ສະເຫຼີມສະຫຼອງມິດຕະພາບ 70 ປີ ລາວ-ອິນເດຍ ເປີດໂຕສະແຕມໄປສະນີຮ່ວມກັນ ກຳນົດເອົາຮູບ “ວັດພູຈຳປາສັກ” ສື່ຄວາມໝາຍສາຍພົວພັນ
20/05/2026
ສະເຫຼີມສະຫຼອງມິດຕະພາບ 70 ປີ ລາວ-ອິນເດຍ
ເປີດໂຕສະແຕມໄປສະນີຮ່ວມກັນ ກຳນົດເອົາຮູບ “ວັດພູຈຳປາສັກ” ສື່ຄວາມໝາຍສາຍພົວພັນ
......................................................................
ໃນວັນທີ 20 ພຶດສະພາ 2026 ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມກັບ ສະຖານທູດອິນເດຍ ປະຈຳ ສປປ ລາວ ແລະ ບໍລິສັດ ໄປສະນີລາວ ຈຳກັດ ຈັດພິທີເປີດໂຕສະແຕມໄປສະນີ “ຄົບຮອບ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ອິນເດຍ” (ປີ 1956-2026) ຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ທ່ານ ໂລຫິດ ບັບບາ (Mr. Rohit Babbar) ຜູ້ຮັກສາການແທນເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ.

“ວັດພູຈຳປາສັກ” ສັນຍາລັກແຫ່ງການຮ່ວມມື: ຈຸດເດັ່ນຂອງສະແຕມໄປສະນີຊຸດປະຫວັດສາດນີ້ ຄືການທີ່ທັງສອງປະເທດໄດ້ເຫັນດີເປັນເອກະພາບກັນ ເລືອກເອົາຮູບ “ວັດພູຈຳປາສັກ” ມາເປັນລວດລາຍເທິງສະແຕມ ຈຸດປະສົງ ເພື່ອສື່ເຖິງເນື້ອໃນຄວາມໝາຍແຫ່ງສາຍພົວພັນ ເນື່ອງຈາກຜ່ານມາ ລັດຖະບານອິນເດຍ ໄດ້ໃຫ້ການສະໜັບສະໜູນໃນການບູລະນະ ແລະ ອະນຸລັກໂຄງສ້າງຫີນຂອງວັດພູຈໍາປາສັກ ໃຫ້ກັບຄືນມາສວຍງາມ ທັງເປັນການຮ່ວມກັນເຜີຍແຜ່ມໍລະດົກໂລກ ແລະ ສົ່ງເສີມການທ່ອງທ່ຽວຂອງ ສປປ ລາວ ໃຫ້ເປັນທີ່ຮູ້ຈັກໃນລະດັບສາກົນ.

ຕະຫຼອດໄລຍະ 70 ປີ ທີ່ຜ່ານມາ ລັດຖະບານອິນເດຍ ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ມາໂດຍຕະຫຼອດໃນຫຼາຍໆດ້ານ ເຊັ່ນ: ການເມືອງ ເສດຖະກິດ ວັດທະນະທຳ ການສຶກສາ ການແພດ ແລະ ເຕັກໂນໂລຊີ ສະເພາະໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ ອິນເດຍໄດ້ຊ່ວຍຝຶກອົບຮົມບຸກຄະລາກອນ ແລະ ສ້າງສູນຝຶກອົບຮົມຊັອບແວໃຫ້ແກ່ຝ່າຍລາວ.
ສະແຕມຊຸດນີ້ບໍ່ພຽງແຕ່ເປັນສັນຍາລັກພາຍໃນສອງປະເທດເທົ່ານັ້ນ ແຕ່ມັນຈະເດີນທາງໄປທົ່ວໂລກພ້ອມກັບຊອງຈົດໝາຍ ແລະ ພັດສະດຸຕ່າງໆ ເຊິ່ງຈະເປັນສື່ກາງປະກາດໃຫ້ຊາວໂລກໄດ້ເຫັນເຖິງມິດຕະພາບອັນຍາວນານ ແລະ ສະໜິດແໜ້ນລະຫວ່າງ ລາວ ແລະ ອິນເດຍ.
ໃນຕອນທ້າຍພິທີໃຫ້ກຽດຂຶ້ນເປີດໂຕສະແຕມ ໂດຍ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ ແລະ ທ່ານ ໂລຫິດ ບັບບາ (Mr. Rohit Babbar) ຜູ້ຮັກສາການແທນເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.


