ ແລະຍົກລະດັບພາບລັກ ແລະໂປຼໄຟລຂອງພັດສະດຸໄປສະນີ ຊື່ງໄດ້ຮັບການອອກແບບມາເປັນພິເສດ ເພື່ອຊຸກຍູ້ການຂະຫຍາຍຕົວຂອງສ່ວນແບ່ງການພັດທະນາຂອງການໄປສະນີ ໃນຕະຫຼາດພັດສະດຸລະຫວ່າງປະເທດ.
3. ຜະລິດຕະພັນໄປສະນີແບບປະສົມ (Integrating Postal Products)
ແມ່ນເຄື່ອງຝາກປະເພດຕ່າງໆ ທີ່ບໍ່ໄດ້ກຳນົດເຂົ້າໃນ 2 ປະເພດຂ້າງເທິງ ດ້ວຍການເປີດຕົວຜະລິດຕະພັນແບບບູລະນາການໃນປີ 2018. ເປັນຄັ້ງທຳອິດ ທີສະຫະພາບໄປສະນີສາກົນໄດ້ນຳໃຊ້ແນວທາງບູລະນາການຢ່າງເຕັມຮູບແບບໃນການພັດທະນາຜະລິດຕະພັນ ແລະຮັບປະກັນການຕັດສິນໃຈທີ່ວ່ອງໄວຍິ່ງຂື້ນກ່ຽວກັບຜະລິດຕະພັນ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ.
ພາກໄປສະນີໃນທົ່ວໂລກກຳລັງປະເຊີນກັບຄວາມທ້າທາຍຄືກັນກັບປະລິມານຈົດໝາຍທີ່ຫຼຸດລົງ ຄວບຄູ່ໄປກັບການເພີ່ມຂື້ນແບບທະວີຄູນຂອງສິ່ງຂອງໄປສະນີທີ່ເປັນສິນຄ້າ. ຕະຫຼາດໄປສະນີ ແລະພັດສະດຸໄປສະນີຂ້າມແດນທີ່ອີ່ມຕົວ ມີການແຂ່ງຂັນກັນສູງ ແລະມີການກະຈາຍຕົວສູງ ພື້ນທີ່ທາງການຕະຫຼາດມີການປ່ຽນແປງຢ່າງຫຼວງຫຼາຍໃນຊ່ວງສອງທົດສະວັດທີ່ຜ່ານມາ.
ໜຶ່ງໃນຄວາມທ້າທາຍທີ່ສະຫະພາບໄປສະນີປະເຊີນໜ້າກ່ຽວກັບຄວາມຕ້ອງການຂອງລູກຄ້າ ແລະຄຸນລັກສະນະຂອງຜະລິດຕະພັນ ຄື ການຫາວິທີທີ່ຈະຕອບສະໜອງຄວາມຕ້ອງການຂອງຕະຫຼາດດ້ວຍເຫດແລະຜົນ ປັບປຸງໃຫ້ທັນສະໄໝ ແລະບູລະນາການເຂົ້າກັບກອບຜະລິດຕະພັນທີ່ມີຢູ່ເດີມ. ແຕ່ເຖິງຢ່າງໃດກໍຕາມໃນຖານະເປັນສ່ວນໜຶ່ງໃນພາກອຸດສະຫະກຳທີ່ກ່ຽວຂ້ອງກັບການແລກປ່ຽນສິນຄ້າຂ້າມແດນ, ຜູ້ປະກອບການຕ້ອງຄຳນຶງເຖິງຜະລິດຕະພັນຂອງຕົນມີຄວາມສອດຄ່ອງກັບຂໍ້ກຳນົດດ້ານພາສີ ຄວາມປອດໄພ ແລະກົດລະບຽບທີ່ເກີດຂື້ນໃໝ່ແບບໃດ.
ນອກຈາກນີ້ ດ້ວຍຄວາມຄາດການການຂະຫຍາຍຕົວທົ່ວໂລກຫຼາຍກວ່າ 10% ຕໍ່ປີ ອີຄອມເມີສຂ້າມແດນຈຶ່ງເປັນແຫຼ່ງທີ່ມາຂອງຄວາມອາດສາມາດສຳຫຼັບພາກໄປສະນີ ແນວໃດກໍ່ຕາມ ອຸປະສັກຕໍ່ການຂະຫຍາຍຕົວຂອງຕະຫຼາດໄປສະນີ ຄື ຄວາມຊັບຊ້ອນຂອງກຸ່ມຜະລິດຕະພັນໄປສະນີ ທີ່ເຮັດໃຫ້ພາກໄປສະນີບໍ່ສາມາດໃຊ້ປະໂຫຍດຈາກໂອກາດທີ່ກຳລັງຂະຫຍາຍຕົວຈາກອີຄອມເມີສໄດ້ຢ່າງເຕັມເມັດເຕັມໜ່ວຍ.ດັ່ງນັ້ນ ແຜນພັດທະ ນາຜະລິດຕະພັນໄປສະນີແບບບູລະນາການ (IPP) ຂອງສະຫະພາບໄປສະນີ ຈຶ່ງໄດ້ອອກແບບມາເພື່ອທຳລາຍອຸປະສັກດັ່ງກ່າວ, ຊື່ງຈຸດມຸ້ງໝາຍຫຼັກຂອງ IPP ຄືການພັດທະນາຜະລິດຕະພັນທາງໄປສະນີແບບຄົບວົງຈອນ ແລະລະບົບຄ່າຕອບແທນທີ່ພຽງພໍ ແລະແຂ່ງຂັນໄດ້ ຊື່ງຄອບຄຸມຕົ້ນທຶນໃນການຈັດສົ່ງ, ໃນທາງກັບກັນ ຈະສ້າງຄວາມໝັ້ນໃຈໄດ້ວ່າ ໂອກາດທີ່ສ້າງຂື້ນຈາກການຄ້າເອເລັກໂຕຼນິກ ຈະສາມາດນຳມາໃຊ້ ໂດຍບັນດາປະເທດສະມາຊິກຂອງສະຫະພາບໄປສະນີທັງໝົດໄດ້.


