ບົດຂ່າວການຈັດກອງປະຊຸມເປີດກວ້າງຜ່ານຮ່າງແຜນຍຸດທະສາດພັດທະນາໄປສະນີແຫ່ງຊາດ 10 ປີ ຮອດປີ 2035 ກັບບັນດາກົມ/ທຽບເທົ່າ ແລະ ພາກສ່ວນພາຍນອກ ໃນວັນທີ 21 ສິງຫາ 2026

21/08/2026

ບົດຂ່າວການຈັດກອງປະຊຸມເປີດກວ້າງຜ່ານຮ່າງແຜນຍຸດທະສາດພັດທະນາໄປສະນີແຫ່ງຊາດ 10 ປີ ຮອດປີ 2035 ກັບບັນດາກົມ/ທຽບເທົ່າ ແລະ ພາກສ່ວນພາຍນອກ ໃນວັນທີ  21 ສິງຫາ 2026

         ໃນວັນທີ 21 ສິງຫາ 2026, ກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມເປີດກວ້າງຜ່ານຮ່າງແຜນຍຸດທະສາດການພັດທະນາໄປສະນີ 10 ປີ ຮອດປີ 2035 ຮ່ວມກັບບັນດາກົມ/ທຽບເທົ່າກົມພາຍໃນກະຊວງ ແລະ ພາກສ່ວນພາຍນອກທີ່ກ່ຽວຂ້ອງ ປະກອບມີ ກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມໄດ້ຮັບກຽດເປັນປະທານໂດຍ ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

         ກອງປະຊຸມຈັດຂຶ້ນໂດຍມີຈຸດປະສົງເພື່ອນໍາສະເໜີ ແລະ ຜ່ານຮ່າງເນື້ອໃນຂອງແຜນຍຸດທະສາດການພັດທະນາໄປສະນີ 10 ປີ ຮອດປີ 2035, ພ້ອມທັງເປີດໂອກາດໃຫ້ບັນດາກົມ/ທຽບເທົ່າກົມ ແລະ ພາກສ່ວນພາຍນອກທີ່ກ່ຽວຂ້ອງ ໄດ້ຮ່ວມພິຈາລະນາ, ປະກອບຄໍາຄິດເຫັນ, ຂໍ້ສະເໜີ ແລະ ຄໍາແນະນໍາຕໍ່ຮ່າງແຜນຍຸດທະສາດ ໃຫ້ມີຄວາມຄົບຖ້ວນ ແລະ ສາມາດນໍາໄປປະຕິບັດໄດ້ຈິງ. ກອງປະຊຸມໄດ້ຮັບຟັງການນໍາສະເໜີພາບລວມຂອງຮ່າງແຜນຍຸດທະສາດ ໂດຍເນັ້ນໃສ່ສະພາບປັດຈຸບັນ, ທ່າອ່ຽງ ແລະ ສິ່ງທ້າທາຍຂອງຂະແໜງການໄປສະນີ ທັງພາຍໃນ ແລະ ລະດັບສາກົນ. ພ້ອມນີ້ ຍັງໄດ້ສະເໜີວິໄສທັດ, ເປົ້າໝາຍລວມ, ບັນດາຍຸດທະສາດ, ມາດຕະການ ແລະ ໂຄງການສໍາຄັນ ສໍາລັບໄລຍະ 10 ປີ ເພື່ອວາງທິດທາງການພັດທະນາຂະແໜງການໄປສະນີໃຫ້ສາມາດຕອບສະໜອງຕໍ່ການປ່ຽນແປງຂອງຍຸກດິຈິຕອນ ແລະ ຄວາມຕ້ອງການຂອງປະຊາຊົນ.

         ໃນກອງປະຊຸມ, ບັນດາຜູ້ແທນໄດ້ຮ່ວມປະກອບຄໍາຄິດເຫັນຢ່າງກວ້າງຂວາງ ໂດຍເນັ້ນໃສ່ຫຼາຍປະເດັນສໍາຄັນ ເຊັ່ນ: ການປັບປຸງກົນໄກ ແລະ ນິຕິກໍາດ້ານໄປສະນີ, ການພັດທະນາບຸກຄະລາກອນ, ການປັບປຸງໂຄງສ້າງພື້ນຖານ ແລະ ເຄືອຂ່າຍບໍລິການ; ການຫັນປ່ຽນດິຈິຕອນ; ການພັດທະນາການເຊື່ອມໂຍງເຊື່ອມຈອດທາງພາກພື້ນ ແລະ ສາກົນ ແລະ ສູນຄັດແຍກ ແລະ ລະບົບໂລຈິດສະຕິກ, ການພັດທະນາບໍລິການໄປສະນີໃຫ້ທັນສະໄໝ, ການຮອງຮັບການເຕີບໂຕຂອງ E-Commerce ແລະ ການຄ້າຂ້າມແດນ, ການພັດທະນາບໍລິການ Last-mile Delivery ແລະ ການພັດທະນາໄປສະນີສີຂຽວ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ນອກຈາກນີ້, ບັນດາພາກສ່ວນຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບກົນໄກການຮ່ວມມືລະຫວ່າງຂະແໜງການໄປສະນີ ກັບ ຂະແໜງການເງິນ, ໂຍທາທິການ ແລະ ຂົນສົ່ງ, ອຸດສາຫະກໍາ ແລະ ການຄ້າ ຕະຫຼອດຮອດພາກສ່ວນອື່ນໆ ເພື່ອສ້າງລະບົບນິເວດດ້ານໄປສະນີ ແລະ ໂລຈິດສະຕິກທີ່ເຊື່ອມໂຍງ ໃຫ້ມີປະສິດທິພາບ ແລະ ສາມາດສະໜອງບໍລິການໄດ້ທົ່ວເຖິງ.

         ກອງປະຊຸມໄດ້ຮ່ວມກັນສະຫຼຸບ ແລະ ເຫັນດີຕໍ່ທິດທາງຫຼັກຂອງຮ່າງແຜນຍຸດທະສາດ ພ້ອມທັງມອບໝາຍໃຫ້ກົມໄປສະນີ ນໍາເອົາຄໍາຄິດເຫັນ, ຂໍ້ສະເໜີ ແລະ ບົດຮຽນຈາກພາກສ່ວນຕ່າງໆ ໄປສັງລວມ ແລະ ປັບປຸງຮ່າງແຜນໃຫ້ມີຄວາມຊັດເຈນ, ສອດຄ່ອງກັບທິດທາງພັດທະນາຂອງປະເທດ ແລະ ສາມາດນໍາໄປເປັນບ່ອນອ້າງອີງໃນການຂັບເຄື່ອນຂະແໜງການໄປສະນີໃນໄລຍະ 10 ປີ ໄດ້ຢ່າງເປັນຮູບປະທໍາ.

         ການຈັດກອງປະຊຸມໃນຄັ້ງນີ້ ຖືເປັນອີກຂັ້ນຕອນສໍາຄັນໃນການສ້າງການມີສ່ວນຮ່ວມຈາກຫຼາຍພາກສ່ວນ ເພື່ອຮ່ວມກັນວາງຮາກຖານສໍາລັບການພັດທະນາຂະແໜງການໄປສະນີຂອງ ສປປ ລາວ ໃຫ້ທັນສະໄໝ, ມີຄວາມສາມາດແຂ່ງຂັນ, ມີປະສິດທິພາບ, ເຊື່ອມໂຍງກັບດິຈິຕອນ ແລະ ສາມາດຕອບສະໜອງຕໍ່ການຂະຫຍາຍຕົວຂອງ E-Commerce, ການຄ້າຂ້າມແດນ ແລະ ເສດຖະກິດດິຈິຕອນໃນອະນາຄົດ.

 

ຕິດຕາມສະຖານະເຄື່ອງຝາກ
ປັບປຸງ ລະຫັດໄປສະນີຄືນໃໝ່ ໃນຂອບເຂດ 4 ແຂວງຄື: ແຂວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ ເພື່ອໃຫ້ຖືກຕ້ອງ ແລະ ສອດຄ່ອງກັບເຂດແຈກຢາຍຕົວຈິງ.
ແຂ່ງຂັນຂຽນຈົດໝາຍ ນານາຊາດ ລະນຶກເຖິງບົດບາດຂອງການໄປສະນີ
facebook page
ນາງ ຟ້າໃສ ແລະ ທ້າວ ວັນໃໝ່