ໜ່ວຍພັກກົມໄປສະນີ ຖືກຮັບຮອງເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈະປີ 2025
29/05/2026
ໃນວັນທີ 29 ພຶດສະພາ 2026, ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ຕາງໜ້າຂຶ້ນຮັບໃບຢັ້ງຢືນໃນຄັ້ງນີ້ໂດຍ ສະຫາຍ ຈັນທະວີພອນ ເຄືອບຄຳວອນ ເລຂາໜ່ວຍພັກ, ຫົວໜ້າກົມໄປສະນີ. ພິທີດັ່ງກ່າວນີ້ ເປັນການຢັ້ງຢືນເຖິງຜົນສຳເລັດອັນພົ້ນເດັ່ນໃນການນຳພາ-ຊີ້ນຳຂອງຄະນະໜ່ວຍພັກ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງສະມາຊິກພັກກົມໄປສະນີ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ສາມາດບັນລຸຕາມຄາດໝາຍທີ່ວາງໄວ້.

