ແຈ້ງການເກັບຄ່າທຳນຽມ ແລະຄ່າບໍລິການຂອງຕົວແທນ (Franchise) ປະຈຳປີ 2024
| ໄຟລ໌ແນບ (s): | |
|---|---|
| ຫົວຂໍ້ | ດາວໂຫຼດ |
| ການເກັບຄ່າທໍານຽມ ຕົວແທນ 647 | ![]() |
ແຈ້ງການເກັບຄ່າທຳນຽມ ແລະຄ່າບໍລິການ Franchise ປະຈຳປີ 2024
1. ຄ່າທຳນຽມ, ປະກອບມີ
- ຄ່າອະນຸຍາດເປັນຕົວແທນຂອງບໍລິສັດສົ່ງເຄື່ອງ = 50,000 ກີບ
- ຢັ້ງຢືນມາດຕະຖານສະຖານທີ່ບໍລິການໄປສະນີ = 50,000 ກີບ
2. ຄ່າບໍລິການ, ປະກອບມີ
- ຄ່າອອກໃບອະນຸຍາດຕົວແທນຂອງຜູ້ປະກອບການຂະແໜງການໄປສະນີ = 5,000 ກີບ
- ກວດກາມາດຕະຖານສະຖານທີ່ = 500,000 ກີບ
ລວມຄ່າທຳນຽມ ແລະຄ່າບໍລິການ = 605,000 ກີບ ຕໍ່ 1 ຕົວແທນ
ໝາຍເຫດ:
ການເກັບແມ່ນເກັບເປັນຕົວແທນ ໝາຍຄວາມວ່າ ຕົວແທນດັ່ງກ່າວ ຈະມີປ່ອງບໍລິການຂອງຕົນເທົ່າໃດປ່ອງກໍ່ຕາມ ຈະບໍ່ໄດ້ເອົາຈຳນວນປ່ອງມາຄູນ
ຕົວຢ່າງ
Franchise A ຂອງບໍລິສັດ B ມີປ່ອງບໍລິການ 5 ແຫ່ງຢູ່ແຂວງ ສາລະວັນ, ຄ່າທຳນຽມ ແລະຄ່າບໍລິການປະຈຳປີ 2024 ທີ່ Franchise A ຈະໄດ້ເສຍມີແຕ່ 605,000 ກີບເທົ່ານັ້ນ, ຈະບໍ່ໄດ້ເອົາ 605,000 ກີບ ມາຄູນ 5 ປ່ອງອີກ


