28/08/2024
ກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເປີດກອງປະຊຸມເປິດກວ້າງຜ່ານເນື້ອໃນ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍ ມາດຕະຖານຄວາມປອດໄພຂອງເຄື່ອງຝາກ ແລະ ການບໍລິການໄປສະນີ ຂຶ້ນໃນຕອນເຊົ້າຂອງ ວັນທີ 17 ສິງຫາ 2024 , ທີ່ຫ້ອງປະຊຸມໃຫຍ່ຊັ້ນສອງ ຂອງຕຶກ ສອຊ ເຂດສາຍລົມ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປະສິດ ສີສົມບຸນ ຮອງກົມໄປສະນີ, ຊຶ່ງມີບັນດາຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສູນ, ອົງການ ແລະ ສະຖາບັນພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມທັງໝົດ 18 ທ່ານ.

ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເປີດກວ້າງ ຜ່ານເນື້ອໃນ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍ ມາດຕະຖານຄວາມປອດໄພຂອງເຄື່ອງຝາກ ແລະ ການບໍລິການໄປສະນີ ແລະ ຮັບຟັງການປະກອບຄໍາເຫັນ ຈາກຕາງໜ້າຂອງບັນດາພາກລັດ, ເອກະຊົນ ເພື່ອແນໃສ່ເຮັດໃຫ້ຮ່າງຂໍ້ຕົກລົງສະບັບດັ່ງກ່າວ ມີເນື້ອໃນຄົບຖ້ວນ, ສົມບູນທີ່ສຸດ ແລະ ເປັນເອກະພາບກັນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຂັ້ນຕອນຕໍ່ໄປ. ເຊີ່ງດຳເນີນເປັນເວລາ 1 ຕອນ ແລະ ໄດ້ຈົບລົງຢ່າງຈົບງາມໃນວັນດຽວກັນ.



