ກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ໜ່ວຍງານຂອງລັດ ເພື່ອຫັນຂະແໜງການໄປສະນີ ແລະ ໂລຈິສຕິກເປັນດິຈິຕອນ

29/05/2026

ກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ໜ່ວຍງານຂອງລັດ ເພື່ອຫັນຂະແໜງການໄປສະນີ ແລະ ໂລຈິສຕິກເປັນດິຈິຕອນ

         ກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງແລກປ່ຽນບົດຮຽນ ລະຫວ່າງ ໜ່ວຍງານຂອງລັດ ເພື່ອຫັນຂະແໜງການໄປສະນີ ແລະ ໂລຈິສຕິກເປັນດິຈິຕອນ ຮ່ວມກັບບໍລິສັດ ເທດສະຫຍາມອິນເຕີເນຊັນນໍ ຈຳກັດ ແຫ່ງ ຣາຊະອານາຈັກໄທ. ໃນວັນທີ 28-29 ພຶດສະພາ 2026 ທີ່ໂຮງແຮມ ລາວພລາຊາ. ໂດຍການເປັນປະທານຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຫົວໜ້າກົມ, ຮອງກົມ, ຮອງຫົວໜ້າຫ້ອງການ, ປະທານ ບໍລິສັດ ແລະ ບັນດາທ່ານຜູ້ຕາງໜ້າຈາກ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທະນາຄານ ແຫ່ງ ສປປ ລາວ ຈຳນວນ 30 ທ່ານ.

 

         ຈຸດປະສົງກອງປະຊຸມໃນຄັ້ງນີ້, ກໍເພື່ອແລກປ່ຽນທັດສະນະ, ຂໍ້ມູນ ແລະ ປະສົບການ ເພື່ອເປັນບົດຮຽນໃຫ້ແກ່ການສຶກສາຄວາມເປັນໄປໄດ້ໃນການພັດທະນາຂະແໜງການໄປສະນີ ແລະ ໂລຈິສຕິກ ຂອງ ສປປ ລາວ ໃຫ້ມີຄວາມທັນສະໄໝ ສອດຄ່ອງກັບການຫັນເປັນດິຈິຕອນຂອງພາກພື້ນ ແລະ ສາກົນ. ໃນປະຈຸບັນ ເຕັກໂນໂລຊີດິຈິຕອນ ແລະ ນະວັດຕະກຳ ກຳລັງ ມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ການຂະຫຍາຍຕົວຂອງການຄ້າເອເລັກໂຕຣນິກ (E-Commerce), ລະບົບການຊຳລະເງິນດິຈິຕອນ (E-payment), ການນຳໃຊ້ AI ແລະ ລະບົບຂໍ້ມູນ ອັດສະລິຍະ ໄດ້ເຮັດໃຫ້ຂະແໜງໄປສະນີ ແລະ ໂລຈິສຕິກ ຈຳເປັນຕ້ອງປັບຕົວ ແລະ ຫັນເຂົ້າສູ່ລະບົບ ດິຈິຕອນຢ່າງເຕັມຮູບແບບ ເພື່ອຍົກລະດັບການບໍລິການປະຊາຊົນໃຫ້ມີຄວາມວ່ອງໄວ, ຖືກຕ້ອງ, ໂປ່ງໃສ ແລະ ສາມາດເຊື່ອມໂຍງຂໍ້ມູນລະຫວ່າງພາກສ່ວນຕ່າງໆໄດ້ຢ່າງມີປະສິດທິພາບ. ສຳລັບ ສປປ ລາວ ການພັດທະນາລະບົບໄປສະນີ ແລະ ໂລຈິສຕິກແບບດິຈິຕອນ ບໍ່ແມ່ນພຽງແຕ່ການພັດທະນາການຂົນສົ່ງ ຫຼື ການຈັດສົ່ງພັດສະດຸເທົ່ານັ້ນ, ແຕ່ເປັນການສ້າງພື້ນຖານສຳຄັນ ເພື່ອສົ່ງເສີມການຄ້າ, ການລົງທຶນ, ການບໍລິການພາກລັດ ແລະ ການເຊື່ອມໂຍງຂໍ້ມູນລະຫວ່າງບັນດາໜ່ວຍງານ ສິ່ງນີ້ ຈະຊ່ວຍສົ່ງເສີມທ່າແຮງຂອງປະເທດລາວເຮົາ ໃນການຫັນຈາກປະເທດ Landlocked ໄປສູ່ການເປັນ Land-linked ແລະ ກາຍເປັນສູນກາງການເຊື່ອມໂຍງທາງດ້ານໂລຈິສຕິກໃນພາກພື້ນ ຕາມທິດທາງຂອງແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ທີ່ລັດຖະບານ ແຫ່ງ ສປປ ລາວ ວາງອອກ.

         ໃນວາລະດັ່ງກ່າວ ທ່ານ ຈັນທະວີພອນ ເຄືອບຄຳວອນ ກໍຂຶ້້ນນຳສະເໜີວິໃສທັດ, ຍຸດທະສາດການພັດທະນາວຽກງານຂະແໜງການໄປສະນີ, ຄຸ້ມຄອງ ແລະ ອອກໃບອະນຸຍາດດຳເນີນທຸລະກິດດ້ານໄປສະນີກັບຜູ້ປະກອບການ, ການບໍລິການດ້ານການເງິນ, ສ້າງນິຕິກຳລຸ່ມກົດໝາຍ, ພັດທະນາຊັບພະຍາກອນມະນຸດ, ຄຸ້ມຄອງຄຸນນະພາບການບໍລິການ, ພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳດ້ານໄປສະນີໃຫ້ແກ່ສັງຄົມ. ຫຼັງຈາກນັ້ນ ກໍ່ແລກປ່ຽນປຶກສາຫາລື, ຖາມ-ຕອບ ຢ່າງຟົດຟື້ນພ້ອມທັງ ການລະດົມແນວຄິດ, ສ້າງຄວາມຮັບຮູ້, ຄວາມເຂົ້າໃຈຂອງວຽກງານເຊິ່ງກັນ ແລະ ກັນ ລະຫວ່າງ ພາກລັດເຮົາ ບົນພື້ນຖານຈິດໃຈເປົ້າໝາຍດຽວກັນ ຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ.

 

ຕິດຕາມສະຖານະເຄື່ອງຝາກ
ແຈ້ງການ
ແຂ່ງຂັນຂຽນຈົດໝາຍ ນານາຊາດ ລະນຶກເຖິງບົດບາດຂອງການໄປສະນີ
ເບີໂທສຸກເສີນ
facebook page
ນາງ ຟ້າໃສ ແລະ ທ້າວ ວັນໃໝ່