ວັດແທກປະສິດທິພາບ ຂອງການສ້າງງານດ້ານໂລຊີດສະຕິກ (Logistics Metrics)

ວັດແທກປະສິດທິພາບ ຂອງການສ້າງງານດ້ານໂລຊີດສະຕິກ (Logistics Metrics)

ໄຟລ໌ແນບ (s):
​ຫົວ​ຂໍ້ ດາວ​ໂຫຼດ
ວັດແທກປະສິດທິພາບຂອງການສ້າງງານດ້ານໂລກຊີດສະຕິກ

ວັດແທກປະສິດທິພາບຂອງການສ້າງງານດ້ານໂລຊີດສະຕິກ (Logistics Metrics)

ຫາກມີການວາງແຜນການເຮັດວຽກດ້ານສາງສິນຄ້າ ແລະໂລຊີດສະຕິກທີ່ດີ ສິນຄ້າກໍຈະຖືກຈັດສົ່ງເຖິງມືລູກຄ້າໄວຂື້ນ ແລະຊ່ວຍເພີ່ມຍອດການຂາຍ ແລະຜົນກຳໄລໃຫ້ກັບທຸລະກິດໄດ້. ຈາກຜົນການສຳຫຼວດພົບວ່າ 79% ຂອງບໍລິສັດທີ່ມີການຈັດການຊັບພລາຍທີ່ມີປະສິດທິພາບ ຈະມີລາຍໄດ້ຫຼາຍກວ່າທຸລະກິດອື່ນໆ ແຕ່ຕ້ອງມີມາດຕະການ ເພື່ອປັບປຸງຄຸນນະພາບຂອງລະບົບຢ່າງຕໍ່ເນື່ອງ ເພື່ອຮັບມືກັບຕະຫຼາດອີຄອມເມີສທີ່ປ່ຽນແປງຕະຫຼອດເວລາ ດ້ວຍການພັດທະນາທາງເຕັກໂນໂລຊີທັງໝົດທີ່ສະໜັບສະໜູນການຈັດການໂລຊີດສະຕິກ. ປະຈຸບັນ ບໍລິສັດຕ່າງໆ ມີຫຼາຍວິທີໃນການລວບລວມຂໍ້ມູນ ເພື່ອບັນທຶກຄວາມກ້າວໜ້າຂອງບໍລິສັດ ຕົວຊີ້ບອກປະສິດທິພາບຫຼັກ (KPI) ຄື ການວັດແທກໃນທາງປະຕິບັດ ແລະວັດຖຸປະສົງຂອງຄວາມຄືບໜ້າໂດຍລວມຂອງບໍລິສັດ ໄປສູ່ເປົ້າໝາຍທີ່ກຳນົດໄວ້ລ່ວງໜ້າ KPI ເປັນສິ່ງທີ່ລະບົບໂລຊີດສະຕິກຕ້ອງການ ເພື່ອເພີ່ມການແນມເຫັນການຈັດການດ້ານ Supply Chain.

ການວັດແທກ KPLS ສຳຫຼັບງານດ້ານໂລຊີດສະຕິກ

ໂລຊີດສະຕິກ ເປັນລະບົບການຈັດການ, ຈັດເກັບ, ຫຸ້ມຫໍ່, ຈັດສົ່ງສິນຄ້າ-ພັດສະດຸ ແລະຊັບພະຍາກອນອື່ນ ທີ່ກ່ຽວ ຂ້ອງ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າ ຊື່ງມີຂັ້ນຕອນແບ່ງອອກມາຫຼາຍສ່ວນ ຈະຮູ້ໄດ້ແນວໃດວ່າງານດ້ານຄັງສິນຄ້າໂລຊີດສະຕິກຂອງແຕ່ລະທຸລະກິດມີປະສິດທິພາບຫຼາຍນ້ອຍສຳໃດ ຄຳຕອບຄື ຕ້ອງຕັ້ງໂຕຊີ້ວັດຄວາມສຳເລັດ ຫຼືເອີ້ນກັນວ່າ KPI-Key Performance Indicator ຈະເຮັດໜ້າທີ່ວັດປະສິດທິພາບໂດຍລວມ ຂະບວນການໂລຊີດສະຕິກນັ້ນເອງ.

ຄວາມສຳຄັນຂອງການວັດ KPIs ໃນວານດ້ານໂລຊີດສະຕິກສຳຫຼັບທຸລະກິດອີຄອມເມີສ

ຫາກງານດ້ານຄັງສິນຄ້າ ແລະໂລຊີດສະຕິກຂອງທຸລະກິດຕ່າງໆມີຄວາມໂລ່ງລ່ຽນ ບໍ່ຕິດຄັດ ສົ່ງມອບສິນຄ້າເຖິງມືລູກຄ້າປາຍທາງໄດ້ຕົງຕາມເວລາ ແລະປອດໄພນັ້ນໝາຍຄວາມວ່າລະບົບການເຮັດວຽກດ້ານໂລຊີດສະຕິກມີຄຸນນະພາບນັ້ນເອງ ງານດ້ານໂລຊີດສະຕິກຈະກ່ຽວກັບການວາງແຜນເພື່ອໃຊ້ງານ ແລະການກວດສອບການໄຫຼຂອງສິນຄ້າ ສາງຈັດເກັບ ການຫຸ້ມຫໍ່ ແລະການຈັດສົ່ງສິນຄ້າ ການວັດແທກ KPIs ຈຶ່ງເປັນສິ່ງທີ່ຈຳເປັນ ເພາະມັນເປັນໂອກາດທີ່ຈະເຮັດໃຫ້ເຮົາຮັບຮູ້ຂໍ້ດ້ອຍ ຫຼື ຂໍ້ຜິດພາດ ເພື່ອປັບປຸງ ແລະແກ້ໄຂ.

ປະໂຫຍດຂອງການວັດປະສິດທິພາບການເຮັດວຽກດ້ານສາງສິນຄ້າ ແລະໂລຊີດສະຕິກ

ດ້ວຍຮູບແບບຂອງຕະຫຼາດອີຄອມເມີສທີ່ປ່ຽນແປງຢູ່ຕະຫຼອດເວລາ ຈຳເປັນທີ່ຈະຕ້ອງສຶກສາ ຄົ້ນຫາຂໍ້ມູນ ແລະຮູ້ເທົ່າທັນສະຖະນະການ ເພື່ອຫາຈຸດບົກພ່ອງ ແລະພ້ອມທີ່ຈະປັບປຸງລະບົບການເຮັດວຽກດ້ານໂລຊີດສະຕິກໃນທຸກໆຂັ້ນຕອນ ຕັ້ງແຕ່ ການຈັດເກັບ-ການຫຸ່ມຫໍ່-ການສົ່ງສິນຄ້າ ເຖິງມືລູກຄ້າປາຍທາງ ດັ່ງນັ້ນການມີຕົວຊີ້ວັດປະສິດທິ ພາບການທຳງານໃນແຕ່ລະຂັ້ຂຕອນຈຶ່ງເປັນສ່ວນສຳຄັນ ທີ່ຈະນຳພາທຸລະກິດໄປສູ່ຄວາມສຳເລັດ.

ປະໂຫຍດຂອງການວັດແທກ KPIs ສຳຫຼັບງານດ້ານໂລຊີດສະຕິກ ມີອົງປະກອບ ດັ່ງນີ້:

  • ຄວາມຖືກຕ້ອງແນ່ນອນ: ກວດກາຄວາມແນ່ນອນໃນການເຮັດວຽກ ເຈາະໄປທີ່ຂໍ້ຜິດພາດ ເພື່ອປັບປຸງໃຫ້ໄດ້ຜົນຮັບທີ່ມີປະສິດທິພາບ ແລະໄດ້ຜົນກຳໄລ.
  • ຈັດສົ່ງກົງຕາມເວລາ: ຖ້າດົນກໍຈະເຮັດໃຫ້ລູກຄ້າມີຄວາມກັງວົນໃຈ ດັ່ງນັ້ນການຈັດສົ່ງ ແລະສົ່ງມອບສິນຄ້າຕົງຕາມເວລາຈະຊ່ວຍເພີ່ມຄວາມໜ້າເຊື່ອຖືກັບທຸລະກິດ ແລະເຮັດໃຫ້ລູກຄ້າສາມາດບໍລິຫານຮອບວຽນຂອງວຽກໄດ້ດີ
  • ຈັດການສິນຄ້າຄ້າງສາງໄດ້ຢ່າງຊັດເຈນ: ຈົດບັນທຶກຂໍ້ມູນກ່ຽວກັບສິນຄ້າພາຍໃນສາງໃຫ້ຖືກຕ້ອງ ບໍ່ໃຫ້ຕົກຫຼົ່ນ ເນື່ອງຈາກມັນມີຜົນຕໍ່ຄວາມໜ້າເຊື່ອຖືຂອງເຄື່ອງໝາຍສິນຄ້າຂອງທຸລະກິດນັ້ນເອງ.
  • ຄ່າຂົນສົ່ງ: ຄ່າໃຊ້ຈ່າຍໃນການຈັດສົ່ງສິນຄ້າ ຖືເປັນໜຶ່ງໃນຕົ້ນທຶນໃນການດຳເນີນງານດ້ານໂລຊີດສະຕິກ ທີ່ຈະຕ້ອງໄດ້ໄຕ່ຕອງ ແນະນຳໃຫ້ກວດກາລາຄາມາດຕະຖານຂອງການຈັດສົ່ງສິນຄ້າ ຄົ້ນຫາຂໍ້ມູນ ແລະປຽບທຽບຄ່າຂົນສົ່ງຂອງແຕ່ລະບໍລິສັດ ເພື່ອຕັດສິນໃຈ ແລະເລືອກບໍລິການຂົນສົ່ງທີ່ຄຸ້ມຄ່າ ແລະເໝາະສົມກັບທຸລະກິດຂອງເຮົາໃຫ້ຫຼາຍທີ່ສຸດ.

ວິທີການຕິດຕັ້ງ KPIs ສາງສິນຄ້າ ແລະໂລຊີດສະຕິກ

KPIs ທີ່ຕັ້ງຂື້ນມາຈະຕ້ອງສອດຄ່ອງກັບເປົ້າໝາຍຂອງທຸລະກິດ ຊື່ງໃນການວັດ KPIs ສຳຫຼັບງານດ້ານຄັງສິນຄ້າ ແລະໂລຊີດສະຕິກ ມີສ່ວນປະກອບ ດັ່ງນີ້:

  1. ກຳນົດເປົ້າໝາຍສຳຫຼັບການວັດແທກ ດັ່ງນີ້:ຈຳນວນເປີເຊັນທີ່ຈັດສົ່ງສິນຄ້າຜິດພາດ
  • ຈຳນວນຄຳສັ່ງຊື້ທີ່ເສຍຫາຍໃນແຕ່ລະເດືອນ
  • ລູກຄ້າຕອບສະໜອງແນວໃດກັບແບນ ຫາກສິນຄ້າຂາດສະຕ່ອກ ຫຼືກຳລັງຈະໝົດ
  • ທຸລະກິດຕົກຢູ່ໃນສະພາວະຂາດແຄນພະນັກງານເລື້ອຍໆບໍ່່
  • ກວດກາຄວາມສາມາດໃນການຈັດສົ່ງຂອງບໍລິສັດຂົນສົ່ງສິນຄ້າ ເຮັດວຽກເປັນແນວໃດ ແລະເປັນໄປຕາມທີ່ເຮົາຄາດຫວັງບໍ່
  1. ກຳນົດເປົ້າໝາຍສຳຫຼັບ KPIs - ທີ່ຄາດວ່າຈະເຮັດໄດ້ ແລະສົມເຫດສົມຜົນ ໂດຍອີງຕາມເກນມາດຕະ ຖານອຸດສະຫະກຳຄັງສິນຄ້າ ແລະໂລຊີດສະຕິກ
  2. ຕັ້ງທີມສຳຫຼັບວິເຄາະ KPIs - ເພາະການຈັດການ KPIs ນັ້ນໃຊ້ເວລາດົນ ແລະຕ້ອງການຄວາມຊ່ຽວ ຊານດ້ານໂລຊີດສະຕິກ.
  3. ການວິເຄາະ KPIs ຢ່າງສະໝໍ່າສະເໝີ - ການກວດກາ KPIs ຢ່າງສະໝໍ່າສະເໝີຊ່ວຍໃຫ້ຂະບວນການຕັດສິນໃຈໄດ້ດີຂື້ນໃນການຕິດຕາມຕົວຊີ້ວັດດ້ານໂລຊີດສະຕິກທີ່ມີຄວາມສຳຄັນ.
  4. Smart KPIs ຄືໂຕຊ່ວຍວັດປະສິດທິພາບໃນການດຳເນີນງານດ້ານໂລຊີດສະຕິກທີ່ດີ ຊື່ງມີລັກສະນະ ດັ່ງນີ້:
  • ຄວາມສະເພາະເຈາະຈົ່ງ - ການມີ KPIs ທີ່ກວ້າງຈົນເກີນໄປອາດນຳໄປສູ່ການຕີຄວາມໝາຍແບນທີ່ຜິດພາດ, ໃຫ້ກຳນົດ KPIs ທີ່ສະເພາະເຈາະຈົ່ງຂອດການເຮັດວຽກນັ້ນໆໄປເລີຍ.
  • KPIs ເຊີງປະລິມານ - ຕັ້ງ KPIs ທີ່ວັດ ຫຼື ປະເມີນຄ່າອອກມາເປັນຕົວເລກໄດ້.
  • ຕັ້ງ KPIs ທີ່ສາມາດຈະເຮັດໄດ້
  • KPIs ຈະຕ້ອງຕອບສະໜອງຄວາມຕ້ອງການຂອງທຸລະກິດ - ສ້າງລາຍການໂຕຊີ້ວັດເປັນຂໍ້ໆ ແລະຈັດລະດັບຄວາມສຳຄັນ ເພື່ອການໃຊ້ງານທີ່ມີປະສິດທິພາບ.
  • ບໍລິຫານຈັດການເວລາ - ການຈັດຕາຕະລາງເວລາສຳຫຼັບການວັດ KPIs ຊ່ວຍໃຫ້ທີມທີ່ເບິ່ງແຍງໃນສ່ວນທີ່ເຮັດວຽດນັ້ນໄດ້ຢ່າງຖືກຕ້ອງ ແນ່ນອນ ແລະວ່ອງໄວຂື້ນ.

Logistics KPIs ອື່ນໆ

ນອກຈາກໂຕຊີ້ວັດປະສິດທິພາບໃນການດຳເນີນດ້ານໂລຊີດສະຕິກທີ່ກ່າວມານີ້ແລ້ວ ຍັງມີ KPIs ໂຕອື່ນໆທີ່ສາມາດນຳໄປໃຊ້ໄດ້ ຊື່ງມີດັ່ງນີ້:

Logistics KPIs ທາງການເງິນ

ການດຳເນີນງານ - ວັດຈຳນວນລາຍໄດ້ ແລະຕົ້ນທຶນໃນການດຳເນີນງານ

ອັດຕາສ່ວນການດຳເນີນງານ = ຄ່າໃຊ້ຈ່າຍໃນການດຳເນີນງານທັງໝົດ/ລາຍໄດ້ທັງໝົດ

ອັດຕາສ່ວນການດຳເນີນງານທີ່ຕໍ່າກວ່າການບົ່ງຊີ້ເຖິງຜົນກຳໄລທີ່ສູງຂື້ນ:

  • ອັດຕາສ່ວນກຳໄລສຸດທິ - ວັດຜົນຕອບແທນຈາກການລົງທຶນ
  • ອັດຕາສ່ວນກຳໄລສຸດທິ = ກຳໄລຫຼັງຫັກພາສີ/ມູນຄ່າຊັບສິນລວມ
  • ການສ້າງໜີ້ທາງການເງິນ = ໜີ້ສິນທັງໝົດ/ຊັບສິນທັງໝົດ

KPIs ຊັບພລາຍເຊນ ແລະສິນຄ້າຄົງຄັງ

  • ອັດຕາການນຳໃຊ້ອຸປະກອນ - ວັດແທກຄວາມພ້ອມໃຊ້ງານ ແລະປະສິດທິພາບຂອງອຸປະກອນທີ່ຈຳເປັນໃນໂຮງງານຜະລິດສິນຄ້າ ແລະຄັງສິນຄ້າ
  • ອັດຕາການນຳໃຊ້ກຳລັງການຜະລິດ - KPIs  ນີ້ໃຊ້ວັດແທກການນຳໃຊ້ຊັບພະຍາກອນທີ່ມີຢູ່ຂອງທຸລະກິດ ເພື່ອໃຫ້ແນ່ໃຈວ່າມຮການຈັດການອັດຕາການຜະລິດທີ່ດີຂື້ນ ຕົ້ນທຶນການດຳເນີນງານຫຼຸດລົງ ແລະການໝູນວຽນຂອງສິນຄ້າໃນຫ່ວງໂຊ່ອຸປະທານ ຫຼື ຊັບພລາຍເຊນທີ່ຍືນຍົງ.
  • ການໃຊ້ກຳລັງການຜະລິດ = ອັດຕາການຜະລິດຈິງ/ອັດຕາການຜະລິດສູງສຸດ.

KPIs ວັດແຮງງານດ້ານໂລຊີດສະຕິກ

  • ການລາພັກ - ໂຕຊີ້ວັດນີ້ຈະມຸ້ງນັ້ນໄປທີ່ສຸຂະພາບາຍ ແລະໃຈ ລວມທັງຄວາມປອດໄພຂອງພະນັກງານ ຊື່ງຊ່ວຍຫຼຸດການຢຸດສະງັກຂອງແຮງງານ.
  • ຄວາມປອດໄພ - ເປັນການຄຳໜຶ່ງເຖິງຈຳນວນຜູ້ບາດເຈັບ ອຸປະຕິເຫດ ຫຼືແມ້ແຕ່ຈຳນວນຜູ້ເສຍຊີວິດໃນລະຫວ່າງປະຕິບັດໜ້າທີເປັນຫຼັກ ເມດຕລິກນີ້ສ້າງຄວາມໜ້າເຊື່ອຖືໃຫ້ກັບທຸລະກິດ ມີການຮັບປະກັນຄວາມປອດໄພຕາມມາດຕະການສຳຫຼັບງານດ້ານຄັງສິນຄ້າ ແລະໂລຊີດສະຕິກ.

KPIs ການສົ່ງຄືນສິນຄ້າ

ຫຼາຍອົງກອນພົບພໍ້ກັບລະບົບການຄືນສິນຄ້າທີ່ມີຄ່າໃຊ້ຈ່າຍສູງ ແລະກັບມີປະສິດທິພາບຕໍ່າ ດັ່ງນັ້ນການກວດກາປະສິດທິພາບຂອງຂະບວນການສົ່ງຄືນສິນຄ້ານັ້ນຈຶ່ງຈຳເປັນ ເພື່ອວັດແທກຜົນກະທົບໃນເລື່ອງຂອງເງິນທຶນ ແລະຄ່າຕອບແທນທີ່ໄດ້ຮັບ.

ໂຕຊີ້ວັດຂະບວນການຈັດສົ່ງຄືນສິນຄ້າທີ່ມີປະສິດທິພາບຈະຕ້ອງມີຄຸນສົມບັດດັ່ງຕໍ່ໄປນີ້:

  • ຮອບວຽນເວລາ- ເວລາເປັນປັດໄຈສຳຄັນຂອງຂະບວນການສົ່ງຄືນສິນຄ້າ ໃນການຈັດສົ່ງສິນຄ້າຈາກທີ່ຢູ່ຂອງລູກຄ້າໄປຍັງຄັງສິນຄ້າ ຍິ່ງເວລາສັ້ນເທົ່າໃດ ຍິ່ງມີປະສິດທິພາບຂື້ນເທົ່ານັ້ນ.
  • ຈຳນວນຂອງຜະລິດຕະພັນທີ່ຖືກສົ່ງຄືນ ແລະຂາຍຕໍ່ - ໃຫ້ຄິດອອກເປັນເປີເຊັນຂອງສິນຄ້າທີ່ລູກຄ້າສັ່ງຊື້ ແລະໄດ້ຮັບສິນຄ້າແລ້ວ ແຕ່ເກີດຄວາມຜິດພາດ ແລະຕ້ອງການສົ່ງຄືນ
  • ການລີໄຊເຄີລ - ເປີເຊັນຂອງຜະລິດຕະພັນໃນລະບົບ Reverse Logistics ຫຼື ເອີ້ນກັນງ່າຍໆວ່າໃນຂະ ບວນການສົ່ງຄືນສິນຄ້າຖືກນຳໄປລີໄຊເຄີລ.
  • ຂີ້ເຫຍື່ອ - ປະລິນມານສິນຄ້າທີ່ຖືກສົ່ງອອກໄປຝັງ ຫຼືກຳຈັດດ້ວຍວິທີການຕ່າງໆ.
  • ເປີເຊັນຂອງ Recovered Costs - ຈຳນວນເງິນທີ່ຖືກກູ້ຄືນໄດ້ຫຼັງຈາກການຂົນສົ່ງຄືນສິນຄ້າ.
  • ຕົ້ນທຶນການຈັດການຕໍ່ລາຍການ (Cost per item handling) - ຕົ້ນທຶນລວມຕໍ່ເດືອນທີ່ກ່ຽວກັບຈຳ ນວນຜະລິດຕະພັນທີ່ດຳເນີນການ.
  • ໄລຍະທາງ - ການຕິດຕາມໄລຍະທາງສະເລ່ຍຕໍ່ລາຍການໃນການສົ່ງຄືນສິນຄ້າ.
  • ປະສິດທິພາບໃຊ້ເຊື້ອໄຟ - ເປັນການໃຊ້ຊັບພະຍາກອນຢ່າງຢັ່ງຍືນ ວັດແທກພະລັງງານທັງໝົດທີ່ໃຊ້ເປັນຜົນຕອບແທນ.
  • ເວລາການທົດແທນໃໝ່ - ເມັດຕະລິກທີ່ໃຊ້ກຳນົດຄຸນນະພາບ ແລະປະສິດທິພາບຜົນຂອງການວາງແຜນທຸລະກິດໂດຍລວມ ແລະການຊອກຫາ.
  • ເວລາໃນການຕື່ມຕຳແໜງງານທີ່ເປີດຮັບ = ເວລາທີ່ໄດ້ຮັບການຍອມຮັບງານ-ເວລາທີ່ໃບຂໍສະເໜີງານໄດ້ຮັບການອະນຸມັດ.

KPIs ການຂົນສົ່ງ

  • ປະສິດທິພາບຂອງພະນັກງານຂັບລົດ - ປະເມີນຄຸນນະພາບ ແລະປະສິດທິພາບຂອງລົດບັນທຸກ ແລະພະນັກງານຂັບລົດ ລວມເຖິງຄວາມໄວ ການຢຸດພັກ ລວມທັງການຮັກສາມາດຕະການດ້ານຄວາມປອດໄພອີກນຳ
  • ປະສິດທິພາບການໃຊ້ເຊື້ອເພີງ - ວັດປະສິດທິພາບຂອງຍານພາຫະນະບົນທ້ອງຖະໜົນ ແລະຊ່ວຍລະບຸຂັ້ນຕອນການປະຢັດຕົ້ນທຶນສຳຫຼັບທຸລະກິດ ປະສິດທິພາບການນຳໃຊ້ເຊື້ອໄຟສູງເທົ່າໃດ ຄ່າໃຊ້ຈ່າຍໃນການດຳເນີນການກໍຍິ່ງຈະຕໍ່າລົງເທົ່ານັ້ນ.

ເພີ່ມປະສິດທິພາບໃຫ້ກັບໂຕຊີ້ວັດ KPIs ດ້ານໂລຊີດສະຕິກໄດ້ແນວໃດ?

KPIs ມີປະໂຫຍດກໍຕໍ່ເມື່ອທຸລະກິດສາມາດລະບຸຕົວຊີ້ວັດທີ່ຖືກຕ້ອງ ແລະສອດຄ່ອງກັບເປົ້າໝາຍຂອງທຸລະກິດ ຈຸດປະສົງຫຼັກຂອງ KPIs ຄືການວັດປະສິດທິພາບໃນການເຮັດວຽກ ເພື່ອຫາຈຸດບົກພ່ອງ ແລະຫາທາງແກ້ໄຂນັ້ນເອງ.

ຫາກຕ້ອງການຈະເພີ່ມປະສິດທິພາບສຳຫຼັບປະສິດທິພາບໃນການວັດ KPIs ແບບໃດຈິ່ງຈະມີປະສິດທິພາບ ມີຂໍ້ແນະນຳ ດັ່ງນີ້:

  • ສ້າງຍຸດທະສາດ - ການສ້າງຍຸດທະສາດເປັນຈຸດເລີ່ມຕົ້ນພື້ນຖານສຳຫຼັບການກຳນົດ KPIs ທີ່ມີປະສິດທິ ພາບສຳຫຼັບທຸລະກິດ ຫາກບໍ່ມີຄວາມຮູ້ພື້ນຖານໃນການດຳເນີນການຂອງທຸລະກິດ ກໍ່ມີຄວາມເປັນໄປໄດ້ທີ່ຈະມີກຳນົດໂຕຊີ້ວັດຜິດພາດ.
  • ຕັ້ງຄຳຖາມທີ່ກ່ຽວຂ້ອງ - ການຕັ້ງຄຳຖາມທີ່ກ່ຽວຂ້ອງຈະຊ່ວຍໃຫ້ເຮົາສັງລວມປະເດັນທີ່ສຳຄັນໃຫ້ແຄບລົງໄດ້.
  • ລະບຸຄວາມຕ້ອງການຂອງທຸລະກິດໃຫ້ຈະແຈ້ງ - ເປົ້າໝາຍທີ່ຈະແຈ້ງຈະເຮັດໃຫ້ເຮົາກຳນົດ KPIs ໄດ້ຢ່າງ   ເໝາະສົມ.
  • ປະເມີນຂໍ້ມູນທີ່ມີຢູ່ - ໃຊ້ຂໍ້ມູນທີ່ມີຢູ່ໃນມືໃຫ້ເກີດປະໂຫຍດ ຈັດລຽງຂໍ້ມູນທີ່ມີຢູ່ຕາມຄວາມກ່ຽວຂ້ອງ ແລະທຳການວິເຄາະ ເພື່ອຕໍ່ຍອດ ແລະເພີ່ມປະສິດທິພາບໃນການດຳເນີນງານດ້ານຄັງສິນຄ້າ ແລະໂລຊີດສະຕິກ.
  • ກຳນົດວິທີການວັດ ແລະຄວາມຖີ່ທີ່ເໝາະສົມ - ຂໍ້ນີ້ມີຄວາມສຳຄັນຫຼາຍ ຫາວິທີການວັດ KPIs ທີ່ເໝາະສົມ ແລະພິຈາລະນາບັນຫາເວລາວ່າ ຈະທຳການປະເມີນການທຳງານໃນແຕ່ລະພາກສ່ວນຫຼາຍໜ້ອຍເທົ່າໃດ.
  • ໃຊ້ຕົວຊີ້ວັດ (Metrics) ທີ່ບັນລຸຜົນໄດ້ - ສິ່ງໃດທີ່ມັນເກີນຄວາມສາມາດຂອງທຸລະກິດ ຈະສ້າງໃຫ້ເກີດຄວາມຄຸມເຄື່ອ ແລະລ່າຊ້າໃນທີ່ສຸດໃຫ້ຕັ້ງຄ່າ KPIs ທີ່ສາມາດເຮັດມັນໄດ້ຈິ່ງໆ.
  • ກວດກາຄວາມຈະແຈ້ງຂອງວິທີການ ແລະ KPIs - ທີມງານຈະຕ້ອງເຂົ້າໃຈກ່ຽວກັບ KPIs ທີ່ໄດ້ຕັ້ງຂື້ນມາ ເພື່ອວັດແທກປະສິດທິພາບໃນການທຳງານ.
  • ສື່ສານຢ່າງມີປະສິດທິພາບ - ທຸລະກິດຈຳເປັນຕ້ອງໃຊ້ມາດຕະການທີ່ມີປະສິດທິພາບ ເພື່ອສື່ສານ KPIs ໃຫ້ຄວາມຈະແຈ້ງ ແລະທຸກຄົນເຂົ້າໃຈ.
  • ການກວດສອບ KPIs ເປັນປະຈຳ - ການກວດສອບຕົວຊີ້ວັດທີ່ໃຊ້ງານຢູ່ຢ່າງຕໍ່ເນື່ອງ ຊ່ວຍເພີ່ມປະສິດທິພາບໂດຍລວມຂອງທຸລະກິດ.

ສິ່ງທີ່ຄວນເຮັດ ແລະບໍ່ຄວນເຮັດ ໃນການວັຫດປະສິດທິພາບການເຮັດວຽກດ້ານໂລຊີດສະຕິກ

  • ສິ່ງທີ່ຄວນເຮັດ

- ເອົາໃຈໃສ່ທີ່ຂະບວນການຄັງສິນຄ້າ ແລະໂລຊີດສະຕິກ

- ກຳນົດ KPIs ທີ່ສອດຄ່ອງກັບເປົ້າໝາຍທີ່ຕັ້ງໄວ້

- ເລືອກ KPIs ທີ່ສາມາດປະຕິບັດໄດ້ຈິງ

- ກວດສອບອົງປະກອບຂອງ KPIs ເຫຼົ່ານັ້ນ

- ພັດທະນາ Metrics ການດຳເນີນງານດ້ານໂລຊີດສະຕິກ

 

  • ສິ່ງທີ່ບໍ່ຄວນເຮັດ

- ຫລີກລ້ຽງການສ້າງມາດຕະຖານໃໝ່

- ຫຼີກລ້ຽງໂຕຊີ້ວັດແບບ Cluster Metrics

- ຫຼີກລ້ຽງໂຕຊີ້ວັດແບບ Statistic Metrics

ບົດສະຫຼຸບ

ການປັບປຸງປະສິດທິພາບໃນການດຳເນີນງານດ້ານຄັງສິນຄ້າ ແລະໂລຊີດສະຕິກຢ່າງຕໍ່ເນື່ອງໃນທຸກໆພາກສ່ວນຂອງທຸລະກິດຈຳເປັນຕ້ອງມີການວັດປະສິດທິພາບ ຫຼືເຮົາເອີ້ນກັນວ່າ KPIs ຊື່ງຈະເຮັດໃຫ້ເຮົາໝັ້ນໃຈໄດ້ວ່າການດຳ ເນີນການດ້ານໂລຊີດສະຕິກມຸ້ງເນັ້ນໄປທີ່ລູກຄ້າ ສ້າງຜົນກຳໄລໃຫ້ກັບທຸລະກິດ ແລະຕໍ່ຍອດໃຫ້ສາມາດປະສົມຄວາມສຳເລັດໄດ້ໃນຕະຫຼາດອີຄອມເມີສທີ່ແຂ່ງຂັນສູງ.

 

ຕິດຕາມສະຖານະເຄື່ອງຝາກ
ແຈ້ງການ
ແຂ່ງຂັນຂຽນຈົດໝາຍ ນານາຊາດ ລະນຶກເຖິງບົດບາດຂອງການໄປສະນີ
ເບີໂທສຸກເສີນ
facebook page
ນາງ ຟ້າໃສ ແລະ ທ້າວ ວັນໃໝ່