09/10/2026
ຖະແຫຼງການ
ຂອງ ທ່ານ ປອ ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ
ເນື່ອງໃນໂອກາດວັນໄປສະນີໂລກ ຄົບຮອບ 152 ປີ(9 ຕຸລາ 1874 – 9 ຕຸລາ 2026)
_____________________________________________________
ວັນໄປສະນີໂລກ ເປັນໂອກາດສຳຄັນໃນການລະລຶກເຖິງບົດບາດຂອງໄປສະນີ ໃນຖານະໂຄງລ່າງພື້ນຖານທີ່ຮອງຮັບການສື່ສານ, ການຄ້າ ແລະ ການຄ້າເອເລັກໂຕຣນິກ. ສຳລັບປີ 2026, ສະຫະພາບໄປສະນີສາກົນ ໄດ້ກຳນົດຄຳຂວັນ “ໜຶ່ງເຄືອຂ່າຍໄປສະນີ, ສ້າງຄວາມອາດສາມາດໄດ້ຢ່າງບໍ່ມີຂີດຈຳກັດ” (One postal network, infinite possibilities) ເຊິ່ງສະທ້ອນເຖິງທ່າອ່ຽງຂອງໄປສະນີຍຸກໃໝ່ ທີ່ກຳລັງປັບຕົວຈາກການຈັດສົ່ງຈົດໝາຍ ແລະ ພັດສະດຸ ໄປສູ່ການຮອງຮັບກິດຈະກຳທາງເສດຖະກິດທີ່ຫຼາກຫຼາຍຂຶ້ນ.
ໃນໄລຍະຜ່ານມາ, ຂະແໜງການໄປສະນີລາວ ມີການຂະຫຍາຍຕົວຕາມຄວາມຕ້ອງການ. ຈຳນວນຜູ້ປະກອບການໄປສະນີເພີ່ມຈາກ 32 ເປັນ 65 ບໍລິສັດໃນປີ 2025; ມີຕາໜ່າງປ່ອງບໍລິການ 3,449 ແຫ່ງ ກວມເອົາທຸກເມືອງໃນ 18 ແຂວງ; ປະລິມານເຄື່ອງຝາກບັນລຸ 17,522,907 ຫໍ່ ແລະ ສ້າງລາຍຮັບລວມ 316.44 ຕື້ກີບ. ຂະນະດຽວກັນ, ດັດສະນີການພັດທະນາໄປສະນີສາກົນຂອງ ສປປ ລາວ ເພີ່ມຈາກ 35.4 ຄະແນນໃນປີ 2023 ເປັນ 49.3 ຄະແນນໃນປີ 2025, ສະທ້ອນໃຫ້ເຫັນເຖິງການຍົກລະດັບສະມັດຖະນະ ແລະ ຂີດຄວາມສາມາດຂອງຂະແໜງການ.
ສຳລັບໄລຍະ 2026–2030, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈະສຸມໃສ່ 3 ທິດທາງສຳຄັນ. ປະການທີໜຶ່ງ, ຍົກລະດັບ ສປປ ລາວ ໃຫ້ເປັນຈຸດເຊື່ອມຕໍ່ດ້ານໄປສະນີຂອງພາກພື້ນ ໂດຍໃຊ້ປະໂຫຍດຈາກລົດໄຟ, ແລວທາງເສດຖະກິດ ແລະ ທ່າບົກ. ປະການທີສອງ, ພັດທະນາໂຄງລ່າງດິຈິຕອນ ປະກອບດ້ວຍລະບົບທີ່ຢູ່ດິຈິຕອນແຫ່ງຊາດ, ຖານຂໍ້ມູນ, ລະບົບຕິດຕາມພັດສະດຸ, ການແລກປ່ຽນຂໍ້ມູນກັບລະບົບພາສີ ແລະ ລະບົບຈັດສົ່ງອັດສະລິຍະ. ປະການທີສາມ, ຂະຫຍາຍການເຂົ້າເຖິງບໍລິການຂອງປະຊາຊົນໃນຊົນນະບົດ ແລະ ເຂດຫ່າງໄກ ໃຫ້ມີຄວາມສະດວກ, ປອດໄພ ແລະ ມີຄຸນນະພາບ.
ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ບັນດາອົງການ, ພະນັກງານ-ລັດຖະກອນ, ຜູ້ປະກອບການ ແລະ ຜູ້ອອກແຮງງານໃນຂະແໜງການໄປສະນີ ທີ່ໄດ້ອຸທິດແຮງກາຍ ແຮງໃຈ ແລະ ສະຕິປັນຍາ ໃນການປະຕິບັດໜ້າທີ່. ຂໍໃຫ້ທຸກພາກສ່ວນສືບຕໍ່ຮ່ວມແຮງກັນ ເພື່ອຍົກລະດັບບໍລິການໄປສະນີ ແລະ ສ້າງໂອກາດໃໝ່ໃຫ້ແກ່ປະຊາຊົນ ແລະ ພາກທຸລະກິດ, ອັນຈະປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ໃນໂອກາດສະເຫຼີມສະຫຼອງວັນໄປສະນີໂລກ ຄົບຮອບ 152 ປີ, ຂໍອວຍພອນໃຫ້ບັນດາທ່ານ ແລະ ພະນັກງານໃນຂະແໜງການໄປສະນີທຸກທ່ານ ຈົ່ງມີສຸຂະພາບແຂງແຮງ, ຈະເລີນໃນໜ້າທີ່ການງານ ແລະ ຂໍໃຫ້ຂະແໜງການໄປສະນີລາວ ຈົ່ງພັດທະນາກ້າວໜ້າ ຢ່າງໝັ້ນຄົງ ແລະ ຍືນຍົງ.
ຊົມເຊີຍ ວັນໄປສະນີໂລກ ຄົບຮອບ 152 ປີ ຢ່າງສຸດໃຈ!

