ກອງປະຊຸມປະຖົມມະລຶກ ເປີດດໍາເນີນການຈັດຕັ້ງປະຕິບັດ ໂຄງການສຶກສາ ແລະ ສ້າງແຜນພັດທະນາການເຊື່ອມໂຍງຂະແໜງບໍລິການໄປສະນີ ແລະ ໂລຈິສຕິກ ຂອງ ສປປ ລາວ ກັບ ບັນດາປະເທດລຸ່ມແມ່ນໍ້າຂອງ

06/07/2026

ກອງປະຊຸມປະຖົມມະລຶກ ເປີດດໍາເນີນການຈັດຕັ້ງປະຕິບັດ ໂຄງການສຶກສາ ແລະ ສ້າງແຜນພັດທະນາການເຊື່ອມໂຍງຂະແໜງບໍລິການໄປສະນີ ແລະ ໂລຈິສຕິກ ຂອງ ສປປ ລາວ ກັບ ບັນດາປະເທດລຸ່ມແມ່ນໍ້າຂອງ

         ໃນວັນທີ 02 ກໍລະກົດ 2026 ທີ່ໂຮງແຮມຣີຊ່າແກນ ເມືອງວັງວຽງ ແຂວງວຽງຈັນ ກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກ ເປີດດໍາເນີນການຈັດຕັ້ງປະຕິບັດ ໂຄງການສຶກສາ ແລະ ສ້າງແຜນພັດທະນາການເຊື່ອມໂຍງຂະແໜງບໍລິການໄປສະນີ ແລະ ໂລຈິສຕິກ ຂອງ ສປປ ລາວ ກັບ ບັນດາປະເທດລຸ່ມແມ່ນໍ້າຂອງ ຢ່າງເປັນທາງການ. ໂດຍການເປັນປະທານຂອງ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຫົວໜ້າກົມໄປສະນີ, ຮອງກົມ, ຜູ້ຕາງໜ້າຈາກສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ບັນດາທ່ານຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ຄະນະອຳນວຍການບໍລິສັດຜູ້ປະກອບການ ໄປສະນີ ແລະ ຂົນສົ່ງພັດສະດຸ ທັງພາກລັດ ແລະ ເອກະຊົນ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ 30 ກວ່າທ່ານ.

         ໂອກາດດັ່ງກ່າວ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວເປີດກອງປະຊຸມ ແລະ ຈຸດປະສົງແມ່ນເພື່ອສຶກສາ ແລະ ວິເຄາະສະພາບປະຈຸບັນ ຂອງຂະແໜງບໍລິການໄປສະນີ ແລະ ໂລຈິສຕິກ ຂອງ ສປປ ລາວ ພ້ອມທັງຄົ້ນຄວ້າແນວທາງ ແລະ ສ້າງວິທີການຍົກລະດັບການເຊື່ອມໂຍງ-ເຊື່ອມຈອດ ກັບບັນດາປະເທດລຸ່ມແມ່ນ້ຳຂອງ ໂດຍສະເພາະ ສປ ຈີນ, ສສ ຫວຽດນາມ, ໄທ, ກຳປູເຈຍ ໃຫ້ມີຄວາມສະດວກ, ວອ່ງໄວ ແລະ ມີປະສິດທິຜົນ. ພ້ອມຈະໄດ້ຮັບຟັງການນຳສະເໜີກ່ຽວກັບວິໄສທັດການພັດທະນາຈາກກົມໄປສະນີ ແລະ ບັນດາທ່ານຜູ້ຕາງໜ້າຂອງແຕ່ລະບໍລິສັດກໍ່ຈະໄດ້ເຂົ້າຮ່ວມໃນເວທີສົນທະນາ ແລະ ກິດຈະກຳລະດົມແນວຄວາມຄິດ ທີ່ທາງຄະນະຮັບຜິດຊອບ ກະກຽມໄວ້. ໂຄງການນີ້ຍັງເປັນການສ້າງໂອກາດ ໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກເອກະຊົນ ໄດ້ມາຮ່ວມແລກປ່ຽນຄຳຄິດຄຳເຫັນ, ແລກປ່ຽນປະສົບການ ແລະ ຂໍ້ມູນຕ່າງໆ ທີ່ເປັນປະໂຫຍດສຳລັບການກຳນົດທິດທາງ ແລະ ນະໂຍບາຍ ໃນການພັດທະນາຂະແໜງບໍລິການໄປສະນີ ແລະ ໂລຈິສຕິກ ຂອງປະເທດເຮົາ ໃນອະນາຄົດ.

         ໃນວາລະດັ່ງກ່າວ ທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ ໄດ້ຂຶ້ນກ່າວຈຸດປະສົງຫຼັກຂອງໂຄງການນີ້ແມ່ນເພື່ອສຶກສາ, ພັດທະນາ ແລະ ສ້າງແຜນພັດທະນາແຫ່ງຊາດທີ່ເຊື່ອມໂຍງການບໍລິການໄປສະນີ ແລະ ໂລຈິດສະຕິກຂອງ ສ.ປ.ປ. ລາວ ເຂົ້າກັບບັນດາປະເທດ LMC ຢ່າງເຕັມຮູບແບບ. ສິ່ງນີ້ຈະຫັນປ່ຽນຂະແໜງໄປສະນີຂອງພວກເຮົາຈາກການຈາລະຈອນ ແລະ ແຈກຢາຍສິນຄ້າພາຍໃນປະເທດໄປສູ່ການຄ້າຂ້າມຊາຍແດນທີ່ມີບົດບາດສໍາຄັນໃນການພັດທະນາ ແລະ ສົ່ງເສີມເສດຖະກິດໃນຍຸກແຫ່ງດິຈິຕອນ. ໂດຍສະເພາະ ເພື່ອສໍາຫຼວດ ແລະ ເກັບກຳຂໍ້ມູນດ້ານກົດໝາຍ, ນະໂຍບາຍ ແລະ ມາດຕະຖານໂລຈິດສະຕິກຕາມຊາຍແດນຂອງປະເທດລາວ ກັບປະເທດໃກ້ຄຽງເຊັ່ນ: ຫວຽດນາມ, ໄທ ແລະ ຈີນ, ສຶກສາ ແລະ ຮັບຮອງເອົາລະບົບ ແລະ ມາດຕະຖານການແລກປ່ຽນຂໍ້ມູນສາກົນ, ສຶກສາ ແລະ ນໍາໃຊ້ທ່າແຮງຂອງທາງລົດໄຟຄວາມໄວສູງລາວ-ຈີນ ເພື່ອເສີມຂະຫຍາຍລະບົບຕ່ອງໂສ້ການສະໜອງພາຍໃນປະເທດ ແລະ ພາກພື້ນ. ກ່ຽວກັບການຈັດຕັ້ງປະຕິບັດ, ຄະນະຮັບຜິດຊອບພວກເຮົາໄດ້ມີການວາງແຜນການເຮັດວຽກຢ່າງລະອຽດ ແລະ ເປັນໄລຍະ ເຊິ່ງຈະດໍາເນີນໄປເປັນເວລາສອງປີ, ຕັ້ງແຕ່ປີ 2026 ຫາ 2027.

         ສຸດທ້າຍນີ້ ບັນດາບໍລິສັດກໍຂຶ້ນ ນໍາສະເໜີວິໄສທັດ, ຍຸດທະສາດການພັດທະນາ, ການນໍາໃຊ້ເຕັກໂນໂລຊີ, ການຮ່ວມມືຂອງບໍລິສັດ ແລະ ສິ່ງທ້າທາຍ ບໍລິສັດ ໄປສະນີລາວ ຈຳກັດ, ນໍາສະເໜີວິໄສທັດ, ຍຸດທະສາດການພັດທະນາ, ການນໍາໃຊ້ເຕັກໂນໂລຊີ, ການຮ່ວມມືຂອງບໍລິສັດ ແລະ ສິ່ງທ້າທາຍ ບໍລິສັດ ຮຸ່ງອາລຸນ Logistics ຈໍາກັດ, ນໍາສະເໜີວິໄສທັດ, ຍຸດທະສາດການພັດທະນາ, ການນໍາໃຊ້ເຕັກໂນໂລຊີ, ການຮ່ວມມືຂອງບໍລິສັດ ແລະ ສິ່ງທ້າທາຍບໍລິສັດ ອານຸສິດ Logistics ຈໍາກັດ, ນໍາສະເໜີວິໄສທັດ, ຍຸດທະສາດການພັດທະນາ, ການນໍາໃຊ້ເຕັກໂນໂລຊີ, ການຮ່ວມມືຂອງບໍລິສັດ ແລະ ສິ່ງທ້າທາຍ ບໍລິສັດ ເດລີເວີຣີ ຮີໂລ (ລາວ) ຈຳກັດ, ນໍາສະເໜີວິໄສທັດ, ຍຸດທະສາດການພັດທະນາ, ການນໍາໃຊ້ເຕັກໂນໂລຊີ, ການຮ່ວມມືຂອງບໍລິສັດ ແລະ ສິ່ງທ້າທາຍ ບໍລິສັດ ມູຟ ອິນໂນເວຊັ່ນ (ລາວ) ຈຳກັດຜູ້ດຽວ, ນໍາສະເໜີວິໄສທັດ, ຍຸດທະສາດການພັດທະນາ, ການນໍາໃຊ້ເຕັກໂນໂລຊີ, ການຮ່ວມມືຂອງບໍລິສັດ ແລະ ສິ່ງທ້າທາຍ ບໍລິສັດ ສະຕາໂທລະຄົມ ຈຳກັດ. ຫຼັງຈາກນັ້ນ ກໍປະກອບຄຳເຫັນຕໍ່ທີ່ກອງປະຊຸມຢ່າງຟົດຟື້ນ.

 

 

ຕິດຕາມສະຖານະເຄື່ອງຝາກ
ປັບປຸງ ລະຫັດໄປສະນີຄືນໃໝ່ ໃນຂອບເຂດ 4 ແຂວງຄື: ແຂວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ ເພື່ອໃຫ້ຖືກຕ້ອງ ແລະ ສອດຄ່ອງກັບເຂດແຈກຢາຍຕົວຈິງ.
ແຂ່ງຂັນຂຽນຈົດໝາຍ ນານາຊາດ ລະນຶກເຖິງບົດບາດຂອງການໄປສະນີ
facebook page
ນາງ ຟ້າໃສ ແລະ ທ້າວ ວັນໃໝ່