ພິທີມອບຜົນງານຍ້ອງຍໍໃຫ້ແກ່ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ແລະ ປະກາດພະນັກງານ ອອກພັກການ-ຮັບອຸດໜູນບຳນານ

31/07/2026

ພິທີມອບຜົນງານຍ້ອງຍໍໃຫ້ແກ່ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ແລະ ປະກາດພະນັກງານ ອອກພັກການ-ຮັບອຸດໜູນບຳນານ

         ໃນວັນທີ 24 ກໍລະກົດ 2025 ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີຮັບປະກາດພະນັກງານທີ່ຄົບເງື່ອນໄຂອອກພັກການ-ຮັບອຸດໜູນບຳນານ, ໃນນັ້ນມີພະນັກງານຂັ້ນນຳພາ-ຄຸ້ມຄອງ ກົມໄປສະນີ ຈຳນວນ 1 ທ່ານ, ນອກນີ້ກົມໄປສະນີຍັງໄດ້ຮັບການຍ້ອງຍໍຜົນງານບັ້ນ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ເຊິ່ງເປັນວຽກງານໜຶ່ງທີ່ສຳຄັນໃນການເປັນເຈົ້າການຊຸກຍູ້ ແລະ ສົ່ງເສີມບັນດາຜູ້ປະກອບການຂະແໜງການໄປສະນີ ໃນການຕ້ານ ແລະ ສະກັດກັ້ນຢາເສບຕິດ ແລະ ສິ່ງຜິດກົດໝາຍຜ່ານຕາໜ່າງໄປສະນີ ໃນໄລຍະຜ່ານມາ, ທັງໄດ້ຮັບການຍ້ອງຍໍຜົນງານ ປະຈໍາປີ 2025 ໂດຍໃຫ້ກຽດຂຶ້ນມອບຫຼຽນກາ ປກສ ແລະ ໃບຍ້ອງຍໍຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

 

 

ຕິດຕາມສະຖານະເຄື່ອງຝາກ
ປັບປຸງ ລະຫັດໄປສະນີຄືນໃໝ່ ໃນຂອບເຂດ 4 ແຂວງຄື: ແຂວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ ເພື່ອໃຫ້ຖືກຕ້ອງ ແລະ ສອດຄ່ອງກັບເຂດແຈກຢາຍຕົວຈິງ.
ແຂ່ງຂັນຂຽນຈົດໝາຍ ນານາຊາດ ລະນຶກເຖິງບົດບາດຂອງການໄປສະນີ
facebook page
ນາງ ຟ້າໃສ ແລະ ທ້າວ ວັນໃໝ່