ກົດໝາຍວ່າດ້ວຍການໄປສະນີ ເລກທີ 06/ສພຊ ລົງວັນທີ 17 ພຶດສະພາ 2004
| ໄຟລ໌ແນບ (s): | |
|---|---|
| ຫົວຂໍ້ | ດາວໂຫຼດ |
| ກົດໝາຍວ່າດວ້ຍການໄປສະນີ 17 ພຶດສະພາ 2004 | ![]() |
ກົດໝາຍໄປສະນີ ສະບັບເລກທີ 06/ສພຊ ລົງວັນທີ 17 ພຶດສະພາ 2004
ເປັນກົດໝາຍສະບັບທຳອິດໃນການຫັນການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ຂອງຂະແໜງໄປສະນີ ດ້ວຍກົດໝາຍ, ຊື່ງໄດ້ນິຍາມຄວາມໝາຍຂອງການໄປສະນີ ເອົາໄວ້ດັ່ງນີ້:
ການໄປສະນີແມ່ນຫຍັງ?
ແມ່ນການບໍລິການຮັບຝາກ, ການຈັດສົ່ງ, ການແຈກຢາຍໄປສະນີພັນ, ພັດສະດຸໄປສະນີ ໂດຍມີການຕິດສະແຕມ ແລະຕາປະທັບຂອງໄປສະນີ; ການບໍລິການໄປສະນີກ່ຽວກັບການສົ່ງຂ່າວສານທາງໂທລະເລກ, ໂທລະສານ ແລະທາງເອເລັກໂຕຼນິກ;ການບໍລິການດ້ານການເງິນໄປສະນີ; ການຂາຍສະແຕມໄປສະນີ ແລະຜະລິດຕະພັນໄປສະນີປະເພດຕ່າງໆ ໂດຍມີການຄິດໄລ່ເອົາຄ່າບໍລິການຕາມການຕົກລົງຂອງລັດຖະບານ.
ຊື່ງຈະເຫັນໄດ້ວ່າໃນກົດໝາຍສະບັບນີ້ ໄດ້ກຳນົດຜະລິດພັນໄປສະນີ ມີພຽງແຕ່ 2 ປະເພດເທົ່ານັ້ນ ຄື
1. ໄປສະນີພັນ
2. ພັດສະດຸໄປສະນີ


