ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບເລກທີ 37/ສພຊ ລົງວັນທີ 14 ພະຈິກ 2017

ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບເລກທີ 37/ສພຊ ລົງວັນທີ 14 ພະຈິກ 2017

ໄຟລ໌ແນບ (s):
​ຫົວ​ຂໍ້ ດາວ​ໂຫຼດ
ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ _ສະບັບປັບປຸງ_ 14 ພະຈິກ 2017

ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບເລກທີ 37/ສພຊ ລົງວັນທີ 14 ພະຈິກ 2017

ໄດ້ກຳນົດວິທີການຍຶດໄປສະນີພັນ, ວັດສະດຸໄປສະນີ ແລະໂທລະເລກ ໃນມາດຕາ 127  ໄວ້ດັ່ງນີ້:

  1. ໃນກໍລະນີສົງໄສວ່າ ໄປສະນີພັນ, ວັດສະດຸໄປສະນີ ແລະໂທລະເລກ ຫາກມີການພົວພັນກັບການກະທຳຜິດ ຫົວໜ້າອົງການສືບສວນ-ສອບສວນ ຫຼື ຫົວໜ້າອົງການໄອຍະການຕ້ອງອອກຄຳສັ່ງຍຶດ ຍົກເວັ້ນໃນກໍລະນີຈຳເປັນ ຫຼື ຮີບດ່ວນ ແຕ່ພາຍຫຼັງໄດ້ຍຶດແລ້ວຕ້ອງເຮັດບົດບັນທຶກ ແລະລາຍງານຕໍ່ຫົວໜ້າອົງການໄອຍະການພາຍໃນເວລາຊາວສີ່ຊົ່ວໂມງ.
  2. ກ່ອນທຳການຍຶດ ເຈົ້າໜ້າທີ່ຜູ້ປະຕິບັດຄຳສັ່ງຍຶດ ຕ້ອງແຈ້ງໃຫ້ຜູ້ຮັບຜິດຊອບຫ້ອງການໄປສະນີທີ່ກ່ຽວຂ້ອງຊາບ ແລະໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດ ຊື່ງຕ້ອງດຳເນີນໂດຍຊ້ອງໜ້າຜູ້ກ່ຽວ
  3. ບົດບັນທຶກການຍຶດ ໃຫ້ມີລາຍເຊັນຂອງຜູ້ຮັບຜິດຊອບຫ້ອງການໄປສະນີ ແລະໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນມາດຕາ 100 ຂອງກົດໝາຍສະບັບນີ້.

ຊື່ງວິທີການຍຶດຂອງມາດຕາຂ້າງເທິງນີ້ ຕິດພັນກັບມາດຕາ 38 ຂອງກົດໝາຍວ່າດ້ວຍການໄປສະນີ ໄດ້ກຳນົດຂໍ້ຫ້າມທົ່ວໄປ ໃນຂໍ້ 3 ແລະ 4  ໄວ້ດັ່ງນີ້:

  1. ຂໍ້ 3. ຫ້າມກັກ, ຍຶດ, ກວດຄົ້ນ, ໄຂ, ຫຼື ເປີດຊອງຈົດໝາຍ, ຊອງກັນແຕກ, ຫີບ, ກັບ, ກ່ອງ, ແກັດ ແລະເຄື່ອງຝາກທາງໄປສະນີ ໃນລະຫວ່າງທາງຂົນສົ່ງປະເພດໃດກໍຕາມ ເວັ້ນເສຍແຕ່ໃນກໍລະນີທີ່ມີຂໍ້ມູນຢ່າງໜັກແໜ້ນວ່າມີສິ່ງຜິດກົດໝາຍ ຢູ່ໃນເຄື່ອງຝາກທາງໄປສະນີ ຫຼື ພາຫະນະຂົນສົ່ງນັ້ນ;
  2. ຂໍ້ 4. ຫ້າມກວດຄົ້ນຢູ່ນອກຫ້ອງການໄປສະນີ ເວັ້ນເສຍແຕ່ໃນກໍລະນີ ທີ່ມີຂໍ້ມູນຢ່າງໜັກແໜ້ນວ່າມີວັດຖຸທີ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມ;

 

ຈາກເນື້ອໃນຂອງສອງມາດຕາໃນສອງກົດໝາຍຈະເຫັນວ່າ ຫາກຈະທຳການຍຶດໄປສະນີພັນ, ວັດສະດຸໄປສະນີ ແລະໂທລະເລກ ຈະຕ້ອງປະຕິບັດຕາມເນື້ອໃນທີ່ກຳນົດໃນມາດຕາ 127 ຂອງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ

 

ຕິດຕາມສະຖານະເຄື່ອງຝາກ
ແຈ້ງການ
ແຂ່ງຂັນຂຽນຈົດໝາຍ ນານາຊາດ ລະນຶກເຖິງບົດບາດຂອງການໄປສະນີ
ເບີໂທສຸກເສີນ
facebook page
ນາງ ຟ້າໃສ ແລະ ທ້າວ ວັນໃໝ່