28/08/2024 ~ 28/08/2024
Electronic advance data – EAD
ການບູລະນາການວົງຈອນສະໜອງຄວາມຕ້ອງການໄປສະນີກັບເຕັກໂນໂລຊີຂໍ້ມູນຂ່າວສານ
ຜູ້ມີສ່ວນໄດ້ເສຍ ຫຼືພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນວົງຈອນສະໜອງຄວາມຕ້ອງການຂອງຂະແໜງການໄປສະນີ (Postal Supply Chain Integration) ຊື່ງເຮັດວຽກຮ່ວມກັນ ເພື່ອໃຫ້ສະມາຊິກຂອງສະຫະພາບໄປສະນີສາກົນ ແລະລູກຄ້າຂອງພວກເຂົາ ໄດ້ຮັບປະສົບການທີ່ດີ ກິດຈະກຳຂ້າມແດນທີ່ດຳເນີນການໂດຍຜູ້ມີສ່ວນກ່ຽວຂ້ອງຕ່າງໆ ດັ່ງນີ້:
Electronic advance data
ໃນແງ່ຂອງການຮັກສາຄວາມປອດໄພຂອງການບິນ, ຂໍ້ມູນລ່ວງໜ້າທາງເອເລັກໂຕຼນິກ (EAD) ອາດຖືກລວມເຂົ້າເປັນອີກຂັ້ນຕອນໜຶ່ງ ທີ່ມີຈຸດມຸ່ງໝາຍເພື່ອລະບຸສິນຄ້າ ແລະເຄື່ອງໄປສະນີ ທີ່ອາດມີຄວາມສ່ຽງສູງ ຜ່ານການປະເມີນຄວາມສ່ຽງຂອງຂໍ້ມູນເຄື່ອງຝາກ. EAD ເສີມສ້າງການຄວບຄຸມຄວາມປອດໄພດ້ານການບິນທີ່ມີຢູ່ແລ້ວ ແລະຂັ້ນຕອນການກວດກາສຳຫຼັບການຂົນສົ່ງສິນຄ້າທາງອາກາດ ແລະໄປສະນີພັນ ໂດຍມີຜົນກະທົບຕໍ່ວົງຈອນສະໜອງຄວາມຕ້ອງການ (supply chain) ນ້ອຍທີ່ສຸດ.
ເຄື່ອງຝາກທີ່ມີສິນຄ້າພາສີອາກອນ ຕ້ອງຢູ່ພາຍໃຕ້ຂໍ້ກຳນົດດ້ານພາສີອາກອນນຳເຂົ້າ ແລະການຮັກສາຄວາມປອດໄພທີ່ກ່ຽວຂ້ອງກັບການສະໜອງຂໍ້ມູນ EAD. EAD ອາດຈະຖືກນຳໃຊ້ໂດຍເຈົ້າໜ້າທີ່ພາສີ ແລະໜ່ວຍງານຮັກສາຄວາມປອດໄພປາຍທາງ ເພື່ອດຳເນີນການປະເມີນຄວາມສ່ຽງລ່ວງໜ້າກ່ຽວກັບສິ່ງຂອງໄປສະນີລະຫວ່າງປະເທດ.
ພາຍໃຕ້ມາດຕາ 08-002, 17-107 ແລະ 17-216 ຂອງຂໍ້ບັງຄັບອານຸສັນຍາຂອງສະຫະພາບໄປສະນີສາກົນ ລົງວັນທີ 1 ມັງກອນ 2021 DOs ຈະຕ້ອງເກັບ ແລະແລກປ່ຽນຂໍ້ມູນ EAD ສຳຫຼັບສິ່ງຂອງໄປສະນີລະຫວ່າງປະເທດ ທີ່ບັນຈຸສິນຄ້າ ເພື່ອໃຫ້ສອດຄ່ອງກັບພາສີນຳເຂົ້າສະເພາະ ແລະຂໍ້ກຳນົດດ້ານຄວາມປອດໄພທີ່ກຳນົດໄວ້ໃນບົດຄວາມເຫຼົ່ານັ້ນ.
ຫຼັກການທີ່ສຳຄັນກ່ຽວກັບການໃຊ້ EAD ເພື່ອຈຸດປະສົງດ້ານຄວາມປອດໄພໃນການບິນ ແລະຜ່ານການໃຫ້ທຶນ ແລະ ໄດ້ຮັບການຮັບຮອງ ໂດຍຄະນະກຳມະການປະຕິບັດການໄປສະນີ (POC-) ຂອງສະຫະພາບໄປສະນີສາກົນ ໃນຊ່ວງ ເດືອນ ກຸມພາ ປີ 2016.
ນອກຈາກນີ້ ຄວາມຮ່ວມມືລະຫວ່າງອົງກອນພາສີອາກອນໂລກ ແລະອົງກອນການບິນພົນລະເມືອງລະຫວ່າງປະເທດ (WCO-ICAO) ເອີ້ນວ່າ Guiding Principles for Pre-Loading Advance Cargo Information (PLACI) ຊື່ງໄດ້ກຳນົດແນວທາງທົ່ວໄປທີ່ຈັດຕັ້ງຂື້ນເພື່ອໃຊ້ລະບົບ PLACI ເພື່ອຈຸດປະສົງດ້ານຄວາມປອດໄພໃນການບິນ.
ນອກຈາກນີ້ ຍັງມີລາຍຊື່ປະເທດ ແລະດິນແດນສະມາຊິກ ທີ່ໄດ້ປະກາດຂໍ້ກຳນົດດ້ານພາສີອາກອນ ຫຼືຄວາມປອດໄພສະເພາະສຳຫຼັບຂໍ້ກຳນົດບັງຄັບຂອງ EAD ຕາມມາດຕາ 08-002.
ສາມາດດາວໂຫຼດ: ເອກະສານ (Pre-Loading Advance Cargo Information (PLACI)
ຂໍ້ມູນກ່ຽວກັບໃບສະມັກ EAD Customs Declaration ກົດເບິ່ງໄດ້ບ່ອນນີ້

