21/07/2026

ໃນລະຫວ່າງວັນທີ 13-17 ກໍລະກົດ 2026, ກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ລົງເຄື່ອນໄຫວຈັດຝຶກຮົມ ພາຍໃຕ້ຫົວຂໍ້: “ພັດທະນາຄວາມເຂັ້ມແຂງດ້ານມາດຕະຖານການບໍລິການໄປສະນີ ແລະ ຂົນສົ່ງພັດສະດຸ” ຢູ່ທີ່ ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຫົວພັນ. ການຝືກອົບຮົມຄັ້ງນີ້ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ, ມີບັນດາທ່ານນັກວິທະຍາກອນ ແລະ ນັກສຳມະນາກອນພາຍໃນ ພຕສ ແຂວງ, ຫ້ອງການ ຕສ ເມືອງ, ພ້ອມທັງຜູ້ປະກອບການດ້ານໄປສະນີ ແລະ ຂົນສົ່ງພັດສະດຸ ເຂົ້າຮ່ວມຢ່າງພ້ອມພຽງ.


ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້, ແມ່ນເພື່ອພັດທະນາຄວາມຮັບຮູ້ໃຫ້ແກ່ອົງການຄຸ້ມຄອງຂະແໜງການໄປສະນີຂັ້ນທ້ອງຖິ່ນ ໃນການຜັນຂະຫຍາຍເອົາບັນດາເອກະສານນິຕິກຳ ແລະ ລະບຽບການທີ່ກ່ຽວຂ້ອງ ມາສູ່ການຈັດຕັ້ງປະຕິບັດຕົວຈິງ ເປັນຕົ້ນແມ່ນ: ພາລະບົດບາດ, ທິດທາງການພັດທະນາວຽກງານໄປສະນີ ແລະ ໂລຈິດສຕິກ, ວິທີການຄິດໄລ່ ແລະ ປະເມີນຜົນດ້ານມາດຕະຖານ ສະຖານທີ່ໃຫ້ບໍລິການໄປສະນີ ພ້ອມທັງນຳພາປະຕິບັດຕົວຢ່າງ, ປະຕິບັດການກວດກາມາດຕະຖານສະຖານທີ່ຕົວຈິງ ຢູ່ຫ້ອງການໄປສະນີສາຂາປະຈຳແຂວງ ແລະ ປ່ອງບໍລິການຂົນສົ່ງພັດສະດຸພາຍໃນແຂວງ ແນໃສ່ໃຫ້ມີຄວາມຮັບຮູ້ເຂົ້າໃຈເປັນເອກະພາບກັນໃນຂອບເຂດທົ່ວປະເທດ. ພ້ອມກັນນັ້ນ, ການຝຶກອົບຮົມ ຍັງໄດ້ນຳສະເໜີລະບຽບການຮັບຝາກ, ຈັດສົ່ງ ແລະ ແຈກຢາຍເຄື່ອງຝາກທາງໄປສະນີ ໃຫ້ແກ່ຜູ້ປະກອບການທີ່ເຂົ້າຮ່ວມ ເພື່ອຍົກລະດັບຄຸນນະພາບການບໍລິການດ້ານໄປສະນີ ແລະ ຂົນສົ່ງພັດສະດຸ ໃຫ້ມີຄວາມສະດວກ, ວ່ອງໄວ, ປອດໄພ ຕາມມາດຕະຖານກຳນົດ ແລະ ໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈຈາກສັງຄົມ.
ໃນຕອນທ້າຍ, ທ່ານປະທານ ໄດ້ກ່າວສະຫຼຸບ ແລະ ຕີລາຄາສູງຕໍ່ໝາກຜົນ ຂອງການຝຶກອົບຮົມໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ ນັກສຳມະນາກອນທຸກທ່ານ ຈົ່ງພ້ອມກັນນຳເອົາເນື້ອໃນຈິດໃຈ, ບົດຮຽນ ແລະ ປະສົບການ ທີ່ໄດ້ຖອດຖອນຮ່ວມກັນໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງ ເຂົ້າໃນການບໍລິຫານ ແລະ ຄຸ້ມຄອງຢູ່ພາຍໃນແຂວງຂອງຕົນ ຢ່າງມີປະສິດທະພາບ ແລະ ປະສິດທິຜົນ.





