11/09/2026
ໃນຕອນແລງວັນທີ 09 ກັນຍາ 2026 ທີ່ໂຮງແຮມ ລາວພາຊາ, ກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ເທັດສະຫຍາມອິນເຕີເນເຊີນນໍ້ ຈຳກັດ ແຫ່ງຣາດຊະອານາຈັກ ໄທ ໄດ້ຮ່ວມກັນຈັດພິທີເຊັນສັນຍາຮ່ວມມື (MOA) ວ່າດ້ວຍການພັດທະນາລະບົບໂລຈິສຕິກໄປສະນີດິຈິຕອນຂອງ ສປປ ລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ປອ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ/ທຽບເທົ່າ, ຫົວໜ້າພະແນກ ແລະ ແຂກຈາກທາງບໍລິສັດຝ່າຍໄທ ຈຳນວນ 40 ກວ່າທ່ານ.


ຈຸດປະສົງກໍເພື່ອການຄ້າເອເລັກໂຕຣນິກ ແລະ ການບໍລິການໂລຈິສຕິກ, ການນຳໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າມາຍົກລະດັບວຽກງານໄປສະນີ ເຊິ່ງເປັນຄວາມຈຳເປັນ ແລະ ເປັນວຽກບູລິມະສິດສຳຄັນ. ສຳລັບໂຄງການຮ່ວມມືນີ້ເອີ້ນວ່າ “Digital Postal Logistics System for Lao PDR” ຫຼື DPLS, ກົມໄປສະນີ ຈະຮ່ວມມືກັບບໍລິສັດ ເທັດສະຫຍາມອິນເຕີເນເຊີນນໍ້ ຈຳກັດ ຈາກຣາຊະອາຈັກໄທ ໃນການພັດທະນາແພລດຟອມສຳຄັນ ປະກອບມີ E-Trading, E-Transport Control, E-Payment Gateway & E-Money Order, AI & OCR Engine ແລະ Digital Certificate and Identity. ລະບົບ DPLS ຈະເປັນກົນໄກສຳຄັນໃນການຄຸ້ມຄອງການຂົນສົ່ງ, ຕິດຕາມພາຫະນະ ແລະ ພັດສະດຸ-ສິນຄ້າ, ຮອງຮັບການແຈ້ງເອກະສານລ່ວງໜ້າແບບດິຈິຕອນ ແລະ ເຊື່ອມໂຍງກັບ Smart-Custom ເພື່ອອຳນວຍຄວາມສະດວກດ້ານພາສີ ແລະ ພັດທະນາກົນໄກການຊຳລະສະສາງແບບສູນກາງ, ສິ່ງທີ່ສຳຄັນກວ່າການນຳເຕັກໂນໂລຊີມາໃຊ້ຄື ການນຳໃຊ້ເຕັກໂນໂລຊີນັ້ນເພື່ອສ້າງມູນຄ່າໃຫ້ແກ່ປະເທດ. ໂຄງການນີ້ຈຶ່ງມຸ່ງໝັ້ນໃຫ້ລະບົບໄປສະນີເປັນຫຼາຍກວ່າການບໍລິການຈັດສົ່ງແຈກຢາຍ ແຕ່ເປັນໂຄງສ້າງພື້ນຖານທີ່ຊ່ວຍເຊື່ອມໂຍງຜູ້ປະກອບການ, SMEs ແລະ ຕະຫຼາດສາກົນ.


ໃນພິທີດັ່ງກ່າວ ໃຫ້ກຽດລົງນາມໂດຍທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ ແລະ ທ່ານ ໂກວິດ ທັນຍາຣັດຕະກູນ, ປະທານກຳມະການຜູ້ຈັດການ ບໍລິສັດ ເທັດສະຫຍາມອິນເຕີເນເຊີນນໍ້ ຈຳກັດ ໂດຍການເປັນພະຍານຂອງ ທ່ານ ປອ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງ ຕສ, ທ່ານ ນາງ ຄອງຄະນິດ ລັກຈະເລີນ ເອກອັກຄະລາຊະທູດ ແຫ່ງລາຊະອາຈັກໄທ ປະຈຳ ສປປ ລາວ ແລະ ແຂກຕ່າງໆທີ່ເຂົ້າຮ່ວມໃນງານຄັ້ງນີ້

